ຮົງກົງປະກາດເຕືອນໄພພາຍຸຝົນລະດັບສີດໍາ

ຫໍສັງເກດການຂອງເຂດບໍລິຫານພິເສດຮົງກົງ ປະກາດເຕືອນໄພພາຍຸຝົນລະດັບສີດໍາໃນເຊົ້າວັນທີ 14 ສິງຫາ ເຊິ່ງຖືເປັນລະດັບສູງສຸດໃນລະບົບເຕືອນໄພຝົນຕົກໜັກ 3 ລະດັບ.
ຫໍສັງເກດການລະບຸວ່າ: ພາຍຸຝົນຟ້າຄະນອງຮຸນແຮງກໍາລັງສົ່ງຜົນກະທົບຕໍ່ພື້ນທີ່ເຂດກາງ ແລະ ຕາເວັນຕົກຂອງຮົງກົງ ໂດຍປະລິມານນໍ້າຝົນແຕ່ລະຊົ່ວໂມງຄາດວ່າຈະສູງກວ່າ 140 ມິນລີແມັດ ຫລື ສູງກວ່າ 140 ມິນລີແມັດ ແລ້ວໃນພື້ນທີ່ດັ່ງກ່າວ.
ສໍານັກຂ່າວຊິນຮົວລາຍງານວ່າ: ພາຍໃຕ້ສັນຍາເຕືອນໄພພາຍຸຝົນລະດັບສີດໍາ, ບໍລິການສາທາລະນະ ແລະ ກິດຈະກໍາບາງຢ່າງໃນເຂດບໍລິຫານພິເສດຮົງກົງຈະຖືກໂຈະ. ຂະນະທີ່ສູນປະສານງານສຸກເສີນຂອງກະຊວງກິດຈະການພາຍໃນກໍາລັງດໍາເນີນງານຢູ່ ໂດຍທາງໜ່ວຍງານໄດ້ເປີດສູນອາໄສຊົ່ວຄາວແລ້ວ.
ທັງນີ້, ໜ່ວຍງານໄດ້ເນັ້ນໃຫ້ປະຊາຊົນຫລົບໄພໃນສະຖານທີ່ປອດໄພ ເນື່ອງຈາກສະຖານະການນໍ້າທີ່ຖ້ວມຖະໜົນຢ່າງຮຸນແຮງ ແລະ ສະພາບອາກາດບໍ່ຄ່ອຍດີ.

