ການຂຸດຄົ້ນແຮ່ທາດ ທີ່ບໍ່ໄປຕາມມາດຕະຖານ ແລະ ກົດໝາຍ ກາຍເປັນບັນຫາເຄັ່ງຮ້ອນຂອງຊາດ

ໂດຍ: ມຶກບໍ່ແຫ້ງ
ການຂຸດຄົ້ນແຮ່ທາດເປັນຂະແໜງການສຳຄັນໃນການຂັບເຄື່ອນການເຕີບທາງດ້ານເສດຖະກິດຂອງ ສປປລາວ ແຕ່ພ້ອມນັ້ນ ຂະແໜງການດັ່ງກ່າວໄດ້ກໍໃຫ້ເກີດບັນຫາສັງຄົມ-ສິ່ງແວດລ້ອມຢ່າງຫຼວງຫຼາຍ ຍ້ອນການຈັດຕັ້ງປະຕິບັດສັນຍາ ຕາມລະບຽບກົດໝາຍ ຍັງບໍ່ທັນໄດ້ດີ.
ເກືອບສອງທົດສະຫວັດທີ່ຜ່ານມາ ຈົນຮອດປັດຈຸບັນ ພວກເຮົາບໍ່ສາມາດປະຕິເສດໄດ້ວ່າ ການຂຸດຄົ້ນແຮ່ທາດ ໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນການເຕີບໂຕທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາ ຍົກຕົວຢ່າງ ສິນຄ້າສົ່ງອອກຂອງ ສປປລາວໃນ ເດືອນພຶດສະພາ 2023 ທີ່ຜ່ານມາ ແຮ່ທາດກວມເອົາເກືອບ 60% ຂອງມູນຄ່າການສົ່ງອອກທັງໝົດ ເປັນຕົ້ນ ຄຳປະສົມ-ຄຳແທ່ງ, ເກືອກາລີ, ແຮ່ເຫຼັກ ແລະແຮ່ທອງ ເປັນຕົ້ນ ແລະແນ່ນອນແຮ່ທາດ ແມ່ນອົງປະກອບຕົ້ນຕໍ ຂອງການເຕີບໂຕທາງດ້ານເສດຖະກິດໃນລະດັບ 4,8% ຂອງ 6 ເດືອນຕົ້ນປີນີ້.
ເຖິງຢ່າງໃດກໍຕາມ, ຂະແໜງການຂຸດຄົ້ນແຮ່ທາດໃນໄລຍະຜ່ານມາ ແລະ ປັດຈຸບັນ ແມ່ນກຳລັງ ສ້າງບັນຫາທາງດ້ານສັງຄົມ ແລະ ສິ່ງແວດລ້ອມຢ່າງຫຼວງຫຼາຍ ສິ່ງສຳຄັນ ແມ່ນລາຍຮັບຈາກຂະແໜງການ ດັ່ງກ່າວຍັງບໍ່ສົມຄູ່ກັບ ຊັບພະຍາກອນຂອງຊາດທີ່ຖືກຂຸດຄົ້ນໄປ ຍ້ອນຂາດຄວາມສັກສິດຂອງ ລະບຽບກົດໝາຍ ທີ່ຄຸ້ມຄອງຂະແໜງການດັ່ງກ່າວ.
ດັ່ງທີ່ ທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ໄດ້ມີຄຳເຫັນຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ “ສຳລັບການຄຸ້ມຄອງຂຸດຄົ້ນແຮ່ທາດຍັງມີການຂຸດຄົ້ນ ແລະ ສຳຫຼວດໄປພ້ອມກັນ. ຫຼາຍບໍລິສັດຍັງບໍ່ທັນມີບົດສຶກສາຄວາມເປັນໄປໄດ້ທາງເສດຖະກິດ, ເຕັກນິກ ແລະ ບົດປະເມີນຜົນຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ. ບັນຫາການກວດກາຄຸນນະພາບ, ຄວາມເຂັ້ມຂຸ້ນຂອງແຮ່ແມ່ນຍັງບໍ່ທັນມີພະນັກງານລັດເຂົ້າຮ່ວມ, ມີແຕ່ຝ່າຍບໍລິສັດ ເຊິ່ງ ຊິງຊັ່ງນໍ້າໜັກ ແລະ ການຄວບຄຸມຊິງຊັ່ງນໍ້າໜັກແຮ່ທາດ ແມ່ນບໍ່ທັນເປັນຂອງລັດ ຈຶ່ງເກີດບັນຫາຕາມມາ. ສ່ວນລົດບັນທຸກແຮ່ຍັງມີການບັນທຸກເກີນກຳນົດ ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ເສັ້ນທາງມີຄວາມເປ່ເພ ໃນນັ້ນປະລິມານການສົ່ງອອກແຮ່ກໍຍັງບໍ່ທັນຈະແຈ້ງເທື່ອ”.
ພ້ອມນັ້ນ, “ມີບາງບໍລິສັດຂຸດຄົ້ນອອກຊື່ຄົນລາວ ແຕ່ຜູ້ເຮັດຕົວຈິງຊ້ຳພັດບໍ່ແມ່ນຄົນລາວ ອາດຈະແມ່ນຮຸ້ນສ່ວນ ຫຼື ວ່າຈ້າງຜູ້ອື່ນມາຂຸດຄົ້ນຕໍ່ບັນຫາດັ່ງກ່າວເຮັດໃຫ້ພວກເຮົາສູນເສຍລາຍຮັບ ແລະ ການສ້າງແລວທາງໄປຫາເຂດຂຸດຄົ້ນ ແລະ ບໍລິເວນຂຸດຄົ້ນຍັງພາໃຫ້ເກີດມີຜົນເສຍຫາຍຕໍ່ປ່າໄມ້ ແລະ ມີຜົນກະທົບຕໍ່ດິນນາ, ດິນສວນຕໍ່ສາຍນໍ້າ ແລະ ອື່ນງ”.
ພ້ອມນັ້ນ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ກໍໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ມິຖຸນາ 2023 ໂດຍສະເພາະ 1 ໃນແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ຄະນະປະຈໍາສະພາແຫ່ງຊາດ ໄດ້ເນັ້ນໃຫ້ລັດຖະບານ ສຸມໃສ່ ແກ້ໄຂບັນຫາ ການຂຸດຄົ້ນແຮ່ທາດ ທີ່ບໍ່ປະຕິບັດຕາມສັນຍາ, ລະບຽບ ກົດໝາຍຂອງ ສປປລາວ ໂດຍທ່ານ ກ່າວວ່າ “ລັດຖະບານຄວນແກ້ໄຂບັນຫາເຄັ່ງຮ້ອນທາງດ້ານສິ່ງແວດລ້ອມ ເປັນຕົ້ນ ບັນຫາການຂຸດຄົ້ນແຮ່ທາດ ທີ່ບໍ່ໄປຕາມກົດໝາຍ, ການບຸກລຸກທີ່ດິນລັດ-ປະຊາຊົນ, ການທຳລາຍປ່າໄມ້ ແລະ ແຫຼ່ງນໍ້າ”.
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ມິຖຸນາ 2023 ວ່າ ໃນ 6 ເດືອນທ້າຍປີ 2023 ລັດຖະບານຈະສຸມໃສ່ບາງວຽກຈຸດສຸມ ໃນນັ້ນ ທ່ານໄດ້ ກ່າວເຖິງວຽກງານ ຂຸດຄົ້ນແຮ່ທາດ ວ່າ “ສືບຕໍ່ຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດໂຄງການບໍ່ແຮ່ ທີ່ໄດ້ຮັບອະນຸມັດແລ້ວ ໃຫ້ດໍາເນີນຕາມສັນຍາ ເພື່ອໃຫ້ສາມາດສ້າງລາຍຮັບໃຫ້ລັດໃຫ້ໄວຂຶ້ນ, ຄຽງຄູ່ກັນນັ້ນ ກໍເລັ່ງກວດກາ ແລະ ປະເມີນຄືນຢ່າງເປັນລະບົບ ກໍລະນີໂຄງການໃດ ບໍ່ມີຄວາມຄືບໜ້າ ຫຼື ມີຄວາມຄືບໜ້າຊ້າ ຫຼື ລະເມີດສັນຍາ ແລະ ກົດ ໝາຍກ່ຽວຂ້ອງ ແມ່ນ ຈະໄດ້ກ້າວໄປສູ່ການຍົກເລີກ ຢ່າງເດັດຂາດ”
ທ່ານ ກ່າວຕື່ວ່າ “ສໍາລັບໂຄງການທົດລອງແມ່ນຈະໄດ້ສືບຕໍ່ໂຈະການອະນຸມັດໃໝ່ ເພື່ອກວດກາປະເມີນຜົນໄດ້, ຜົນເສຍຕົວຈິງ ເພື່ອກໍານົດແຈ້ງເປັນແຕ່ລະໂຄງການວ່າໂຄງການໃດຈະໂຈະ (ຖອນໂຄງການຄືນ) ກວດກາໄລ່ລຽງຜົນຜະລິດ ແລະ ພັນທະລ່ວງໜ້າ, ການແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ”.
ແລະ ທ່ານນາຍົກ ກໍໄດ້ ເນັ້ນຢໍ້າວ່າ “ສໍາລັບໂຄງການຈະສືບຕໍ່ທີ່ເຫັນວ່າມີປະລິມານແຮ່ພຽງພໍກັບການລົງທຶນຕໍ່ໄປ ແມ່ນຫັນໄປສູ່ການປະຕິບັດຕາມກົດໝາຍ ແລະ ລະບຽບການ, ແຕ່ຕ້ອງຮັບປະກັນຜົນປະໂຫຍດຂອງລັດເປັນທີ່ຕັ້ງສໍາຄັນ (ປະຕິບັດພັນທະຕາມອັດຕາ ເກົ່າທີ່ເຮັດທົດລອງ ຫຼື ເຈລະຈາດ້ວຍເຫດຜົນກົນໄກລາຄາຕະຫຼາດໂລກ) ແລະ ຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ. ພ້ອມກັນນັ້ນ ລັດຖະບານ ຈະໄດ້ເຊີນບັນດາບໍລິສັດທີ່ໄດ້ຮັບສໍາປະທານໃນແບບປົກກະຕິ ມາເຈລະຈາເພື່ອໃຫ້ຍົກພັນທະຂຶ້ນໃຫ້ຄືກັນ ຫຼື ໃກ້ຄຽງກັບໂຄງການທີ່ເຮັດທົດລອງ. ການພັດທະນາແຮ່ທາດໃນຕໍ່ຫນ້າ ຕ້ອງໄດ້ຫັນໄປສູ່ການປຸງແຕ່ງເປັນຜະລິດຕະພັນສໍາເລັດຮູບ ຫຼື ເຄິ່ງສໍາເລັດຮູບ ເພື່ອທົດແທນການນໍາເຂົ້າຊົມໃຊ້ພາຍໃນ ແລະ ການສົ່ງອອກເພື່ອນໍາເງິນຕາຕ່າງປະເທດເຂົ້າມາໃຫ້ຫຼາຍກວ່າເກົ່າ”.
ການສະແດງໃຫ້ເຫັນວິໄສທັດດັ່ງກ່າວຂອງລັດຖະບານໃນການແກ້ໄຂບັນຫາ ລະດັບຊາດກໍວ່າໄດ້ນີ້ ສຳຄັນ ແລະໜ້າຊົມເຊີຍຍິ່ງ ແຕ່ປະຊາຊົນລາວ ຍິ່ງມີຄວາມພາກພູມໃຈຫາກເຮັດໄດ້ຄືດັ່ງວ່າມານັ້ນ.

