ເສັ້ນທາງລົດໄຟ ລາວ-ຈີນ ໜຶ່ງໃນປັດໄຈກະຕຸ້ນເສດຖະກິດລາວໃຫ້ເຕີບໂຕ

ເສັ້ນທາງລົດໄຟ ລາວ-ຈີນ ໜຶ່ງໃນປັດໄຈກະຕຸ້ນເສດຖະກິດລາວໃຫ້ເຕີບໂຕ

ໂດຍ: ທິດກໍ່າ ນັບແຕ່ປະເທດເຮົາມີລົດໄຟຄວາມໄວສູງ ລາວ-ຈີນ ມາຮອດປັດຈຸບັນເຫັນວ່າມີຫລາຍປັດໄຈທີ່ເຮັດໃຫ້ລາວເຮົາມີໃບໜ້າໃໝ່ ແລະ ມີໜ້າມີຕາ ຕໍ່ກຽດ ແລະ ສັກສີຂອງປະເທດ. ອັນສໍາຄັນທີ່ສຸດກໍແມ່ນໄດ້ປະກອບສ່ວນຢ່າງໃຫຍ່ຫລວງຕໍ່ການກະຕຸ້ນເສດຖະກິດຂອງລາວເຮົາໃຫ້ມີການເຕີບໃຫຍ່ຂຶ້ນເລື້ອຍໆເຊັ່ນ: ມີລາຍຮັບຈາກການທ່ອງທ່ຽວ, ການເດີນທາງໄປມາສະດວກວ່ອງໄວທັນໃຈ ໂດຍສະເພາະແມ່ນໄປບັນດາແຂວງທາງພາກເໜືອຂອງລາວ ທັງສາມາດດຶງດູດນັກທ່ອງທ່ຽວຈາກພາກພື້ນ ແລະ ທົ່ວໂລກມາທ່ຽວລາວໃຫ້ຫລາຍຂຶ້ນ. ນອກຈາກນີ້ ຍັງສ້າງເງື່ອນໄຂໃຫ້ມີແຫລ່ງເສດຖະກິດເກີດຂຶ້ນປານດອກເຫັດເຊັ່ນ: ສູນການຄ້າ,…

ມີທາງດີທາງງາມ ຕ້ອງຮູ້ຮັກສາບົວລະບັດ  ໃຫ້ສົມກັບຄຳວ່າ: ລັດກັບປະຊາຊົນຊ່ວຍ ກັນເຮັດ ຊ່ວຍກັນສ້າງສາພັດທະນາໃຫ້ຈະເລີນ

ມີທາງດີທາງງາມ ຕ້ອງຮູ້ຮັກສາບົວລະບັດ ໃຫ້ສົມກັບຄຳວ່າ: ລັດກັບປະຊາຊົນຊ່ວຍ ກັນເຮັດ ຊ່ວຍກັນສ້າງສາພັດທະນາໃຫ້ຈະເລີນ

ໂດຍ: ຜາຕຸງ ພາຍຫລັງທີ່ບໍລິສັດເໝົາປູຢາງ ອັດສະຟ່ານຢຽບແໜ້ນ ເສັ້ນທາງແຕ່ໄຟແດງ ດົງປ່າແຫລບ ຫາ ບ້ານດອນແດງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ມີຄວາມຍາວ 720 ແມັດ, ປູຢາງໜາ 5 ຊັງຕີແມັດ, ມູນຄ່າ 2,8 ຕື້ກີບ, ໄດ້ສຳເລັດ…

ຄວນກຳຈັດຮື້ຖອນອອກແຕ່ຫົວທີ ກ່ອນຈະມີນ້ຳຖ້ວມອັ່ງຂັງໃນຕົວເມືອງ

ຄວນກຳຈັດຮື້ຖອນອອກແຕ່ຫົວທີ ກ່ອນຈະມີນ້ຳຖ້ວມອັ່ງຂັງໃນຕົວເມືອງ

ໂດຍ: ຜາຕຸງ ໄລຍະນີ້ເລີ່ມກ້າວເຂົ້າສູ່ຍາມຝົນແລ້ວ ເມື່ອຝົນຕົກລົງມາກໍຈະມັກມີນ້ຳຄ້າງນ້ຳຂັງຢູ່ຖະໜົນຫົນທາງຫລາຍຈຸດໃນຕົວເມືອງນະຄອນຫລວງວຽງຈັນ ນ້ຳລະບາຍບໍ່ທັນ ອາດເປັນຍ້ອນມີຂີ້ເຫຍື້ອ ຫລື ສິ່ງເສດເຫຼືອອື່ນຈາກຄົວເຮືອນອັດຕັນຮ່ອງລະບາຍນ້ຳ, ເຮັດໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກສົມຄວນ ຫລື ບາງບ້ານກໍຖ້ວມຂັງໜັກເຖິງຂັ້ນຖ້ວມເຮືອນຊານກໍມີ ສ້າງຄວາມເສຍຫາຍຕໍ່ຊັບສິນຫລາຍຢ່າງຢ່າງຫລວງຫລາຍ. ລະດູຝົນຈະເຮັດໃຫ້ຕົ້ນໄມ້ໃບຫຍ້ານາໆພັນຈະເລີນເຕີບໂຕຢ່າງໄວ ໂດຍສະເພາະແມ່ນຜັກຕົບໃນຮ່ອງລະບາຍນ້ຳຮ່ອງແຊງສັງເກດເຫັນວ່າຜັກຕົບເລີ່ມເຕີບໃຫຍ່ຂະຫຍາຍຕົວເຕັມຮ່ອງຫລາຍຈຸດ ຊຶ່ງຮ່ອງນ້ຳດັ່ງກ່າວນີ້ເປັນຮ່ອງລະບາຍນ້ຳສຳຄັນທີ່ຮອງຮັບການລະບາຍນ້ຳຈາກຫລາຍເມືອງໃນນະຄອນຫລວງວຽງຈັນ ເຊັ່ນ: ເມືອງສີໂຄດຕະບອງ, ເມືອງຈັນທະບູລີ ແລະ ເມືອງໄຊເຊດຖາ…

ກ້າວເຂົ້າສູ່ລະດູຝົນແລ້ວ ບໍ່ຢາກໃຫ້ນ້ຳຖ້ວມຂັງ ຕ້ອງຈິງຈັງຮ່ວມມືກັນແກ້ໄຂ

ກ້າວເຂົ້າສູ່ລະດູຝົນແລ້ວ ບໍ່ຢາກໃຫ້ນ້ຳຖ້ວມຂັງ ຕ້ອງຈິງຈັງຮ່ວມມືກັນແກ້ໄຂ

ບັນດາຕົວເມືອງໃຫຍ່ ໂດຍສະເພາະນະຄອນຫລວງວຽງຈັນ ພໍໜ້າຝົນມາ ມັກເກີດບັນຫານ້ຳຖ້ວມຂັງຕາມຖະໜົນຫົນທາງ ແລະ ເຮືອນຊານປະຊາຊົນ ຫລາຍຈຸດ, ເນື່ອງຈາກບັນດາຮ່ອງລະບາຍນ້ຳທີ່ມີຢູ່ນັ້ນລະບາຍນ້ຳບໍ່ທັນ ມີບາງບ່ອນມີຂີ້ເຫຍື້ອຂີ້ດິນອຸດຕັນ ແລະ ການທີ່ຮ່ອງລະບາຍນໍ້າໃນຕົວເມືອງອຸດຕັນສ່ວນໜຶ່ງເກີດຈາກຄວາມບໍ່ເອົາໃຈໃສ່ຂອງຄົນໃນສັງຄົມຈຳນວນໜຶ່ງເຊັ່ນ: ມັກຖິ້ມຂີ້ເຫຍື້ອຊະຊາຍ ແລະ ສິ່ງເສດເຫລືອຕ່າງໆລົງຮ່ອງລົງຄອງລະບາຍນ້ຳ. ຊາວນະຄອນຫລວງວຽງຈັນ ຫລື ຕົວເມືອງອື່ນໆ ທົ່ວປະເທດທີ່ເຄີຍເກີດມີນ້ຳຖ້ວມຂັງ ແລະ ທຸກການຈັດຕັ້ງທຸກພາກສ່ວນຈົ່ງຊ່ວຍກັນອະນາໄມເອົາຂີ້ເຫຍື້ອອອກຈາກຮ່ອງລະບາຍນ້ຳ,…

“ປູກພືດກິນໄດ້​ແທນຢາສູບ” ເວົ້າຄືຊິງ່າຍ ແຕ່ເຮັດແທ້ໆຍັງມີຫລາຍປັດໄຈທີ່ຕ້ອງແກ້

ໂດຍ: ຜາຕຸງ ເມື່ອຮອດວັນທີ 31 ພຶດສະພາຂອງທຸກໆປີ ຊຶ່ງເປັນວັນງົດສູບຢາໂລກ ແຕ່ລະປະເທດໄດ້ຈັດຕັ້ງສະເຫລີມສະຫລອງວັນສຳຄັນນີ້ຢ່າງກວ້າງຂວາງດ້ວຍການຈັດຫລາຍກິດຈະກຳທີ່ແຕກຕ່າງກັນໄປ ເປັນຕົ້ນແມ່ນ ຈັດຂະບວນຍ່າງ, ແຂ່ງຂັນກິລາເພື່ອສຸຂະພາບແລະ ອື່ນໆຕາມເງື່ອນໄຂທີ່ເໝາະສົມ ແລະ ປີ 2023 ນີ້, ຈັດຂຶ້ນພາຍໃຕ້ຄຳຂວັນ “ ປູກພືດທີ່ກິນໄດ້ທົດແທນການປູກຢາສູບ” ,ຊຶ່ງມັນສອດຄ່ອງກັບນະໂຍບາຍຂອງລັດຖະບານໃນການສົ່ງເສີມປູກພືດກະສິກຳຊະນິດອື່ນທົດແທນການປູກຢາສູບ. ປັດຈຸບັນມີ…

ກຽມພ້ອມປັບປຸງແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ໝົດໄປ ເພື່ອເປັນເຈົ້າພາບທີ່ດີ ຕ້ອນຮັບກອງປະຊຸມ ລມຕ ທ່ອງທ່ຽວອາຊຽນ ປີ 2024 

ກຽມພ້ອມປັບປຸງແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ໝົດໄປ ເພື່ອເປັນເຈົ້າພາບທີ່ດີ ຕ້ອນຮັບກອງປະຊຸມ ລມຕ ທ່ອງທ່ຽວອາຊຽນ ປີ 2024 

ໂດຍ: ຜາຕຸງ ສປປ ລາວໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກດັນດາປະເທດພາກພື້ນ ໃຫ້ກຽດເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີທ່ອງທ່ຽວອາຊຽນຄັ້ງທີ 27 ແລະ ງານມະຫາກຳທ່ອງທ່ຽວອາຊຽນ (ATF) ຊຶ່ງຄາດວ່າຈະຈັດຂຶ້ນ ແຕ່ວັນທີ 22–27 ມັງກອນ ປີ 2024 ໂດຍຈະມີຫລາຍກິດຈະກຳປິ່ນອ້ອມເພື່ອປະກອບເຮັດໃຫ້ກອງປະຊຸມມີຄວາມໝາຍສຳຄັນຍິ່ງຂຶ້ນ, ທັງເປັນການຊຸກຍູ້ໃຫ້ບັນຍາກາດການທ່ອງທ່ຽວຂອງລາວຟົດຟື້ນຂຶ້ນອີກເທື່ອໃໝ່…

ຫລາຍຄົນລະດົມກັນປູກຕົ້ນໄມ້ໃຫ້ເປັນປ່າ ແຕ່ຢ່າໃຫ້ໃຜຄົນໃດໜຶ່ງໃຊ້ອາຍາສິດໃນການທຳລາຍ

ຫລາຍຄົນລະດົມກັນປູກຕົ້ນໄມ້ໃຫ້ເປັນປ່າ ແຕ່ຢ່າໃຫ້ໃຜຄົນໃດໜຶ່ງໃຊ້ອາຍາສິດໃນການທຳລາຍ

ໂດຍ:ທິດກໍ່າ ນັບແຕ່ເດືອນມິຖຸນາຫາຕົ້ນເດືອນກໍລະກົດຂອງທຸກໆປີແມ່ນໄລຍະຝົນຕົ້ນລະດູ ເປັນໄລຍະເໝາະແກ່ການປູກຕົ້ນໄມ້ ແລະ ບັນດາພືດພັນທັນຍາຫານຫລາຍຊະນິດ. ສະນັ້ນ ພັກ ແລະ ລັດຖະບານເຮົາຈຶ່ງຫລິງເຫັນຄວາມສໍາຄັນໄດ້ກໍານົດເອົາວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ເພາະວ່າເປັນໄລຍະຝົນຕົກໃໝ່ ພາຍຫລັງເຮົາລົງມືປູກຕົ້ນໄມ້ ແລະ ພືດຜັກຕ່າງໆລົງແລ້ວ ຝົນກໍຈະຕົກລົງມາໂຮຍຮໍາເປັນໄລຍະໆ, ຈາກນັ້ນຕົ້ນໄມ້ທີ່ເຮົາປູກກໍຈະຕິດ ແລະ ເລີ່ມເຕີບໂຕໃຫຍ່ຂຶ້ນໄປຕາມອາຍຸການ…

ການຖິ້ມຂີ້ເຫຍື້ອຊະຊາຍ ເປັນບັນຫາທີ່ຍັງແພ່ຫລາຍໃນສັງຄົມລາວ

ການຖິ້ມຂີ້ເຫຍື້ອຊະຊາຍ ເປັນບັນຫາທີ່ຍັງແພ່ຫລາຍໃນສັງຄົມລາວ

ໂດຍ: ພູຊ້າງນ້ອຍ ການຮັກສາຄວາມສະອາດພາຍໃນສຳນັກງານງານ, ອົງການ, ບໍລິສັດ, ຫ້າງຮ້ານ ຕະຫລອດຮອດທັງເຮືອນຊານບ້ານຊ່ອງຂອງປະຊາຊົນແຕ່ລະຄຸ້ມບ້ານນັ້ນແມ່ນມີຄວາມສຳຄັນຫລາຍ, ນອກຈາກເປັນການຮັກສາສະພາບແວດລ້ອມທີ່ດີແລ້ວຍັງເປັນການຮັກສາອະນາໄມໃຫ້ຫ່າງຈາກພະຍາດໂລຄານຳອີກ ຜ່ານມາທຸກພາກສ່ວນໃນສັງຄົມເປັນເຈົ້າການຈັດຕັ້ງປະຕິບັດໄດ້ດີຕະຫລອດມາ. ການເກັບມ້ຽນຂີ້ເຫຍື້ອຢູ່ໃນຕົວເມືອງສັງເກດເຫັນວ່າປະຕິບັດໄດ້ດີ ເພາະມີພາກສ່ວນກ່ຽວຂ້ອງໂດຍສະເພາະແມ່ນອົງການພັດທະນາຕົວເມືອງ ແລະ ຜູ້ປະກອບການທຸລະກິດບໍລິການໄດ້ນຳໃຊ້ພາຫະນະເຖິງວ່າບໍ່ທັນສະໄໝປານໃດ ແຕ່ກໍເປັນເງື່ອນໄຂທີ່ດີໃນການເກັບມ້ຽນຂີ້ເຫຍື້ອໄດ້ວ່ອງໄວແລ້ວເອົາໄປຖິ້ມຖືກບ່ອນຖືກທີ່ ເຮັດໃຫ້ຂີ້ເຫຍື້ອ ຫລື ສິ່ງເສດເຫລືອຈາກການນຳໃຊ້ຂອງສັງຄົມບໍ່ຮົກເຮື້ອຕາມອາຄານບ້ານເຮືອນ. ປັດຈຸບັນແມ່ນຢູ່ໃນໄລຍະລະດູຝົນ ການເກັບມ້ຽນຂີ້ເຫຍື້ອຂອງພາກສ່ວນກ່ຽວຂ້ອງກໍອາດຊັກຊ້າບໍ່ຕົງໂມງບໍ່ຕົງມື້ແດ່ ກໍຫາກມີເປັນບາງຄັ້ງຄາວ…

ຄວນຄຳນຶງເຖິງຄວາມປອດໄພກ່ອນຈະກິນອາຫານທີ່ປຸງແຕ່ງດ້ວຍເຫັດປ່າ 

ຄວນຄຳນຶງເຖິງຄວາມປອດໄພກ່ອນຈະກິນອາຫານທີ່ປຸງແຕ່ງດ້ວຍເຫັດປ່າ 

ໃນເດືອນພຶດສະພາ ປີ 2023 ນີ້, ໄດ້ເຫັນການລົງຂ່າວຈາກບັນດາສື່ວ່າ ມີປະຊາຊົນຫລາຍຄົນໄດ້ເກັບເຫັດຈາກປ່າໃນບ່ອນທີ່ເຄີຍເກັບແຕ່ລະປີ ແລ້ວນຳມາປຸງແຕ່ງເປັນອາຫານກິນພາຍໃນຄອບຄົວ ເຮັດໃຫ້ຫລາຍຄົນມີອາການເບື່ອເຫັດ ຢູ່ບ້ານດອນໄຊ, ເມືອງຫລວງນ້ຳທາ, ແຂວງຫລວງນ້ຳທາຈົນນຳໄປສູ່ການສູນເສຍຊີວິດເຖິງສອງຄົນ ແລະ ອີກຫ້າຄົນຕ້ອງຢູ່ພາຍໃຕ້ການຕິດຕາມຂອງແພດຢ່າງໃກ້ຊິດ. ເຫດເກີດຂຶ້ນໃນວັນທີ 26-27 ພຶດສະພາຜ່ານມາ, ພາຍຫລັງທີ່ເຂົາເຈົ້າໄດ້ເກັບເຫດປ່າຈາກບ່ອນທີ່ເຄີຍເກັບແຕ່ລະປີມາປຸງແຕ່ງເປັນອາຫານຄາບເຂົ້າແລງໃນຄອບຄົວ, ພາຍຫລັງທີ່ກິນໄປແລ້ວປະມານ 3-5ຊົ່ວໂມງ ແຕ່ລະຄົນມີອາການເມົາ,…

ເອົາໃຈໃສ່ກະກຽມໃຫ້ດີ ແລະ ສອບເສັງໃຫ້ໄດ້ຕາມຄາດໝາຍຈຶ່ງບໍ່ຕົກໃສ່ຄຳວ່າ ເຮັດນາໝົດປີໄຟໄໝ້ເລົ້າເຂົ້າ

ເອົາໃຈໃສ່ກະກຽມໃຫ້ດີ ແລະ ສອບເສັງໃຫ້ໄດ້ຕາມຄາດໝາຍຈຶ່ງບໍ່ຕົກໃສ່ຄຳວ່າ ເຮັດນາໝົດປີໄຟໄໝ້ເລົ້າເຂົ້າ

ໂດຍ: ຜາຕຸງ ມາຮອດດຽວນີ້ການສອບເສັງຂອງນັກຮຽນສາຍສາມັນໂດຍສະເພາະແມ່ນການສອບເສັງຈົບຊັ້ນ ປ5 ໃນຂອບເຂດທົ່ວປະເທດປະຈຳສົກຮຽນ 2022 – 2023 ໄດ້ສຳເລັດເປັນທີ່ຮຽບຮ້ອຍແລ້ວ ເຖິງແມ່ນຜົນການສອບເສັງຍັງບໍ່ທັນມີການແຈ້ງເປັນທາງການເທື່ອກໍ່ຕາມ ແຕ່ເຊື່ອວ່າຄົງຈະໄດ້ຮັບຕາມລະດັບຄາດໝາຍແຕ່ 90% ຂຶ້ນໄປ. ສິ່ງທີ່ຄວນເອົາໃຈໃສ່ໃນເວລານີ້ແມ່ນການກະກຽມທຸກເງື່ອນໄຂໃຫ້ພຽບພ້ອມເພື່ອລົງສູ່ສະໜາມຮົບໃໝ່ ສະໜາມຮົບທາງດ້ານວັດທະນະທຳຂອງນັກຮຽນສາຍສາມັນ ກໍ່ແມ່ນການສອບເສັງເລື່ອນຊັ້ນ ແລະ ຈົບຊັ້ນ ໂດຍສະເພາະແມ່ນການເສັງຈົບຊັ້ນມັດທະຍົມຕອນຕົ້ນ ມ4ເພື່ອກ້າວເຂົ້າສູ່ການຮຽນໃນຊັ້ນມັດທະຍົມຕອນປາຍ…