ໄທ ຜ່ານກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ ໃຫ້ທະນາຄານ-ເຄືອຄ່າຍມືຖືຮ່ວມກັນຊົດເຊີຍຄ່າເສຍຫາຍຈາກຄໍເຊັນເຕີ

ສໍານັກຂ່າວ ມະຕິຊົນ ຂອງໄທລາຍງານວັນທີ 28 ພຶດສະພາ 2025: ໃນກອງປະຊຸມ ສະພາຜູ້ແທນຣາຊະດອນໄທ ສະໄໝວິສາມັນ ວາລະການພິຈາລະນາ ພະຣາຊະກຳນົດ ມາດຕະການປ້ອງກັນ ແລະ ປາບປາມ ອາຊະາກຳ ທາງເທັກໂນໂລຊີ ຫຼື ໄຊເບີ ທີ່ປະຊຸມມີຄະແນນສຽງເປັນເອກະພາບ ອະນຸມັດກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ-ຊັບສິນດີຈີຕອນ(ສະບັບທີ2) ດ້ວຍຄະແນນສຽງ 452 ສຽງ, ບໍ່ເຫັນດີ 0 ສຽງ ແລະ ງົດອອກສຽງ 2 ສຽງ, ໂດຍເຫັນດີໃຫ້ທະນາຄານຮ່ວມຊົດເຊີຍຄ່າເສຍຫາຍຈາກ ແກັງຕໍເຊັນເຕີ ພ້ອມເລັ່ງໃຫ້ຄືນເງິນຜູ້ເສຍຫາຍ
ທ່ານ ປະເສີດ ຈັນທະຣະວົງທອງ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງດີຈີຕອນເພື່ອເສດຖະກິດ ແລະ ສັງຄົມ ໄດ້ສະເໜີຫລັກການວ່າ ເນື່ອງຈາກປັດຈຸບັນ ກົດໝາຍປ້ອງກັນ ແລະ ປາບປາມ ອາດຊະຍາກໍາທາງເຕັກໂນໂລຊີ ປີ 2023 ຍັງມີມາດຕະການບັງຄັບທາງກົດໝາຍທີ່ຍັງບໍ່ພຽງພໍກັບຮູບແບບອາດຊະຍາກໍາ ກຸ່ມມິດສາຊີບ ຈຶ່ງຕ້ອງແກ້ໄຂປັບປຸງໃຫ້ທັນສະໄໝເຊັ່ນ: ການເລັ່ງສົ່ງເງິນຄືນໃຫ້ຜູ້ເສຍຫາຍ, ການອາຍັດບັນຊີມ້າ, ການກໍານົດໜ້າທີ່ ແລະ ຄວາມຮັບຜິດຊອບຂອງສະຖາບັນການເງິນ, ຜູ້ໃຫ້ບໍລິການເຄືອຄ່າຍໂທລະສັບ ແລະ ມາດຕະການໂອນເງິນຜິດກົດໝາຍ ຜ່ານສິນຊັບດີຕີຕອນ.

