ທ່ານ ທຣໍາ ເຕືອນຜົນກະທົບຮ້າຍແຮງ ຖ້າທ່ານ ປູຕິນ ບໍ່ເຫັນພ້ອມຢຸດສົງຄາມອູແກຣນ

                ປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ຕອບຄໍາຖາມສື່ມວນຊົນໃນວັນທີ 13 ສິງຫາ ໂດຍເຕືອນເຖິງປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ວ່າ: ຈະເກີດ “ຜົນກະທົບຮ້າຍແຮງ” ຖ້າທ່ານ ປູຕິນ ຍັງບໍ່ເຫັນພ້ອມຈະຢຸດສົງຄາມກັບອູແກຣນ.

          ທ່າທີດັ່ງກ່າວມີຂຶ້ນກ່ອນທ່ານ ທຣໍາ ແລະ ທ່ານ ປູຕິນ ຈະພົບກັນໃນກອງປະຊຸມສຸດຍອດຢູ່ລັດອະແລສກາ ໃນວັນທີ 15 ສິງຫານີ້. ຂະນະທີ່ທ່ານ ທຣໍາ ບໍ່ໄດ້ເປີດເຜີຍລາຍລະອຽດວ່າຜົນກະທົບຮ້າຍແຮງດັ່ງກ່າວຄືຫຍັງ ແລະ ຍັງບໍ່ຢືນຢັນວ່າກ່ຽວກັບການເພີ່ມມາດຕະການຂວໍ້າບາດ ຫລື ມາດຕະການພາສີອາກອນ ຫລື ບໍ່.

               ກ່ອນໜ້ານີ້, ທ່ານ ທຣໍາ ໄດ້ຮ່ວມປະຊຸມອອນລາຍກັບຜູ້ນໍາເອີຣົບ ແລະ ປະທານາທິບໍດີ ໂວໂລດິເມຍ ເຊເລນສກີ ຂອງອູແກຣນ ເຊິ່ງທ່ານ ທຣໍາ ຢືນຢັນວ່າຈະໃຫ້ຄວາມສໍາຄັນຕໍ່ການພະຍາຍາມບັນລຸຂໍ້ຕົກລົງຢຸດຍິງຢູ່ອູແກຣນເປັນອັນດັບທໍາອິດ ເມື່ອໄດ້ເຈລະຈາກັບທ່ານ ປູຕິນ.

               ເຖິງຢ່າງໃດກໍຕາມ, ທ່ານ ທຣໍາ ອະທິບາຍເຖິງຈຸດມຸ້ງໝາຍຂອງການພົບປະລະຫວ່າງທ່ານ ແລະ ທ່ານ ປູຕິນ ວ່າປຽບເໝືອນການ “ຈັດໂຕະ” ສໍາລັບກອງປະຊຸມໃນຄັ້ງຕໍ່ໄປ ເຊິ່ງຈະລວມເຖິງທ່ານ ເຊເລນສກີ.

ອ້າງອີງ: