ໜັກເອົາ ເບົາສູ້  ເພື່ອເອົາຊີວິດໃຫ້ຢູ່ລອດ ເໝາະສົມ, ຕອບໂຈດ ແລະ ເຂົ້າກັບຍຸກຫົວລ້ຽວຫົວຕໍ່

ໜັກເອົາ ເບົາສູ້ ເພື່ອເອົາຊີວິດໃຫ້ຢູ່ລອດ ເໝາະສົມ, ຕອບໂຈດ ແລະ ເຂົ້າກັບຍຸກຫົວລ້ຽວຫົວຕໍ່

ໂດຍ: ທິດກໍ່າ ຈາກສະຖິຕິຕົວເລກນັກຮຽນ-ນັກສຶກສາຈົບຊັ້ນ ມ.7 ທີ່ໄດ້ໄປສະໝັກສອບເສັງເຂົ້າຮຽນຕໍ່ຂັ້ນມະຫາວິທະຍາໄລ 4 ແຫ່ງໃນທົ່ວປະເທດສົກສຶກສາ 2023-2024 ມີໜ້ອຍກວ່າແຜນຄວາມຕ້ອງການ. ສິ່ງຢັ້ງຢືນຢ່າງຊັດເຈນກໍຄືລະຫວ່າງຕົວເລກຄວາມຕ້ອງການກັບຈຳນວນຜູ້ໄປສະໝັກສອບເສັງຫລຸດໂຕນກັນຫລາຍ. ຕົວຢ່າງມະຫາວິທະຍາໄລສຸພານຸວົງຕ້ອງການ 1.566 ຄົນ ແຕ່ມີຄົນໄປສະໝັກສອບເສັງເຂົ້າຮຽນພຽງ 484 ຄົນ, ມະຫາວິທະຍາໄລສະຫວັນນະເຂດຕ້ອງການ 1.516 ຄົນ ມີນັກຮຽນໄປສະໝັກເຂົ້າສອບເສັງພຽງ…

ສີມືຂອງນາຍຊ່າງຫັດຖະກຳລາວ ຄວນໄດ້ຮັບການສົ່ງເສີມສິນໃຫ້ເຂັ້ມແຂງ

ສີມືຂອງນາຍຊ່າງຫັດຖະກຳລາວ ຄວນໄດ້ຮັບການສົ່ງເສີມສິນໃຫ້ເຂັ້ມແຂງ

ໂດຍ: ແດນຜາຕຸງ ປັດຈຸບັນນີ້ເຮົາມັກຈະໄດ້ຍິນເລື້ອຍໆວ່າ ສົ່ງເສີມການຊົມໃຊ້ສິນຄ້າທີ່ຜະລິດພາຍ ທົດແທນການນຳເຂົ້າ ຮັກສາເງິນຕາບໍ່ໃຫ້ຮົ່ວໄຫຼອອກນອກປະເທດ ຊຶ່ງຈະເລັງໃສ່ ສິນຄ້າກະສິກຳ ແລະ ອຸດສາຫະກຳເປັນສ່ວນໃຫຍ່ ເລີຍລືມໄປວ່າຜະລິດຕະພັນສິນຄ້າຈາກຫັດຖະກຳ ປະເພດຫຍິບປັກຖັກແສ່ວ, ຄວັດແກະສະຫຼັກ, ຈັກສານ, ປັ້ນໝໍ້ຫຼໍ່ໄຫ, ຕຳ່ຫູກເຂັນຝ້າຍ ທີ່ເປັນສີໄມ້ລາຍມືອັນປານີດຂອງນາຍຊ່າງຫັດຖະກຳລາວ, ຈຳນວນບໍ່ໜ້ອຍນັ້ນຄ່ອຍຈືດຈາງໄປ ແລະ ເກືອບຈະສູນຫາຍໄປຕາມການເວລາ…

ນັກສຶກສາໜ້ອຍລົງ ຈະສົ່ງຜົນກະທົບຫຍັງຕາມມາ ?

ນັກສຶກສາໜ້ອຍລົງ ຈະສົ່ງຜົນກະທົບຫຍັງຕາມມາ ?

ໂດຍ: ມຶກບໍ່ແຫ້ງ ທິດທາງຂອງພັກ-ລັດເຮົາກໍຄື “ຕ້ອງເອົາການສຶກສາໄປກ່ອນກ້າວໜຶ່ງ” ຂອງການພັດທະນາປະເທດຊາດ ເຊິ່ງເປັນແນວທາງທີ່ຖືກຕ້ອງ ແຕ່ມາຮອດຕອນນີ້ ຫຼາຍຄົນກັງວົນ ເມື່ອເຫັນໂຕເລກ ນັກຮຽນລົງທະບຽນເສັງເຂົ້າມະຫາວິທະຍາໄລໃນລາວໜ້ອຍລົງ ເປັນສັນຍານດ້ານລົບຕໍ່ຂະແໜງການສຶກສາ ຫຼື ບໍ່? ການສຶກສາແມ່ນອົງປະກອບສຳຄັນທີ່ສຸດຂອງປະເທດໃດໜຶ່ງ ໃນການສ້າງຊັບພະຍາກອນມະນຸດທີ່ມີຄຸນຄ່າແກ່ປະເທດປະເທດຊາດ ແລະ ຊັບພະຍາກອນມະນຸດແມ່ນມີຄວາມສຳຄັນ ຍິ່ງກວ່າຊັບພະຍາ ກອນອື່ນໃດທັງໝົດໃນໂລກ ໃນການພັດທະນາເສດະຖະກິດ-ສັງຄົມຂອງຊາດ,…

ສື່ມວນຊົນ ແມ່ນເຄື່ອງມືອັນແຫລມຄົມຂອງວຽກງານແນວຄິດ

ສື່ມວນຊົນ ແມ່ນເຄື່ອງມືອັນແຫລມຄົມຂອງວຽກງານແນວຄິດ

ໂດຍ: ແດນຜາຕຸງ (ໂອກາດວັນສື່ມວນຊົນ ແລະ ພິມຈຳໜ່າຍ ຄົບຮອບ 73 ປີ 13/8/1950 – 13/8/2023) ວຽກງານຖະແຫຼງຂ່າວ-ສື່ມວນຊົນ ມີບົດບາດສຳຄັນຢ່າງຍິ່ງ ເປັນພາຫະນະທີ່ສຳຄັນໃນການເຂົ້າເຖິງ ແລະ ຫັນປ່ຽນສະພາບແນວຄິດດັ້ງເດີມຂອງປະຊາຊົນ ແລະ ຕ້ານກົນອຸບາຍອັນເລິກແລບຂອງອິດທິກຳລັງປໍລະປັກ; ພ້ອມນັ້ນ ຍັງມີບົດບາດໃນການສຶກສາ…

ບັນຫາການຕິດປ້າຍບອກລາຄາສິນຄ້າ ຢູ່ບາງຮ້ານ ບໍ່ຖືກກັບລາຄາເວລາຈ່າຍເງິນຕົວຈິງ

ບັນຫາການຕິດປ້າຍບອກລາຄາສິນຄ້າ ຢູ່ບາງຮ້ານ ບໍ່ຖືກກັບລາຄາເວລາຈ່າຍເງິນຕົວຈິງ

ໂດຍ: ຜາຕຸງ ຍຸກສະໄໝນີ້ ເປັນຍຸກແຫ່ງຄວາມກ້າວໜ້າ ຍຸກ 4.0, ທຸກຢ່າງໂດຍສະເພາະທາງດ້ານທຸລະກິດລ້ວນແລ້ວແຕ່ມີການແກ່ງແຍ່ງແຂ່ງຂັນກັນ ເພື່ອຄວາມຄົງຕົວແລະ ຢູ່ລອດຂອງທຸລະກິດ, ຈຶ່ງມີການສ້າງສິ່ງອຳນວຍຄວາມສະດວກດ້ານຕາງໆ ເປັນແຮງຈູງໃຈໃຫ້ແກ່ຜູ້ມາຊົມໃຊ້ບໍລິການຂອງຕົນໃຫ້ຫລາຍຂຶ້ນ, ເປັນຕົ້ນຢູ່ຕາມຮ້ານຄ້າໃຫຍ່ຫລາຍແຫ່ງມັກຈະເຫັນເພິ່ນຈັດວາງສິນຄ້າເປັນຖັນເປັນແຖວແບ່ງຕາມໝວດສິນຄ້າເຄື່ອງໃຊ້, ເຄື່ອງກິນ, ເຄືອງດື່ມ ຢ່າງເປັນລະບຽບ ແລະ ໄດ້ຕິດລາຄາເປັນເງິນກີບຂອງສິນຄ້າເຫລົ່ານັ້ນໄວ້ພ້ອມ ສ້າງຄວາມສະດວກສະບາຍ ງ່າຍແກ່ການເລືກຊື້ເລືອກໃຊ້ຂອງລູກຄ້າ, ພຽງແຕ່ຜູ້ຊົມໃຊ້ຫິ້ວກະຕ່າເຂົ້າໄປເລືອກຊື້ສິນຄ້າທີ່ຕ້ອງການໄດ້ຕາມໃຈມັກ…

ຄົນລາວຈະບໍ່ຖິ້ມກັນໃນເວລາທີ່ຄັບຂັນ ແລະ ຈະພ້ອມກັນຜ່ານຜ່າວິກິດໄປໄດ້ຢ່າງແນ່ນອນ

ເລີ່ມແຕ່ວັນທີ 29 ກໍລະກົດ 2023 ເປັນຕົ້ນມາ ຮອດວັນທີ 6 ສິງຫານີ້ ມີສະພາບຝົນຕົກລິນ ແລະ ຕົກໜັກ ເຮັດໃຫ້ນ້ຳຕາມສາຍນ້ຳຕ່າງໆເພີ່ມຂຶ້ນຢ່າງໄວວາ ນອງລົ້ນຕາຝັ່ງໄຫລເຂົ້າຖ້ວມໄຮ່ນາ, ຮົ້ວສວນ, ເຮືອນຊານບ້ານຊ່ອງຂອງປະຊາຊົນຢູ່ຫລາຍແຂວງ, ຫລາຍເມືອງ ແລະ ຫລາຍບ້ານ ແຕ່ແຂວງພູດອຍລົງຮອດທົ່ງພຽງ, ແຕ່ທາງພາກເໜືອລົງຫາພາກກາງ…

ປະທານໄກສອນພົມວິຫານຖືສຳຄັນ ແລະ ຊີ້ນຳຢ່າງໃກ້ຊິດຕໍ່ວຽກງານໂຄສະນາຖະແຫລງຂ່າວ

ປະທານໄກສອນພົມວິຫານຖືສຳຄັນ ແລະ ຊີ້ນຳຢ່າງໃກ້ຊິດຕໍ່ວຽກງານໂຄສະນາຖະແຫລງຂ່າວ

ໂດຍ: ແດນຜາຕຸງ (ໂອກາດວັນສື່ມວນຊົນ ແລະພິມຈຳໜ່າຍ ຄົບຮອບ73ປີ 13/8/1950–13/8/2023) ປະທານໄກສອນ ພົມວິຫານ ຖືສຳຄັນວຽກງານຖະແຫລງ  ຂ່າວໂຄສະນາ ແລະ ໄດ້ໃຫ້ ການຊີ້ນຳໃກ້ຊິດຕິດພັນໃນທຸກວຽກຂອງການປະຕິວັດ ເຊິ່ງເພິ່ນເຄີຍໃຫ້ທິດຊີ້ນຳວ່າ: ເພີ່ມທະວີການໂຄສະນາປຸກລະດົມຂົນຂວາຍຂະບວນການຕໍ່ສູ້ຢ່າງແຂງແຮງ ໂດຍການນຳໃຊ້ເຄື່ອງມືຖະແຫລງຂ່າວ ໂຄສະນາຂົນຂວາຍປຸກລະດົມປະຊາຊົນດ້ວຍຫລາຍຮູບແບບຢ່າງ   ກວ້າງຂວາງ ແລະ ຄວັດເລິກເຂົ້າໃນໃຈກາງເຮືອນຮັງຂອງສັດຕູ,…

ລະວັງ! ນ້ຳຖ້ວມກະທັນຫັນ ຕ້ອງມີສະຕິລະມັດລະວັງ ໄພພິບັດຈາກທຳມະຊາດ

ລະວັງ! ນ້ຳຖ້ວມກະທັນຫັນ ຕ້ອງມີສະຕິລະມັດລະວັງ ໄພພິບັດຈາກທຳມະຊາດ

ໄລຍະນີ້ ຢູ່ຕາມສື່ຕ່າງໆຕົ້ນຕໍແມ່ນທາງສື່ອອນລາຍ ຈະລົງຂ່າວກ່ຽວກັບໄພພິບັດທາງທຳມະຊາດ ໂດຍສະເພາະແມ່ນ ນ້ຳຖ້ວມຢູ່ຫຼາຍແຂວງຂອງປະເທດ ມີທັງນ້ຳປ່າໄຫລຊຸແຮງ, ນ້ຳລົ້ນຝັ່ງ, ນ້ຳຖວມຂັງ ອັນເນື່ອງມາຈາກສະພາບຝົນຕົກແຮງຫລາຍຊົ່ວໂມງ, ຫລາຍມື້ຕິດຕໍ່ກັນ ຢ່າງຕໍ່ເນື່ອງໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນຂອງປະຊາຊົນເປັນຈຳນວນຫຼາຍສົມຄວນ ລວມທັງເຮືອນຊານບ້ານຊ່ອງ, ໄຮ່ນາຮົ້ວສວນ, ສ້າງຄວາມເດືອດຮ້ອນຕໍ່ການດຳລົງຊີວິດຂອງປະຊາຊົນຢ່າງຫລີກບໍ່ໄດ້, ວັນທີ 29 ກໍລະກົດ ເກີດນ້ຳຖ້ວມກະທັນຫັນຢູ່ ບ້ານແທ່ນຄຳ ແລະ…

ຮ່ວມກັນປະຕິບັດຕາມຫຼັກການ 5 ປ ຈຶ່ງຈະ ສາມາດຕັດວົງຈອນຂອງພະຍາດໄຂ້ຍຸງລາຍໄດ້

ຮ່ວມກັນປະຕິບັດຕາມຫຼັກການ 5 ປ ຈຶ່ງຈະ ສາມາດຕັດວົງຈອນຂອງພະຍາດໄຂ້ຍຸງລາຍໄດ້

ໄລຍະນີ້, ປະເທດເຮົາຍັງຢູ່ໃນໄລຍະລະດູຝົນ ແລະຝົນຈະແກ່ຍາວໄປຈົນຮອດເດືອນພະຈິກ ຈຶ່ງຈະຜ່ານພົ້ນໄປ ແລະ ໄລຍະນີ້ ມັນຊ່າງ ສ້າງຄວາມເໝາະສົມແກ່ ການແພ່ລະບາດຂອງພະຍາດຕາມລະດູການ ໂດຍສະເພາະ ແມ່ນພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ແລະ ເຮົາຈະເຫັນວ່າ ຢູ່ຕາມໂຮງໝໍແຫ່ງຕ່າງໆທົ່ວປະເທດ ທັງສູນກາງ ແລະ ທ້ອງຖິ່ນ ທັງໂຮງໝໍໃຫຍ່,…

ລະເບີດລູກຫວ່ານຍັງເປັນໄພງຽບຈາກສົງຄາມ ຍັງເປັນອຸປະສັກກີດຂວາງການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕະຫຼອດມາ ບໍ່ຮູ້ວ່າເມື່ອໃດຈຶ່ງຈະໝົດໄປ

ລະເບີດລູກຫວ່ານຍັງເປັນໄພງຽບຈາກສົງຄາມ ຍັງເປັນອຸປະສັກກີດຂວາງການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕະຫຼອດມາ ບໍ່ຮູ້ວ່າເມື່ອໃດຈຶ່ງຈະໝົດໄປ

(ຄົບຮອບ 15 ປີ ທີ່ລາວເຂົ້າເປັນລັດພາຄີສົນທິສັນຍາອົດສະໂລ່ ວັນທີ1.8.2008-1.8.2023) ດັ່ງທີ່ຮູ້ນຳກັນວ່າ ສປປ ລາວເປັນປະເທດໜຶ່ງທີ່ຕົກເຂົ້າໃສ່ວັງວົນຂອງສົງຄາມອິນດູຈີນທີ່ຈັກກະພັດອາເມລິກາກໍ່ຂຶ້ນ, ແຕ່ປີ 1964 ຈົນຮອດ ປີ 1973 ເປັນເວລາ 9 ປີ ທີ່ຖືກລະເບີດທຳລາຍ ເກືອບ 3 ລ້ານໂຕນ,…