ທ່ານ ທຣໍາ ໃຫ້ເວລາທ່ານ ປູຕິນ 2 ອາທິດ ແກ້ໄຂເລື່ອງອູແກຣນ ພ້ອມຂູ່ຕອບໂຕ້ຖ້າຍັງຖ່ວງເວລາ

         ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ໃຫ້ເວລາທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ 2 ອາທິດ ແກ້ໄຂເລື່ອງອູແກຣນ, ພ້ອມຂູ່ວ່າ: ອາເມລິກາຈະດໍາເນີນມາດຕະການຕອບໂຕ້ ຖ້າທ່ານ ປູຕິນ ຍັງຖ່ວງເວລາຢູ່.

         ທ່ານ ທຣໍາ ຖືກກອງທັບສື່ມວນຊົນໃນທໍານຽບຂາວຖາມເຖິງ ຈຸດຢືນຂອງທ່ານ ປູຕິນ ວ່າທ່ານຕ້ອງການຈະຢຸດສົງຄາມຣັດເຊຍ-ອູແກຣນຫລາຍໜ້ອຍຊໍ່າໃດ. ທ່ານ ທຣໍາ ກ່າວວ່າ: “ຂ້າພະເຈົ້າຍັງບອກບໍ່ໄດ້ຕອນນີ້, ແຕ່ຈະໃຫ້ຄໍາຕອບພາຍໃນ 2 ອາທິດ ເຮົາຈະຮູ້ກັນໃນໄວໆນີ້ວ່າ ທ່ານ ປູຕິນ ກໍາລັງຂີ້ຕົວະເຮົາ ຫລື ບໍ່ ແລະ ຖ້າທ່ານ ປູຕິນ ຂີ້ຕົວະ ຂ້າພະເຈົ້າຈະຕອບສະໜອງແຕກຕ່າງອອກໄປ”.

         ການຖິ້ມລະເບີດຂອງຣັດເຊຍຄັ້ງຫລ້າສຸດຖືເປັນໜຶ່ງໃນການໂຈມຕີທີ່ໃຫຍ່ ແລະ ຮຸນແຮງທີ່ສຸດ ນັບແຕ່ສົງຄາມເລີ່ມຂຶ້ນໃນຕົ້ນປີ 2022 ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຜູ້ບາດເຈັບເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຂະນະທີ່ຄວາມພະຍາຍາມຂອງທໍານຽບຂາວໃນການເຈລະຈາສັນຕິພາບລະຫວ່າງຣັດເຊຍກັບອູແກຣນອາດຈະຍັງບໍ່ມີຜົນໄດ້ຮັບທີ່ຈັບບາຍໄດ້.

          ຫລ້າສຸດ, ຣັດເຊຍໄດ້ສະເໜີໃຫ້ຈັດການເຈລະຈາຮອບໃໝ່ກັບອູແກຣນຢູ່ນະຄອນອິສຕັນບູລ ຂອງຕວກກີ ໃນຕົ້ນອາທິດໜ້າ ເພື່ອມຸ້ງຫວັງຂໍ້ຕົກລົງຢຸດຍິງຖາວອນ. ຂະນະທີ່ອູແກຣນຕອບຮັບແນວຄິດການເຈລະຈາ, ແຕ່ເນັ້ນວ່າຕ້ອງມີ “ບັນທຶກຂໍ້ຕົກລົງ” (Memorandum) ຈາກຣັດເຊຍ ເພື່ອບໍ່ໃຫ້ການເຈລະຈາບໍ່ມີຜົນໄດ້ຮັບ.

         ການສະເໜີເຈລະຈານີ້ເກີດຂຶ້ນພາຍຫລັງກອງປະຊຸມຣັດເຊຍ-ອູແກຣນຢູ່ອິສຕັນບູລ ໃນວັນທີ 16 ພຶດສະພາ ເຊິ່ງເປັນການພົບກັນໂດຍກົງຄັ້ງທໍາອິດໃນຮອບກວ່າ 3 ປີ, ແຕ່ຍັງບໍ່ສາມາດຕົກລົງຢຸດຍິງໄດ້ ໂດຍຣັດເຊຍເນັ້ນຄວາມໝັ້ນຄົງເປັນບັນຫາຫລັກ ແລະ ມີເງື່ອນໄຂຫລາຍຂໍ້ກ່ອນຍອມຢຸດປະຕິບັດການທະຫານ. ຂະນະທີ່ຝ່າຍອູແກຣນເຫັນວ່າຣັດເຊຍຕັ້ງເງື່ອນໄຂແບບ “ສູງສຸດ” ທີ່ບໍ່ອາດຍອມຮັບໄດ້ເຊັ່ນ: ຫ້າມເຂົ້າຮ່ວມ NATO, ໃຫ້ຖອນທະຫານຈາກພື້ນທີ່ທີ່ຣັດເຊຍຢຶດຄອງ ແລະ ຈໍາກັດຂະໜາດກອງທັບອູແກຣນ ເຊິ່ງທ່ານ ໂວໂລດິເມຍ ເຊເລນສະກີ ປະທານາທິບໍດີອູແກຣນໄດ້ປະຕິເສດເງື່ອນໄຂທັງໝົດນີ້ແລ້ວ.

ອ້າງອີງ: