ຄົນເຮົາຕອມໃຈຕາຍໄດ້ແທ້ຫລືບໍ່ ?

ເມື່ອໃດທີ່ສູນເສຍຄົນໃນຄອບຄົບ ຫລື ຄົນຮັກ ໃນທາງການແພດແລ້ວ ເຮົາຕອມໃຈຕາຍໄດ້ແທ້ໆຫລືບໍ່ ? ເຊິ່ງຄຳວ່າ ຕອມໃຈ ເປັນຄຳທີ່ເອີ້ນອາການເຈັບປວດບອບຊຳ້ທາງຄວາມຮູ້ສຶກຫລາຍກ່ວາອາການເຈັບປວດຈາກທາງຮ່າງກາຍ ໂດຍມັກເປັນອາການເສຍໃຈຈາກການສູນເສຍຄົນຮັກ ບໍ່ວ່າຈະເປັນຄົນໃນຄອບຄົວ, ຜົວເມຍ ຫລື ແມ່ນແຕ່ອາການອົກຫັກ, ຮັກທີ່ບໍ່ສົມຫວັງ ກໍອາດມີອາການຕອມໃຈໄດ້ຄືກັນ, ແຕ່ອາການຕອມໃຈຕາຍ ທີ່ເກີດຂຶ້ນກັບຄົນທີ່ຫາກໍສູນເສຍຄົນທີ່ຮັກໄປ ເປັນອາການທີ່ເກີດຂຶ້ນໄດ້ແທ້ຫລືບໍ່ນັ້ນ ເຮົາເສຍຊີວິດຈາກຄວາມເສຍໃຈໄດ້ແທ້ຫລືບໍ່ ມາຮູ້ຈັກພ້ອມກັນເລີຍ.

     ຮູ້ຈັກ Broken Heart Syndrome : ສາເຫດຂອງອາການຕອມໃຈ ອາດມີດ້ວຍກັນຫລາຍສາເຫດ ແຕກຕ່າງກັນໄປຕາມບັນຫາຂອງສຸຂະພາບຂອງແຕ່ລະບຸກຄົນ,​ ແຕ່ໜຶ່ງໃນນັ້ນມີອາການທີ່ເອີ້ນວ່າ Broken Heart Syndrome ທີ່ອາດເກີດຂຶ້ນໄດ້ກັບຄົນທຸກເພດທຸກໄວ. Broken Heart Syndrome ບໍ່ໄດ້ມາຈາກອາການອົກຫັກແຕ່ພຽງຢ່າງດຽວຕາມຊື່,​ ແຕ່ມາຈາກການເຄັ່ງຄຽດສະສົມ ຫລື ອາການອາລົມທີ່ເກີດຂຶ້ນຢ່າງຮຸນແຮງສາມາດເຮັດໃຫ້ເກີດອາການຫົວໃຈສະຫລາຍໄດ້. ອາການ Broken Heart Syndrome ພົບຫລາຍໃນແມ່ຍິງໄວກາງຄົນ ມີຄວາມກ່ຽວຂ້ອງກັບຄວາມເຄັ່ງຄຽດຈາກພະຍາດທາງກາຍ (Physical Stress) ຫລື ຄວາມເຄັ່ງຄຽດດ້ານຈິດໃຈ (Mental Stress) ສົ່ງຜົນໃຫ້ກ້າມຊີ້ນຫົວໃຈບໍ່ບີບໂຕ ແລະ ອ່ອນກຳລັງລົງຊົ່ວຄາວ ຫົວໃຈຂ້າງຊ້າຍເບື້ອງລຸ່ມຜິດປົກກະຕິ ໂດຍໃຄ່ໂພງຂຶ້ນ ອາດເຮັດໃຫ້ເກີດອາການຫົວໃຈລົ້ມເຫລວກະທັນຫັນ ແລະ ເສຍຊີວິດໄດ້.

  • ອາການຕອມໃຈທີ່ສັງເກດໄດ້ : ອາການຕອມໃຈ ຫລື Broken Heart Syndrome ທີ່ສັງເກດໄດ້ຈາກພາຍນອກ ແມ່ນ :
  1. ແໜ້ນ ແລະ ເຈັບໜ້າເອິກ.
  2. ມີອາການເມື່ອຍຫອບ.
  3. ຫາຍໃຈລຳບາກ.
  4. ໜ້າມືດ.
  5. ຄວາມດັນເລືອດຕໍ່າ.

ນອກຈາກນີ້, ຍັງມີອາການທີ່ຜູ້ປ່ວຍສາມາດສັງເກດອາການໄດ້ດ້ວຍຕົນເອງ ດັ່ງນີ້ :

  1. ຮູ້ສຶກຜິດໃນເລື່ອງອື່ນໆນອກເໜືອຈາກທີ່ກ່ຽວກັບສິ່ງທີ່ຄິດວ່າຕົນຄວນເຮັດ ຫລື ບໍ່ຄວນເຮັດໃນໄລຍະເວລາທີ່ຜູ້ຕາຍເສຍຊີວິດ.
  2. ຄິດໝົກໝຸ້ນກ່ຽວກັບຄວາມຕາຍ ນອກເໜືອຈາກຄວາມຮູ້ສຶກຢາກຕາຍແທນ ຫລື ຕາຍໄປພ້ອມກັບຜູ້ເສຍຊີວິດ.
  3. ຄິດໝົກໝຸ້ນວ່າຕົນເອງໄຮ້ຄ່າ, ບໍ່ມີຄວາມໝາຍ.
  4. ມີການເຄື່ອນໄຫວ ແລະ ຄວາມຄິດຊ້າລົງຢ່າງເຫັນໄດ້ແຈ້ງ (marked psychomotor retardation).
  5. ມີການບົກພ່ອງຂອງການປະຕິບັດໜ້າທີ່ຕ່າງໆ ທັງທາງສັງຄົມ ແລະ ການເຮັດວຽກຢ່າງຫລາຍເປັນເວລາດົນ.
  6. ມີອາການປະສາດຫລອນ ນອກເໜືອໄປຈາກການຄິດວ່າໄດ້ຍິນສຽງ ຫລື ເຫັນພາບຂອງຜູ້ຕາຍເປັນໄລຍະເວລາສັ້ນໆ ເຊິ່ງອາດພົບໄດ້ໃນປະຕິກິລິຍາປົກກະຕິ.
  • ວິທີປິ່ນປົວອາການຕອມໃຈ : ຜູ້ປ່ວຍທີ່ມີອາການ Broken Heart Syndrome ຈະຕ້ອງໄດ້ຮັບການປິ່ນປົວຢູ່ໂຮງໝໍ ເພາະອາດຈະມີອາການທີ່ຮຸນແຮງຂຶ້ນໄດ້. ວິທີການປິ່ນປົວຫາກອາການບໍ່ຮຸນແຮງ ແພດພະຍາດຫົວໃຈຈະໃຫ້ການປິ່ນປົວດ້ວຍຢາ, ແຕ່ໃນກໍລະນີທີ່ອາການຮຸນແຮງ ແລະ ມີອາການຫົວໃຈລົ້ມເຫລວຮ່ວມນຳ ອາດຕ້ອງມີການໃສ່ທໍ່ ແລະ ເຄື່ອງຊ່ວຍຫາຍໃຈ ແລະ ຕ້ອງປິ່ນປົວອາການເຄັ່ງຄຽດທີ່ເປັນປັດໄຈກະຕຸ້ນຮ່ວມນຳ.
  • ນອກຈາກການປິ່ນປົວດ້ວຍຢາ ຍັງມີການປິ່ນປົວດ້ວຍການໃຫ້ຄຳປຶກສາເພື່ອປິ່ນປົວອາການທາງຈິດ ໂດຍເນັ້ນໃຫ້ຜູ້ປ່ວຍຍອມຮັບກັບເຫດການທີ່ເກີດຂຶ້ນໃຫ້ໄດ້, ໃຫ້ຜູ້ປ່ວຍສາມາດພະເຊີນກັບຄວາມຈິງຂອງການສູນເສຍ ໂດຍປ່ອຍໃຫ້ຕົນເອງສະແດງຄວາມຮູ້ສຶກຕໍ່ການສູນເສຍໄດ້, ສາມາດປັບໂຕກັບການໃຊ້ຊີວິດທີ່ປ່ຽນແປງໄປຫລັງການສູນເສຍໄດ້ ແລະ ສາມາດຕັດໃຈຈາກຜູ້ທີ່ຈາກໄປ ແລະ ສ້າງຄວາມສຳພັນກັບບຸກຄົນອື່ນ ເຊັ່ນ : ເປີດໃຈມີຄວາມສຳພັນຄັ້ງໃໝ່ກັບຄົນອື່ນອີກຄັ້ງ ເມື່ອເຖິງເວລາທີ່ເໝາະສົມ ເປັນຕົ້ນ.