ປ່ອຍປາ, ສັດນ້ຳ-ສັດປ່າ ເພື່ອຄວາມອຸດົມສົມບູນຂອງທຳມະຊາດ ຕ້ອງປະຕິບັດກົດໝາຍປາບປາມການລ່າຢ່າງເຂັ້ມງວດ

ໂດຍ: ທິດກ່ຳ
ໃນປີ 2023 ນີ້, ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນໃນທົ່ວປະເທດ ມີແຜນປ່ອຍສັດນ້ຳ-ສັດປ່າເພື່ອຄວາມອຸດົມສົມບູນລົງສູ່ທຳມະຊາດຕາມພື້ນທີ່ປ່າ ແລະ ແຫລ່ງນ້ຳ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2023 ເຊິງມີຈຳນວນເຖິງ 62 ລ້ານໂຕ, ເມື່ອທຽບໃສ່ປີ 2022 ຜ່ານມາແລ້ວເຫັນວ່າເພີ່ມຂຶ້ນເຖິງ 1 ລ້ານໂຕ. ແຫລ່ງຂ່າວນີ້ໄດ້ມາຈາກການຖະແຫລງຂ່າວຕໍ່ສື່ມວນຊົນຂອງທ່ານ ເພັດ ພົມພິທັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເມື່ອວັນທີ 7 ກໍລະກົດ 2023 ຜ່ານມາ.
ດັ່ງທີ່ຮູ້ກັນແລ້ວວ່າ, ການປ່ອຍປາ ຫລື ການປ່ອຍສັດນ້ຳ-ສັດປ່າແມ່ນເພື່ອຄວາມຍືນຍົງ ແລະ ຄວາມອຸດົມສົມບູນຂອງທຳມະຊາດ, ຖືເປັນການທຳບຸນຢ່າງໜຶ່ງໃນຫລັກສິນທຳ, ຖືເປັນການໂຜດສັດ ສະແດງເຖິງຄວາມເມດຕາກະລຸນາຕໍ່ຊັບພະສິ່ງທີ່ມີຊີວິດຢູ່ໃນທຳມະຊາດ.
ນັບແຕ່ປະເທດຊາດຂອງພວກເຮົາໄດ້ຮັບການສ້າງຕັ້ງເປັນ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ເປັນຕົ້ນມາ, ພັກ ແລະ ລັດຖະບານຍາມໃດກໍໄດ້ເອົາໃຈໃສ່ເຖິງຄຸນຄ່າຂອງສິ່ງແວດລ້ອມ ແລະ ຊີວະນາໆພັນທີ່ມີໃນແຫລ່ງທຳມະຊາດ ເປັນຕົ້ນຢູ່ໃນນ້ຳ ແລະ ເທິງບົກ ເພາະສິ່ງເຫລົ່ານີ້ມັນໃຫ້ຄວາມອຸດົມສົມບູນຂອງທຳມະຊາດ ທັງໃຫ້ໂພຊະນາການ ແລະ ຄວາມຍືນຍົງຂອງສິ່ງແວດລ້ມ.
ທັງໝົດນີ້ ມັນສະແດງອອກຢູ່ໃນກົດໝາຍ ແລະ ແນວທາງການສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະ ໂດຍມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ເປັນຜູ້ຮັບຜິດຊອບຢ່າງຂາດຕົວ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນຢ່າງຈິງຈັງ.
ແຕ່ເຖິງຢ່າງໃດກໍດີ, ຕໍ່ບັນຫານີ້ ໃນຫລາຍປີຜ່ານມາ ເມື່ອມີການປ່ອຍປາ, ປ່ອຍສັດນ້ຳ-ສັດປ່າລົງສູ່ທຳມະຊາດແລ້ວ ພວກເຮົາຍັງຂາດການຄຸ້ມຄອງ ແລະ ປົກປັກຮັກສາບໍ່ທັນ ໜັກແໜ້ນເຂັ້ມແຂງເທົ່າທີ່ຄວນ ເປັນຕົ້ນຍັງປະປ່ອຍໃຫ້ປະຊາຊົນຢູ່ໃນເຂດນັ້ນໆເຂົ້າປ່າຫາລ່າເນື້ອ. ສ່ວນຕາມຫ້ວຍນ້ຳລຳເຊນັ້ນ ກໍຍັງມີສະພາບການຫາປາແບບດັບສູນເຊັ່ນ: ໃຊ້ໄຟຟ້າຊ໊ອດ ຫລືຍັງມີປາກົດການຖິ້ມລະເບີດເອົາປາເຫລົ່ານີ້ເປັນຕົ້ນ.
ດັ່ງນັ້ນ ຈຶ່ງຮຽກຮ້ອງຂະແໜງການກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນຊ່ວຍກັນເປັນເຈົ້າການປົກປ້ອງ ເພື່ອບໍ່ໃຫ້ມີບັນຫາທີ່ວ່ານີ້ເກີດຂຶ້ນໃນຕໍ່ໜ້າ ແລະ ຍາວນານ. ຖ້າບໍ່ດັ່ງນັ້ນ ປູປາໃນແມ່ນ້ຳລຳເຊ, ຫ້ວຍໜອງຄອງບຶງ ແລະ ສັດສາວາສິ່ງໃນທຳມະຊາດທີ່ພວກເຮົາໄດ້ປ່ອຍໄປນັ້ນບໍ່ໃຫ້ດັບສູນຍ້ອນຄົນໃນທ້ອງຖິ່ນເຮົາເອງເປັນຕົ້ນເຫດໃນການທຳລາຍນັ້ນເອງ.

