ອາເມລິກາ ຢືນຢັນອິດສະລາແອນລົງນາມຮັບຂໍ້ສະເໜີຢຸດຍິງ 60 ວັນໃນກາຊາ

ທໍານຽບຂາວລະບຸໃນວັນທີ 29 ພຶດສະພາວ່າ: ອິດສະລາແອນໄດ້ລົງນາມໃນຂໍ້ສະເໜີຢຸດຍິງຢູ່ກາຊາເປັນເວລາ 60 ວັນແລ້ວ. ຂະນະທີ່ກອງທັບອິດສະລາແອນຍັງປະຕິບັດການທາງທະຫານໃນພື້ນທີ່ສົງຄາມດັ່ງກ່າວ.
ທ່ານ ແຄໂຣໄລ ເລວິດ ໂຄສົກທໍານຽບຂາວໄດ້ຢືນຢັນໃນການຖະແຫລງຂ່າວວ່າ: ທ່ານ ສະຕີບ ວິກຄອບ ທູດພິເສດຂອງອາເມລິກາປະຈໍາຕາເວັນອອກກາງ ແລະ ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ໄດ້ຍື່ນຂໍ້ສະເໜີຢຸດຍິງຕໍ່ກຸ່ມຮາມັດ ເຊິ່ງອິດສະລາແອນໃຫ້ການສະໜັບສະໜູນ.
ທ່ານ ເລວິດ ລະບຸວ່າ: ອິດສະລາແອນໄດ້ລົງນາມໃນຂໍ້ສະເໜີກ່ອນສົ່ງຕໍ່ໃຫ້ກຸ່ມຮາມັດ. ຂ້າພະເຈົ້າຂໍຢືນຢັນອີກວ່າ: ການຫາລືຍັງດໍາເນີນຕໍ່ໄປ ແລະ ພວກເຮົາຫວັງວ່າຈະມີການຢຸດຍິງຢູ່ກາຊາ ເພື່ອພວກເຮົາຈະໄດ້ສົ່ງຕົວປະກັນທັງໝົດກັບບ້ານ. ຂ້າພະເຈົ້າຈະບໍ່ສະແດງຄວາມຄິດເຫັນອີກ ເພາະຍັງຢູ່ລະຫວ່າງດໍາເນີນງານ.
ເຈົ້າໜ້າທີ່ອິດສະລາແອນ ແລະ ແຫລ່ງຂ່າວຈາກອາເມລິກາ ຢືນຢັນວ່າ: ຂໍ້ຕົກລົງທີ່ສະເໜີບໍ່ພຽງແຕ່ລວມທັງການຢຸດຍິງ 60 ວັນເທົ່ານັ້ນ, ແຕ່ຍັງລວມແຜນປ່ອຍຕົວປະກັນທີ່ຍັງມີຊີວິດຢູ່ 10 ຄົນ ແລະ ສົ່ງຄືນສົບຂອງຕົວປະກັນອີກ 18 ຄົນ.
ຮາມັດລະບຸໃນວັນທີ 29 ພຶດສະພາວ່າ: ຜູ້ນໍາຮາມັດໄດ້ຮັບຂໍ້ສະເໜີຢຸດຍິງໃນກາຊາສະບັບໃໝ່ຈາກທ່ານ ວິກຄອບ ຜ່ານທາງຜູ້ໄກ່ເກ່ຍ ແລະ ກໍາລັງສຶກສາຂໍ້ສະເໜີດັ່ງກ່າວ.
ຖະແຫລງການສັ້ນໆຂອງຮາມັດລະບຸວ່າ: ຜູ້ນໍາຮາມັດໄດ້ຮັບຂໍ້ສະເໜີໃໝ່ຂອງທ່ານ ວິກຄອບ ຈາກຜູ້ໄກ່ເກ່ຍ ແລະ ກໍາລັງພິຈາລະນາຢ່າງຮອບຄອບ ໂດຍຢຶດຜົນປະໂຫຍດຂອງປະຊາຊົນ, ການບັນເທົາຄວາມເດືອດຮ້ອນ ແລະ ການບັນລຸຂໍ້ຕົກລົງຢຸດຍິງຖາວອນໃນເຂດກາຊາເປັນຫລັກ.

