ເອີຣົບຜະເຊີນວິກິດໄຟໄໝ້ປ່າ ຫລັງຄື້ນຄວາມຮ້ອນປົກຄຸມ ອຸນຫະພູມສູງເກີນ 40 ອົງສາ

       ຫລາຍປະເທດໃນເອີຣົບ ໂດຍສະເພາະເອີຣົບທາງໃຕ້ ກໍາລັງປະສົບບັນຫາໄຟໄໝ້ປ່າຢ່າງຮຸນແຮງ ພາຍຫລັງຄື້ນຄວາມຮ້ອນແຜ່ປົກຄຸມ ອຸນຫະພູມເພີ່ມສູງເກີນ 40 ອົງສາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ, ຊາວເອີຣົບຫລາຍພັນຄົນຕ້ອງອົບພະຍົບອອກຈາກພື້ນທີ່ສ່ຽງໄພ.

           ອິຕາລີ, ຝຣັ່ງ, ແອັສປາຍ, ປ໋ອກຕຸຍການ ແລະ ປະເທດເຂດບອນຂ່ານ ອອກປະກາດແຈ້ງເຕືອນຄວາມຮ້ອນລະດັບສີແດງ ເຕືອນເຖິງຄວາມສ່ຽງຕໍ່ສຸຂະພາບທີ່ຮຸນແຮງຈາກອຸນຫະພູມເພີ່ມສູງກວ່າ 40 ອົງສາ ໂດຍກົມອຸຕຸນິຍົມວິທະຍາຂອງແອັສປາຍ (Aemet) ລາຍງານວ່າ: ອຸນຫະພູມອາດເພີ່ມສູງເຖິງ 44 ອົງສາ ຢູ່ເມືອງ Seville ແລະ Cordoba. ຂະນະທີ່ພາກໃຕ້ຂອງປ໋ອກຕຸຍການອາດມີອຸນຫະພູມສູງເຊັ່ນດຽວກັນ.

             ນັກວິເຄາະລະບຸວ່າ: ຄື້ນຄວາມຮ້ອນ ແລະ ສະພາບອາກາດແຫ້ງແລ້ງທີ່ເປັນສາເຫດໃຫ້ໄຟໄໝ້ປ່າລຸກລາມຢ່າງວ່ອງໄວ ແລະ ຮຸນແຮງຂຶ້ນທົ່ວພາກພື້ນເອີຣົບທາງໃຕ້ໃນລະດູຮ້ອນປີນີ້.

ອ້າງອີງ: