ກ້າຕັດສິນໃຈ ກ້າເຮັດ ກ້າທຳ ແລະ ກ້າເສຍສະຫຼະເພື່ອຜົນປະໂຫຍດຂອງປະຊາຊົນຂອງຊາດບ້ານເມືອງຢ່າງບໍລິສຸດແທ້ຈິງ ທຸກບັນຫາທ້າທາຍຈະແກ້ໄຂໄດ້ໂດຍໄວ

ກ້າຕັດສິນໃຈ ກ້າເຮັດ ກ້າທຳ ແລະ ກ້າເສຍສະຫຼະເພື່ອຜົນປະໂຫຍດຂອງປະຊາຊົນຂອງຊາດບ້ານເມືອງຢ່າງບໍລິສຸດແທ້ຈິງ ທຸກບັນຫາທ້າທາຍຈະແກ້ໄຂໄດ້ໂດຍໄວ

ໂດຍ: ຜາຕຸງ ວາລະດຳເນີກອງປະຊຸມ ສະໄໝສາມັນ ເທື່ອທີ V ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 3 ກໍລະກົດ 2023 ທ່ານ ສອນໄຊສີພັນດອນ ນາຍົກລັດຖະມົນຕີ ໃນນາມຫົວໜ້າລັດຖະບານ ໄດ້ຊີ້ແຈງຕອບຄຳຊັກຖາມເຈາະຈີ້ມຂອງສະມາຊິກສະພາແຫ່ງຊາດ ທີ່ໄດ້ປະກອບຄວາມເຫັນຕໍ່ການປະຕິບັດໜ້າທີ່ຂອງຂະແໜງການຕ່າງໆທັງຢູ່ສູນກາງ ແລະ…

ຂົນສົ່ງສິນຄ້າຕ້ອງຮັບປະກັນຄວາມປອດໄພ ບໍ່ແມ່ນເອົາແຕ່ຄວາມຢາກໄດ້ ແຕ່ໄຮ້ຄວາມຮັບຜິດຊອບຕໍ່ສັງຄົມ

ຂົນສົ່ງສິນຄ້າຕ້ອງຮັບປະກັນຄວາມປອດໄພ ບໍ່ແມ່ນເອົາແຕ່ຄວາມຢາກໄດ້ ແຕ່ໄຮ້ຄວາມຮັບຜິດຊອບຕໍ່ສັງຄົມ

ໂດຍ: ຜາຕຸງ ທຸກອາຊີບທີ່ເວົ້າມານີ້ກໍລ້ວນແລ້ວແຕ່ແມ່ນອາຊີບທີ່ດີມີກຽດສະຫງ່າ ແລະ ບໍລິສຸດໂດຍທີ່ບໍ່ໄດ້ໄປສໍ້ໂກງໃຜຜູ້ໃດເລີຍ, ແຕ່ກໍຄວນເບິ່ງຄືໃນເວລາລຳລຽງຂົນສົ່ງສິນຄ້າໂດຍສະເພາະປະເພດ ກວດນ້ຳດື່ມປລາສຕິກ, ການແກ່ເສດເຫັກ ໄປສົ່ງຈຸດຈຳໜ່າຍ ຫຼື ເອົາໄປໄວ້ເຮືອນຂອງຕົນເອງຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມຂຶ້ນຕື່ມອີກ ດ້ວຍການທີ່ບັນທຸກເກີນຂອດເຂດ ສ້າງຄວາມເດືອດຮ້ອນຕໍ່ສັງຄົມເວລາໃຊ້ລົດລາງພາຫະນະໄປຕາມທ້ອງຖະໜົນທັງສ່ຽງຕໍ່ການເກີດອຸບັດເຫດຕື່ມອີກ, ຊຶ່ງຜ່ານມາປາກົດຍັງເຫັນເຫັນຫຼາຍໃນນະຄອນຫຼວງວຽງຈັນ ແລະ ຕາມຕົວເມືອງໃຫຍ່. ສັງຄົມລາວເຂົ້າໃຈເລື່ອງການພະຍາມຍາມປະກອບອາຊີບໃນດ້ານຕ່າງໆ ຫາລ້ຽງກຸ້ມຕົນເອງຕາມຄວາມສາມາດ ແລະທ່າແຮງທີ່ຕົນມີດ້ວຍຄວາມຊື່ສັດສຸດຈະລິດ ແຕ່ຕ້ອງເຮັດໃຫ້ຖືກຕ້ອງຕາມລະບຽບກົດໝາຍບ້ານເມືອງ…

ກອງປະຊຸມສະພາ ເປັນບ່ອນພິຈາລະນາບັນຫາຂອງຊາດ ແລະ ຕົກລົງເອົາມາດຕະການໄປແກ້ໄຂໃຫ້ເກີດດອກອອກຜົນ

ກອງປະຊຸມສະພາ ເປັນບ່ອນພິຈາລະນາບັນຫາຂອງຊາດ ແລະ ຕົກລົງເອົາມາດຕະການໄປແກ້ໄຂໃຫ້ເກີດດອກອອກຜົນ

ໂດຍ: ທິດກ່ຳ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການມາແຕ່ວັນທີ 26 ມິຖຸນາ 2023 ທີ່ຜ່ານມາ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມບັນດາການນຳພັກ-ລັດ ແລະ ບັນດາສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງໃນທົ່ວປະເທດເຂົ້າຮ່ວມ ແລະ…

ແຮ່ທາດ ບໍ່ແມ່ນແນວຈະທົດລອງ ຂຸດຄົ້ນແຮ່ແມ່ນຊັບພະຍາກອນ ໝົດແລ້ວກໍໝົດເລີຍ

ແຮ່ທາດ ບໍ່ແມ່ນແນວຈະທົດລອງ ຂຸດຄົ້ນແຮ່ແມ່ນຊັບພະຍາກອນ ໝົດແລ້ວກໍໝົດເລີຍ

ໂດຍ: ຜາຕຸງ ບັນຫາທີ່ຟົດເດືອດຊຶ່ງສັງຄົມມີຄວາມສົນໃຈທີ່ສຸດໃນເວລານີ້ກໍແມ່ນເລື່ອງເສດຖະກິດ,ນອກຈາກບັນຫາອັດຕາເງິນເຟີ້,ສິນຄ້າຂຶ້ນລາຄາທີ່ສົ່ງຜົນກະທົບແຮງຕໍ່ການດຳລົງຊີວິດຂອງປະຊາຊົນຄົນທົ່ວໄປ ໂດຍສະເພາະຕໍ່ຜູ້ມີລາຍຮັບໜ້ອຍແລ້ວ, ກໍຄົງຈະແມ່ນເລື່ອງການອະນຸຍາດໃຫ້ນັກລົງທຶນເຂົ້າມາທົດລອງຂຸດຄົ້ນແຮ່ທາດຕ່າງໆ ແລະ ການຂຸດຄົ້ນແຮ່ຫາຍາກ ທີ່ສະມາຊິກສະພາແຫ່ງຊາດຍົກເປັນຄຳຖາມມາເຈາະຈີ້ມຕໍ່ສະມາຊິກຄະນະລັດຖະບານຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ່ 9 ທີ່ກຳລັງດຳເນີນຢູ່ນີ້. ການທົດລອງຂຸດຄົ້ນແຮ່ທາດເປັນນະໂຍບາຍໜຶ່ງທີ່ສຳຄັນໃນການພັດທະນາເສດຖະກິດ, ຜ່ານການປະຕິບັດຕົວຈິງສອງປີຜ່ານມາ ໄດ້ສົ່ງຜົນກະທົບໂດຍກົງແລະທາງອ້ອມຕໍ່ການດຳລົງຊິວິດຂອງປະຊາຊາຊົນຢ່າງຫຼີກບໍ່ໄດ້ ເປັນຕົ້ນແມ່ນເສັ້ນທາງຄົມມະນາຄົມເປ່ເພ, ປ່າໄມ້ຖືກທຳລາຍ, ສ້າງມົນລະພິດຕໍ່ສິິ່ງແວດລ້ອມ  ຊຶ່ງປະຊາຊົນຫຼາຍທ້ອງຖິ່ນມີຄວາມເຫັນໃນການທົດລອງເຮັດແຮ່ທາດເປັນຕົ້ນບັນດາຂໍ້ສະເໜີຂອງຜູ້ແທນກອງປະຊຸມຈາກຫຼາຍເຂດເລືອກຕັ້ງກໍຢາກໃຫ້ມີການສະຫຼຸບຕີລາຄາຄືນບົດຮຽນໃນການເຮັດທົດລອງນີ້ ໄດ້ຫຍັງແດ່…

ຮີບເລັ່ງທາວເອົາຜັກຕົບອອກຈາກຮ່ອງແຊງ ໃຫ້ນ້ຳໄຫຼສະດວກ ເພື່ອຫຼຸດຜ່ອນນ້ຳຖ້ວມຂັງໃນຕົວເມືອງ

ຮີບເລັ່ງທາວເອົາຜັກຕົບອອກຈາກຮ່ອງແຊງ ໃຫ້ນ້ຳໄຫຼສະດວກ ເພື່ອຫຼຸດຜ່ອນນ້ຳຖ້ວມຂັງໃນຕົວເມືອງ

ໂດຍ: ຜາຕຸງ ໃນທີ່ສຸດຜັກຕົບທີ່ກີດຂວາງທາງໄຫຼຂອງນ້ຳຢູ່ຮອງແຊງຊຶ່ງເປັນຮ່ອງລະບາຍນ້ຳຂະໜາດໃຫຍ່ ເພື່ອລະບາຍນ້ຳເປື້ອນຈາກຄົວເຮືອນອອກຈາກ 2 ເມືອງຄື: ເມືອງສີໂຄດຕະບອງ, ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ບາງຈຸດ ໂດຍສະເພາະ ຢູ່ຈຸດ ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ກໍຖືກອະນາໄມຮື້ຖອນ ຈາກໜ່ວຍງານທີ່ກ່ຽວຂ້ອງຂອງເມືອງແລ້ວ, ພາຍຫຼັງທີ່ຈະເລີນເຕີບໂຕເບັ່ງບານ ກີດຂວາງການໄຫຼຂອງນ້ຳມາເປັນເວລາດົນນານ….

ການຂຸດຄົ້ນແຮ່ທາດ ທີ່ບໍ່ໄປຕາມມາດຕະຖານ ແລະ ກົດໝາຍ ກາຍເປັນບັນຫາເຄັ່ງຮ້ອນຂອງຊາດ

ການຂຸດຄົ້ນແຮ່ທາດ ທີ່ບໍ່ໄປຕາມມາດຕະຖານ ແລະ ກົດໝາຍ ກາຍເປັນບັນຫາເຄັ່ງຮ້ອນຂອງຊາດ

ໂດຍ: ມຶກບໍ່ແຫ້ງ ການຂຸດຄົ້ນແຮ່ທາດເປັນຂະແໜງການສຳຄັນໃນການຂັບເຄື່ອນການເຕີບທາງດ້ານເສດຖະກິດຂອງ ສປປລາວ ແຕ່ພ້ອມນັ້ນ ຂະແໜງການດັ່ງກ່າວໄດ້ກໍໃຫ້ເກີດບັນຫາສັງຄົມ-ສິ່ງແວດລ້ອມຢ່າງຫຼວງຫຼາຍ ຍ້ອນການຈັດຕັ້ງປະຕິບັດສັນຍາ ຕາມລະບຽບກົດໝາຍ ຍັງບໍ່ທັນໄດ້ດີ. ເກືອບສອງທົດສະຫວັດທີ່ຜ່ານມາ ຈົນຮອດປັດຈຸບັນ ພວກເຮົາບໍ່ສາມາດປະຕິເສດໄດ້ວ່າ ການຂຸດຄົ້ນແຮ່ທາດ ໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນການເຕີບໂຕທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາ ຍົກຕົວຢ່າງ ສິນຄ້າສົ່ງອອກຂອງ ສປປລາວໃນ ເດືອນພຶດສະພາ 2023…

4 ທ່າແຮງໃນການພັດທະເສດຖະກິດ ນຳເອົາປະຊາຊົນເມືອງຊຳເໜືອ ແຂວງຫົວພັນໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ

4 ທ່າແຮງໃນການພັດທະເສດຖະກິດ ນຳເອົາປະຊາຊົນເມືອງຊຳເໜືອ ແຂວງຫົວພັນໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ

ໂດຍ : ຜາຕຸງ ທິວທັດຊຳເໜືອ ຊ່າງງາມເຫລືອເມືອງແຫ່ງພູດອຍ ນ້ຳຫວຍນ້ອຍ ໄຫລລິນຈາກຈອມດອຍ ຄອຍເຫັນວິວລິ່ວເລື່ອນ………………ສຽງເພັງປະຕິວັດທີ່ຂັບຮ້ອງໂດຍ ພູວຽງ ວາດທະວີສັກ ໄດ້ບົ່ງບອກເຖິງເອກະລັກຄວາມຮັງມີອຸດົມສົມບຸນ ແລະ ຄວາມສວຍງາມຕາມທຳມະຊາດຂອງເມືອງຊຳເໜືອ ຊຶ່ງເປັນເມືອງເທດສະບານຂອງແຂວງຫົວພັນ, ເປັນຈຸດໃຈກາງ, ເປັນສູນລວມທາງເສດຖະກິດ ວັດທະນະທຳ ປະຫວັດສາດ ແຕ່ລະໄລຍະມາໂຮມໄວ້ຢູ່ໜ່ວຍແກ້ວຫລັກເມືອງ ທີ່ເປັນສັນຍາລັກຂອງແຂວງຫົວພັນ,…

ຝົນຕົກແຮງນ້ຳຊຶມ ສ້າງທາງບໍ່ມີຄຸນນະພາບບໍ່ໄດ້ມາດຕະຖານ ແລະ ບັນທຸກໜັກເກີນກຳນົດ ລ້ວນແຕ່ແມ່ນສາເຫດພາໃຫ້ທາງເປ່ເພ ແລະ ເປັນບວກເປັນຂຸມ

ຝົນຕົກແຮງນ້ຳຊຶມ ສ້າງທາງບໍ່ມີຄຸນນະພາບບໍ່ໄດ້ມາດຕະຖານ ແລະ ບັນທຸກໜັກເກີນກຳນົດ ລ້ວນແຕ່ແມ່ນສາເຫດພາໃຫ້ທາງເປ່ເພ ແລະ ເປັນບວກເປັນຂຸມ

ໂດຍ: ຜາຕຸງ ການລົງແລະເລົ່າຂ່າວ ຫຼື ແນະນຳ ໃຫ້ຮູ້ເຖິງສະພາບຄວາມເປ່ເພ, ເປັນບວກໄປຂຸມ ຫຍຸ້ງຍາກໃນການໄປມາ ແລະ ມີຄວາມສ່ຽງເກີດອຸບັດເຫດ ກ່ຽວກັບເສັ້ນທາງຫຼາຍເສັ້ນ ທັງຢູ່ຕົວເມືອງ ແລະ ຊົນນະບົດ,ພວມເປັນສິ່ງທີ່ຟົດເດືອດຢູ່ສື່ສັງຄົມ ອອນລາຍ ໃນເວລານີ້, ເພື່ອສື່ເຖິງພາກສ່ວນທີ່ຮັບຜິດຊອບໂດຍກົງ ໄດ້ມີມາດຕະການແລະວີທີການແກ້ໄຂຢ່າງຖືກຕ້ອງແລະຮີບດ່ວນ. ທາງເປ່ເພ, ເປັນບວກເປັນຂຸມນ້ອຍໃຫຍ່ທີ່ມີຢູ່ຕາມທ້ອງຖະໜົນນັ້ນມາຈາກສາເຫດອັນໃດ?…

ສິນຄ້າກະສິກຳລາວ ແຕ່ປຸຍ ແລະ ອຸປະກອນຍັງເປັນສິນຄ້ານຳເຂົ້າ ເຮັດໃຫ້ຜົນຜະລິດຄວບຄຸມລາຄາບໍ່ໄດ້  ຈະແກ້ໄຂແນວໃດ ?

ສິນຄ້າກະສິກຳລາວ ແຕ່ປຸຍ ແລະ ອຸປະກອນຍັງເປັນສິນຄ້ານຳເຂົ້າ ເຮັດໃຫ້ຜົນຜະລິດຄວບຄຸມລາຄາບໍ່ໄດ້ ຈະແກ້ໄຂແນວໃດ ?

ໂດຍ: ມຶກບໍ່ແຫ້ງ ບັນຫາທີ່ຊໍາເຮື້ອມາຍາວນານ ກ່ຽວກັບສິນຄ້າກະສິກຳຂອງລາວ ທີ່ມີຕົ້ນທຶນການຜະລິດຍັງສູງ, ລາຄາແພງ, ມີໜ້ອຍ ແລະ ຄຸນນະພາບຍັງບໍ່ທັນສູງນັ້ນ ເກີດຈາກຫຍັງ? ແລ້ວພວກເຮົາແກ້ໄຂບໍ່ໄດ້ແທ້ໆບໍ່? ເປັນເລື່ອງຊັດເຈນວ່າ ຮອດເວລານີ້ ພວກເຮົາຍັງບໍ່ທັນສາມາດຜະລິດ ອາຫານກຸ້ມຕົນເອງໄດ້ເທື່ອ, ເຮັດໃຫ້ອາຫານການກິນແພງ ແລະ ເປັນປັດໄຈໜຶ່ງທີ່ເຮັດໃຫ້ລາຄາເງິນກີບລາວຕົກຕໍ່າໃນປັດຈຸບັນ, ປະຊາຊົນຜູ້ທີ່ມີລາຍຮັບຕໍ່າ ຫາ…

ຫັນໜ້າເຂົ້າສູ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 9 ເພື່ອຕິດຕາມການກຳນົດແນວທາງຕັດສິນບັນຫາຂອງຊາດ

ຫັນໜ້າເຂົ້າສູ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 9 ເພື່ອຕິດຕາມການກຳນົດແນວທາງຕັດສິນບັນຫາຂອງຊາດ

ໂດຍ: ຜາຕຸງ ກອງປະຊຸມສະໄໝສາມັນເທື່ອທີ V ຂອງສະພາແຫ່ງຊາດຊຸດທີ IX ຈະໄຂຂຶ້ນໃນວັນທີ 26 ມິຖຸນາ 2023 ຈົນຮອດວັນທີ 18 ກໍລະກົດ 2023 ,ລວມເວລາ 17ວັນ ສະມາຊິກສະພາແຫ່ງຊາດຊຸດທີ IX ຈາກເຂດເລືອກຕັ້ງທັງ 18…