7 ວິທີປ້ອງກັນນໍ້າຖ້ວມເຮືອນ ໃນມື້ທີ່ຝົນຕົກໜັກ

ນໍ້າຖ້ວມເຮືອນໄພຈາກທໍາມະຊາດທີ່ມາໃນເວລາຝົນຕົກໜັກ ແລະ ເຮັດໃຫ້ນໍ້າໄຫລບໍ່ທັນ ທີ່ເກີດຈາກເສດຂີ້ເຫຍື້ອ ຫລື ເສດໃບໄມ້ ໄປຕັນທໍລະບາຍນໍ້າ ຈຶ່ງມີຄວາມສ່ຽງທີ່ຈະເກີດນໍ້າຖ້ວມໄດ້ຕະຫລອດເວລາ, ເຊິ່ງຈະເຮັດໃຫ້ເກີດຄວາມເສຍຫາຍຕໍ່ຊັບສິນພາຍໃນເຮືອນ ລວມໄປເຖິງໂຄງສ້າງເຮືອນທີ່ຈະໄດ້ຮັບຜົນກະທົບດ້ວຍເຊັ່ນກັນ, ດັ່ງນັ້ນ ພວກເຮົາຈຶ່ງນໍາເອົາວິທີຮັບມືເພື່ອບໍ່ໃຫ້ເກີດບັນຫານໍ້າຖ້ວມເຮືອນ ແລະ ຮັບມືກັບນໍ້າຖ້ວມໄດ້ທັນເວລາດັ່ງນີ້:
- ເປົາຂີ້ຊາຍ: ເປັນວິທີງ່າຍໆທີ່ເຮັດເອງໄດ້ ພຽງແຕ່ຕັກຂີ້ຊາຍໃສ່ເປົາປະມານເຄິ່ງເປົາ ແລ້ວມັດປາກເປົາໃຫ້ແໜ້ນ, ແລ້ວນໍາໄປວາງລຽນກັນເປັນແຖວສູງ ວິທີນີ້ຈະຊ່ວຍປ້ອງກັນບໍ່ໃຫ້ນໍ້າໄຫລເຂົ້າເຮືອນໄດ້ໃນເບື້ອງຕົ້ນ.

- ຖົງໃສ່ນໍ້າ: ເປັນອີກວີທີໜຶ່ງທີ່ໃຊ້ໄດ້ໃນລະດັບໜຶ່ງ ໂດຍການນໍາເອົາເປົາທີ່ບໍ່ສາມາດມີນໍ້າອອກໄດ້ ຫລື ຖົງດໍາຊະນິດໜຽວແໜ້ນແບບພິເສດ ມາຊ້ອນກັນ 2-3 ຊັ້ນ ແລ້ວໃສ່ນໍ້າຈົນເກືອບເຕັມ ແລະ ມັດປາກຖົງໃຫ້ແໜ້ນ, ແລ້ວຈຶ່ງນໍາໄປວາງລຽນກັນໃຫ້ສູງກວ່າລະດັບນໍ້າ ຫລື ອາດຈະໃຊ້ແຜ່ນໄມ້ມາເສີມ ໂດຍການວາງຖົງນໍ້າເປັນໄລຍະ ເພື່ອເສີມຄວາມແຂງແຮງ, ເຮັດໃຫ້ບໍ່ລົ້ມງ່າຍ. ຖ້າບໍ່ມີຖົງອາດຈະໃຊ້ກະຕຸກນໍ້າແທນ.

- ແຜ່ນເຫລັກ: ຖ້າມີແຜ່ນເຫລັກ ຫລື ບານປະຕູທີ່ເປັນເຫລັກ ກໍນໍາມາໃຊ້ໄດ້ເຊັ່ນກັນ ໂດຍການຕໍ່ແຜ່ນເຫລັກເຂົ້າຫາກັນ ແລ້ວຈຶ່ງນໍາໄປວາງໄວ້ບ່ອນທີ່ນໍ້າເຂົ້າມາໄດ້ ຫລື ອາດຈະຈອດໃສ່ກັບເສົາຄໍ້າ ເພື່ອຄວາມແຂງແຮງ ແລະ ອັດຮູ ດ້ວຍກາວຊິລິໂຄນ ຫລື ດິນນໍ້າມັນ ເພື່ອປ້ອງກັນບໍ່ໃຫ້ນໍ້າຊຶມ ຈະເຮັດໃຫ້ຮັບແຮງດັນນໍ້າໄດ້ດີ ແລະ ຄວນເຮັດເສົາຄໍ້າຢັນຊ່ວຍ ໃນກໍລະນີນໍ້າມາຫລາຍ.

- ກັນນໍ້າດ້ວຍດິນບ໋ອກ: ວາງດິນບ໋ອກເທິງແຜ່ນຢາງສະລັບກັນ 3-4 ຊັ້ນ ຕາມແລວພື້ນທີ່ກັນນໍ້າ ແລ້ວດຶງແຜ່ນຢາງມາປົກດ້ານໜ້າຂອງກ້ອນດິນບ໋ອກທີ່ລຽນທັບກັນຈົນຮອດດ້ານເທິງ ແລ້ວຈຶ່ງເອົາກ້ອນດິນບ໋ອກມາທັບແຜ່ນຢາງອີກ 1-2 ຊັ້ນ. ດ້ານລຸ່ມຂອງຜ້າຢາງແມ່ນໃຫ້ເອົາກ້ອນດິນຈີ່ໄປທັບໄວ້ເພື່ອເສີມຄວາມແຂງແຮງ.

- ແຜ່ນຢາງແຂງ (Future Board): ແຜ່ນຢາງແຂງທີ່ເຮົາໃຊ້ເຮັດວຽກ ທີ່ມີຄວາມໜຽວ, ສາມາດນໍາໄປໃຊ້ໃນການອັດຮູປະຕູ ຫລື ບ່ອນທີ່ມີນໍ້າຮົ່ວຊຶມເຂົ້າໄປໄດ້ ໂດຍການຕິດແຜ່ນຢາງໄວ້ທາງນອກຂອງພື້ນທີ່ກັນນໍ້າ, ຕິດທັບດ້ວຍສະກ໋ອດເຈ້ຍ, ເຫລັກຕະປູ ຫລື ກາວຊິລິໂຄນ ເພື່ອບໍ່ໃຫ້ເໜັງຕີງໄດ້ ຫລື ອາດຈະໃຊ້ຖົງຢາງດໍາຂະໜາດໃຫຍ່ມາປົກທັບແຜ່ນຢາງອີກຊັ້ນໜຶ່ງ ແລ້ວເອົາດິນບ໋ອກ ຫລື ເປົາຊາຍໄປເຕັງໄວ້ ກໍຈະຊ່ວຍປ້ອງກັນນໍ້າເຂົ້າໄດ້ດີ.

- ແຜ່ນສັງກະສີ: ນໍາເອົາແຜ່ນສັງກະສີມາກັນນໍ້າໂດຍການ ເຮັດໂຄງຂຶ້ນມາ ແລ້ວຕິດສັງກະສີໃສ່ໃຫ້ປິດສະໜິດບໍລິເວນຮູ ຫລື ຮອຍຕໍ່ ອັດຮູດ້ວຍຖົງຢາງ ຫລື ຊິລິໂຄນກັນນໍ້າ, ສາມາດປ່ຽນມາໃຊ້ແຜ່ນໂຟບີຄາບອນ ແທນກໍໄດ້ ໂດຍຕິດໄວ້ທັງນອກ ແລະ ໃນຂອງບ່ອນກັ້ນນໍ້າ, ລະວັງ ຖ້ານໍ້າແຮງເກີນໄປ ໃຫ້ເອົາສິ່ງຂອງທີ່ແຂງແຮງມາຄໍ້າຢັນໃຫ້ດີ.

- ຍົກລະດັບພື້ນເຮືອນໃຫ້ສູງກວ່າລະດັບຫົນທາງ, ຫາກຕ້ອງການເທພື້ນໃໝ່ ຄວນທຸບພື້ນເກົ່າອອກກ່ອນ ແລ້ວເຮັດຄານປູນເສີມ ເພື່ອຄວາມແຂງແຮງ ແລະ ເບິ່ງລະດັບພື້ນໃຫ້ດີ ໃຫ້ລະດັບພື້ນເປັນຄ້ອຍໄປທາງຮ່ອງລະບາຍນໍ້າ.


