ຫັນໜ້າເຂົ້າສູ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 9 ເພື່ອຕິດຕາມການກຳນົດແນວທາງຕັດສິນບັນຫາຂອງຊາດ

ໂດຍ: ຜາຕຸງ

ກອງປະຊຸມສະໄໝສາມັນເທື່ອທີ V ຂອງສະພາແຫ່ງຊາດຊຸດທີ IX ຈະໄຂຂຶ້ນໃນວັນທີ 26 ມິຖຸນາ 2023 ຈົນຮອດວັນທີ 18 ກໍລະກົດ 2023 ,ລວມເວລາ 17ວັນ ສະມາຊິກສະພາແຫ່ງຊາດຊຸດທີ IX ຈາກເຂດເລືອກຕັ້ງທັງ 18 ເຂດທົ່ວປະເທດຈະໄດ້ປຶກສາຫາລືຄົ້ນຄ້ວາແກ້ໄຂ ແລະຮັບຮອງເອົາບັນຫາສຳຄັນຕ່າງໆທີພົວພັນເຖິງການພັດທະນາພື້ນຖານເສດຖະກິດຂອງຊາດ, ໂດຍສະເພາະແມ່ນບັນຫາທີ່ຜົນກະທົບທາງດ້ານເສດຖະກິດການເງິນ, ລາຄາສິນຄ້າທີ່ພົວພັນເຖິງປາກທ້ອງຂອງປະຊາຊົນທີ່ກຳລັງເປັນຢູ່ໃນປະຈຸບັນນີ້ໃຫ້ດີຂຶ້ນ,

ກອງປະຊຸມຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງແະເທດຊາດເປັນຕົ້ນ ບົດລາຍງານໂດຍສັງເຂບຂອງ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານພົ້ນເດັ່ນຂອງລັດຖະບານ, ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດປແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2023 ແລະແຜນການ 6ເດືອນທ້າຍປີ2023, ບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດແຜນເງິນຕຼາ 6 ເດືອນຕົ້ນປີ 2023 ແລະແຜນການ 6ເດືອນທ້າຍປີ2023, ບົດລາຍງານກ່ຽວກັບຄວາມ ຄືບໜ້າໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ນເສດຖະກິດ-ການເງິນ, ບົດລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍຢາເສບຕິດ ແລະ ກອງປະຊຸມຍັງຈະໄດ້ຟັງ ແລະ ຮັບຮັບຮອງເອົາບົດລາຍງານຕ່າງໆກ່ຽວກັບການຈັດຕັ້ງປະຕິບັດຕົ້ນປີ 2023 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023.

ລວມແລ້ວ, ກອງປະຊຸມສະໄໝສາມັນເທື່ອທີ V ຂອງສະພາແຫ່ງຊາດຊຸດທີ IX ຄັ້ງນີ້ດຳເນີນໄປ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບແລະທົ່ວປວງຊົນລາວທັງຊາດ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໂດຍສະເພາະແມ່ນການປະຕິບັດແຜນການທ້າຍສະໄໝ ຢູ່ແຕ່ລະຂົງເຂດວຽກງານໃຫ້ປະກົດຜົນເປັນຈິງ ໜຶ່ງໃນນັ້ນ ແມ່ນການປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆໃນສັງຄົມໃຫ້ມີຄວາມຄືບໜ້າ ແລະ ທ່າມກາງສະພາບຄວາມຫຍຸ້ງຍາກສັບສົນຫຼາຍຢ່າງ ທີເກີດຂຶ້ນຢູ່ພາຍໃນແລະຕ່າງປະເທດ ຄວາມຂັດແຍ່ງທາງການທະຫານ, ທາງດ້ານເສດຖະກິດ-ການເງິນ, ອັດຕາເງິນເຟີ້, ລາຄາສິນຄ້າທີ່ກະທົບໄວ,ນ້ຳມັນເຊື້ອໄຟ ລ້ວນແຕ່ມີລາຄາຖີບຕົວສູງຂຶ້ນ ແລະ ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນຢ່າງໜ້າເປັນຫ່ວງ,

ຢ່າງໃດກໍຕາມ, ທັງໝົດນີ້ ຖືເປັນວາລະຂອງຊາດທີ່ສະມາຊິກສະພາແຫ່ງຊາດໃນຖານະເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນຈະໄດ້ເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນໃນການຄົ້ນຄ້ວາພິຈາລະນາບເນື້ອໃນບັນຫາໃຫ້ລະອຽດຖ້ວນຖີ່, ໂປ່ງໃສ, ຊັດເຈນ, ເຮັດໃຫ້ເນື້ອໃນຂອງແຕ່ລະວຽກງານມີຄວາມຖືກຕ້ອງຄົບຖ້ວນສົມບູນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຂອງສັງຄົມໃຫ້ມີຜົນດີຂຶ້ນເລື້ອຍໆ,ແນໃສ່ ເຮັດໃຫ້ປະເທດຊາດ ມັ່ງຄັ່ງເຂັ້ມແຂງ ສີວິໄລ ໂປ່ງໃສ ແລະ ຍຸຕິທຳ, ນຳເອົາຄວາມຜາສຸກມາສູ່ປະຊາຊົນຢ່າງແທ້ຈິງ, ທັງເປັນການຢັ້ງຢືນເຖິງ ບົດບາດແລະຄວາມສາມາດ ໃນການແກ້ໄຂບັນຫາຢ່າງຖືກຕ້ອງ ຂອງອົງການນິຕິບັນບັດຂອງລາວ ເພີ່ມຄວາມເຊື່ອໝັ້ນຕໍ່ສາກົນແລະພາກພື້ນນັບມື້ສູງຂຶ້ນ,

ໄລຍະກອງປະຊຸມນີ້ຄະນະເລຂາທິການ ສະພາແຫ່ງຊາດໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພືອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະາໜີໂດຍກົງຈາກປະຊາຊົນທີຈະສົ່ງໄປຍັງກອງປະຊຸມ,ບັນດາທ່ານສາມາດສະແດງຄຳຄິດເຫັນແລະຄຳສະເໜີໄປຍັງກອງປະຊຸມໄດ້ ໂດຍຜ່ານໂທລະສັບສາຍດ່ວນ 516 ໃນໂມງລັດຖະການ ຫຼື ອີເມວ: nalao.516@gmail.com ຊຶ່ງມັນຮຽກຮ້ອງປະຊາຊົນລາວບັນດາເຜົ່າໂດຍສະເພາະຊາວນະຄອນຫຼວງວຽງຈັນ ທຸກຊັ້ນຄົນຈົ່ງເປັນເຈົ້າການໃນທຸກວຽກງານ ໂດຍສະເພາວຽກງານປ້ອງກັນຊາດປ້ອງກັນຄວາມສະຫົງບ ປະກອບສ່ວນເຮັດໃຫ້ກອງປະຊຸມສະ  ໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ມີຜົນສຳເລັດຕາມຄາດໝາຍ