ວິກິດປ່າໄມ້ຂອງ ສປປລາວ ເມື່ອຕິດຊື່ 1 ໃນ 10 ປະເທດ ທີ່ມີປ່າໄມ້ຫຼຸດລົງໄວທີ່ສຸດໃນໂລກໃນປີ 2022
ໂດຍ: ມຶກບໍ່ແຫ້ງ ປ່າໄມ້ແມ່ນຊັບພະຍາກອນທີ່ລໍ້າຄ່າຂອງຊາດ ຈົນພວກເຮົາຮຽກວ່າ “ຄຳຂຽວ” ແຕ່ມາຮອດປັດຈຸບັນ ປ່າໄມ້ດັ່ງເດີມຂອງ ສປປລາວ ກຳລັງຖືກໄພຂົ່ມຂູ່ຫຼາຍດ້ານ ເຮັດໃຫ້ປ່າໄມ້ ຫຼຸດລົງຢ່າງໄວວາ. ນັບວ່າເປັນເວລາບໍ່ຮອດ 2 ປີ ພາຍຫຼັງຜູ້ນຳທົ່ວໂລກໄດ້ປຶກສາຫາລືກັນ ໃນກອງປະຊຸມ ກ່ຽວກັບ ການແກ້ໄຂບັນຫາ ການປ່ຽນແປງດິນຟ້າອາກາດໂລກ ຄັ້ງທີ…










