4 ທ່າແຮງໃນການພັດທະເສດຖະກິດ ນຳເອົາປະຊາຊົນເມືອງຊຳເໜືອ ແຂວງຫົວພັນໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ

ໂດຍ : ຜາຕຸງ
ທິວທັດຊຳເໜືອ ຊ່າງງາມເຫລືອເມືອງແຫ່ງພູດອຍ ນ້ຳຫວຍນ້ອຍ ໄຫລລິນຈາກຈອມດອຍ ຄອຍເຫັນວິວລິ່ວເລື່ອນ………………ສຽງເພັງປະຕິວັດທີ່ຂັບຮ້ອງໂດຍ ພູວຽງ ວາດທະວີສັກ ໄດ້ບົ່ງບອກເຖິງເອກະລັກຄວາມຮັງມີອຸດົມສົມບຸນ ແລະ ຄວາມສວຍງາມຕາມທຳມະຊາດຂອງເມືອງຊຳເໜືອ ຊຶ່ງເປັນເມືອງເທດສະບານຂອງແຂວງຫົວພັນ, ເປັນຈຸດໃຈກາງ, ເປັນສູນລວມທາງເສດຖະກິດ ວັດທະນະທຳ ປະຫວັດສາດ ແຕ່ລະໄລຍະມາໂຮມໄວ້ຢູ່ໜ່ວຍແກ້ວຫລັກເມືອງ ທີ່ເປັນສັນຍາລັກຂອງແຂວງຫົວພັນ, ໂດຍສະເພາະແມ່ນເມືອງຊຳເໜືອພວມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງໃນປັດຈຸບັນ.
ປີ 2022 ຜ່ານມາ ເສດຖະກິດຂອງເມືອງຊຳເໜືອຂະຫຍາຍຕົວໃນລະດັບ 4,13%, ຍອດຜະລິດພາຍໃນ ຫລື GDP ບັນລຸໄດ້ 690 ຕື້ກີບ ສະເລ່ຍລາຍຮັບໃສ່ຫົວຄົນ, ຜູ້ໜຶ່ງໄດ້ 10,6 ລ້ານກີບ ຫລື ປະມານ 685 ໂດລາຕໍ່ປີ, ໃນນັ້ນຂົງເຂດກະສິກຳກວມຫລາຍກ່ວາ 51%, ອຸດສາຫະກຳ ແລະ ຫັດຖະກຳ ກວມ 32%, ການຄ້າ ແລະ ການບໍລິການ ກວມ 16% ຂອງຍອດຜະລິດຕະພັນພາຍໃນ.
ທ່ານ ອານຸລັກ ແສງສຸລິຍາ ເຈົ້າເມືອໆຊຳເໜືອແຈ້ງວ່າ: “ ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງຊຳເໜືອ ແມ່ນອີງໃສ່ 4 ທ່າແຮງຕົ້ນຕໍ ທີ່ມັນສອດຄ່ອງກັບສະພາບ ແລະ ຈຸດພິເສດຂອງເມືອງ ເຮັດໃຫ້ມາຮອດປັດຈຸບັນນີ້ ເສດຖະກິດຂອງເມືອງໄດ້ພັດທະນາດີຂື້ນ ຊີວິດຄວາມເປັນຢູ່ຂອງປະຊາຊົນໄດ້ຍົກລະດັບດີຂື້ນຫລາຍ ທຽບໃສ່ເມື່ອກ່ອນ ນີ້ກໍຍ້ອນການນຳພາທີ່ຖືກຕ້ອງ ແລະ ຄວາມຕັດສິນໃຈອັນເດັດດ່ຽວຂອງຊາວເມືອງຊຳເໜືອໃນການຫັນປ່ຽນແນວຄິດຈິນຕະນາການໃໝ່ສຸມໃສ່ພັດທະນາທ້ອງຖິ່ນຕົນໃຫ້ຮັ່ງມີເຂັ້ມແຂງ.
ໂດຍອີງໃສ່ສະພາບແວດລ້ອມ ແລະ ຈຸດພິເສດທີ່ມີ ອົງການປົກຄອງເມືອງຊຳເໜືອໄດ້ກຳນົດເອົາ 4 ທ່າແຮງຕົ້ນຕໍໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງໃຫ້ໄປຕາມທ່າແຮງເຫລົ່ານັ້ນ ອັນທຳອິດ ແມ່ນ ການປູກຝັງ ແລະ ລ້ຽງສັດ ໄດ້ເລັ່ງໃສ່ການປູກພືດເຂດໜາວເປັນສຳຄັນ ພ້ອມທັງລ້ຽງສັດທີ່ເໝາະສົມກັບສະພາບດິນຟ້າອາກາດ, ຈາກນັ້ນຖືເອົາວຽກງານການຄ້າແລກປ່ຽນສິນຄ້ຕາມເຂດຊາຍແດນລະຫວ່າງແຂວງກັບແຂວງ, ແຂວງກັບປະເທດໃກ້ຄຽງໃຫ້ແຂງແຮງ ແລະ ກວ້າງຂວາງ, ອັນສາມມາ ແມ່ນເລັ່ງໃສ່ວຽກງາານຫັດຖະກຳ,ຕ່ຳຫູກທໍໄໝ ຫຍິບປັກຖັກແສ່ວທີ່ເປນມູນເຊື່ອຂອງຊາວແຂວງຫົວພັນໃຫ້ແຂງແຮງຍິ່ງໆຂຶ້ນ ແລະ ອັນສຸດທ້າຍກໍແມ່ຖືເອົາການທ່ອງທ່ຽວເປັນວຽກງານສຳຄັນໃນການພັດທະນາໃຫ້ເຂັ້ມແຂງ”
ທ່ານ ອານຸລັກ ແສງສຸລິຍາ ເຈົ້າເມືອໆຊຳເໜືອ ແຈ້ງອີກວ່າ: “ ອີງໃສ່ຈຸດພິເສດຂອງເມືອງທີ່ມີ ບວກກັບ ມູນເຊື້ອອັນດຸໝັ່ນຂອງປະຊາຊົນບັນດາເຜົ່າໄດ້ມີການປູກຝັງ ລ້ຽງສັດ, ຢູ່ແຕ່ລະເຂດຂອງເມືອງມີຄວາມແຕກຕ່າງກັນ ເພາະເມືອງຊຳເໜືອສ່ວນໃຫຍ່ແມ່ນອາກາດໜາວເຢັນ, ກາານປູກຝັງ ລ້ຽງສັດຂອງປະຊາຊົນແຕ່ລະເຂດກໍແຕກຕ່າງກັນໄປ ສະນັ້ນການກຳນົດເຂດປູກຝັງ ເຂດລ້ຽງສັດ ອາດຈະເຮັດໄປຕາມລະດູການ ປູກກໍ່ປູກພືດໃນເຂດໜາວ ການລ້ຽງຍິ່ງໄດ້ເພີ່ມຄວາມເອົາໃຈໃສ່ບົວລະບັດຮັກສາສັດລ້ຽງເປັນຢ່າງດີ ທັງສັດນ້ອຍ ແລະ ສັດໃຫຍ່ທີ່ມີພູມຕ້ານທານເໝາະສົມກັບອາກາດເຂດໜາວ”
ເມືອງຊຳເໜືອ ແຂວງຫົວພັນ ມີ 13 ກຸ່ມບ້ານ, 110 ບ້ານ, ມີ 9.979 ຄອບຄົວ, ມີພົນລະເມືອງທັງໝົດ 59.547ຄົນ ແລະ ມີຄອບຄົວພົ້ນທຸກແລ້ວ 4.046 ຄອບຄົວ ກວມ 40% ຂອງຄອບຄົວທັງໝົດພາຍໃນເມືອງ ແລະ ສ່ວນທີ່ຍັງເຫລືອນັ້ນ ອົງການປົກຄອງເມືອງ ແຂວງ ພວມສຸມທຸກວິທີທາງເຂົ້າໃສ່ ເລັ່ງພັດທະນາຊີວິດຄວາມເປັນຢູ່ຂອງປະຊາຊົນໃຫ້ຮັ່ງມີເຂັ້ມແຂງຂື້ນ ແລະ ກ້າວໄປສູ່ການຫລຸດພົ້ນອອກຈາກຄວາມທຸກຍາກ.

