ສານການຄ້າ ສ.ອາເມລິກາ ຕັດສິນລະງັບການບັງຄັບໃຊ້ນະໂຍບາຍຂຶ້ນພາສີສິນຄ້ານໍາເຂົ້າທົ່ວໂລກຂອງທ່ານ ທຣໍາ

ສໍານັກຂ່າວຣອຍເຕີລາຍງານວັນທີ 29 ພຶດສະພາ 2025ວ່າ: ວັນທີ 28 ພຶດສະພາ ສານການຄ້າຂອງສະຫະລັດອາເມລິກາ ມີຄໍາຕັດສິນ ໃຫ້ລະງັບ ການບັງຄັບໃຊ້ນະໂຍບາຍຂຶ້ນພາສີສິນຄ້າທົ່ວໂລກ ລວມທັງພາສີໂຕ້ຕອບ ທີ່ປະທານາທິບໍດີ ໂດນັລ ທຣໍາ ປະກາດເມື່ອວັນທີ 2 ເມສາ 2025 ທີ່ຜ່ານມາ ໂດຍລະບຸວ່າ ເປັນການໃຊ້ອໍານາດເກີນຂອບເຂດ ຈາກທີ່ລັດຖະທໍາມະນູນກໍານົດໄວ້.
ຄະນະຜູ້ພິພາກສາ 3 ທ່ານ ໃຫ້ເຫດຜົນວ່າ ທ່ານ ທຣໍາ ປະກາດຂຶ້ນພາສີສິນຄ້າທົ່ວໂລກ ໂດຍອ້າງກົດໝາຍສຸກເສີນທາງເສດຖະກິດ ເຊິ່ງສານເບິ່ງວ່າກົດໝາຍສຸກເສີນດັ່ງກ່າວ ບໍ່ໃຫ້ສິດຝ່າຍດຽວໃນການກໍານົດພາສີກັບທຸກປະເທດທົ່ວໂລກ.
ຄໍາຕັດສິນດັ່ງກ່າວໄດ້ລະງັບທັງພາສີສິນຄ້າ 10% ທີ່ ທຣໍາ ເອີ້ນເກັບຈາກທົ່ວໂລກ ແລະ ລະງັບການຂຶ້ນພາສີ 30% ຕໍ່າສິນຄ້າຈີນ ແລະ 25% ຕໍ່ສິນຄ້າບາງປະເພດຈາກແມັກຊິໂກ ແລະ ການາດາ ທີ່ປະກາດບັງຄັບໃຊ້ໄປເມື່ອຕົ້ນປີນີ້ ເພື່ອກົດດັນໃຫ້ທັງ 3 ປະເທດເພີ່ມຄວາມພະຍາຍາມໃນການປາບປາມຢາເສບຕິດປະເພດ ເຟນທານິນ ທີ່ລະບາດໃນອາເມລິກາ.
ແຕ່ການລະງັບນະໂຍບາຍຂຶ້ນພາສີຄັ້ງນີ້ ບໍ່ໄດ້ລວມພາສີ 25% ສໍາລັບລົດ, ຊິ້ນສ່ວນລົດ, ເຫລັກ ຫລື ອະລູມີນຽມ ທີ່ໄດ້ບັນຍັດໄວ້ໃນກົດໝາຍການຄ້າ ມາດຕາ 232 ເຊິ່ງເປັນກົດໝາຍທີ່ແຕກຕ່າງໄປຈາກກົດໝາຍສຸກເສີນທີ່ ທຣໍາ ອ້າງເຖິງໃນການດໍາເນີນນະໂຍບາຍຂຶ້ນພາສີສິນຄ້າທົ່ວໂລກ, ພາຍຫລັງມີຄໍາຕັດສິນຂອງສານອອກມາ ລັດຖະບານ ທຣໍາ ໄດ້ຍື່ນອຸທອນໂດຍທັນທີ.

