ພ້ອມກັນເຊີດຊູຈິດໃຈເອກະລາດການເພິ່ງຕົນເອງ, ກຸ້ມຕົນເອງຂຶ້ນຕື່ມ ນຳເອົາປະເທດຊາດຫຼຸດພົ້ນອອກຈາກການເພິ່ງພາຕ່າງປະເທດ

ໂດຍ: ຜາຕຸງ
“ເຮົາຊິເພິ່ງພາແຕ່ຕ່າງປະເທດເໝິດຄື: 80%-90% ເພິ່ງພາໝູ່ໝົດນີ້ ເຮົາຊິກາຍເປັນຫົວເມືອງຂຶ້ນແບບໃໝ່ຂອງປະເທດນັ້ນໆ, ຢາກໃຫ້ເຊີດຊູຈິດໃຈເອກະລາດໃນການເພິ່ງຕົນເອງຂື້ນຕື່ມລະດັບໜຶ່ງອີກ” ຄຳເວົ້າສັ້ນໆຂອງ ທ່ານໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກ່າວໃນເວລາປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບວຽກງານແຮ່ທາດ ຢູ່ກອງປະຊຸມສະໄໝສາມັນເທື່ອທີ V ຂອງສະພາແຫ່ງຊາດຊຸດທີ IX, ເມື່ອວັນທີ 30 ເດືອນມິຖຸນາ 2023, ມັນຊ່າງມີຄວາມໝາຍທີ່ກ້ວາງຂວາງເລິກເຊິ່ງ ແລະ ຍິ່ງໃຫຍ່ຕໍ່ຄວາມເປັນຊາດຂອງຊາດໜຶ່ງ ທີ່ມີເອກະລາດ, ອະທິປະໄຕ ແລະ ຜືນແຜ່ນ ດິນອັນຄົບຖ້ວນ ແລະ ມີປະຊາຊົນເປັນເຈົ້າຂອງປະເທດຊາດ ໃນການກຳນົດອະນາຄົດ, ໂຊກຊະຕາກຳຂອງຄວາມເປັນເຈົ້າຕົນເອງ.
ລາວເຮົາເປັນປະເທດໜຶ່ງທີ່ມີທ່າແຮງທາງດ້ານເສດຖະກິດທາງທຳມະຊາດຫຼາຍຢ່າງລວມທັງຊັບໃນດິນສິນທາງນ້ຳ ແລະ ທາງບົກອັນອຸດົມສົມບູນເຊິ່ງບາງສ່ວນໄດ້ຖືກນຳມາໝູນໃຊ້ເຂົ້າສູ່ການພັດທະນາເສດຖະກິດ-ສັງຄົມແລ້ວ ແຕ່ກໍ່ຍັງຈຳນວນບໍ່ໜ້ອຍທີ່ຍັງບໍ່ທັນໄດ້ແຕະຕ້ອງເທື່ອ ຍັງເປັນທຶນຮອນອັນແຂງແຮງທີ່ຈະນຳມາພັດທະນາຕໍ່ໄປ, ໂດຍລວມແລ້ວເຖິງຈະມີການພັດທະນາ ແຕ່ອີງໃສ່ຫຼາຍປັດໃຈທີ່ເຮົາຍັງບໍ່ສາມາດເຮັດໄດ້ ເປັນຕົ້ນ ຄວາມຮູ້ຄວາມສາມາດທາງດ້ານເຕັກນິກວິຊາການ, ກຳລັງການຜະລິດ ແລະ ອື່ນໆ ຍັງອ່ອນນ້ອຍເຮັດໃຫ້ການຜະລິດບໍ່ກ້ວາງຂວາງ,ການສະໜອງສິນຄ້າພາຍໃນບໍ່ພຽງພໍກັບຄວາມຕ້ອງການ ດັ່ງນັ້ນຈຶ່ງຈຳເປັນຍັງຕ້ອງໄດ້ເພິ່ງພາຈາກຕ່າງປະເທດຢ່າງຫຼີກລ່ຽງບໍ່ໄດ້,
ໃນຄວາມເປັນຈິງແລ້ວ ຖ້າຢາກຫຼຸດຜ່ອນການເພິ່ງພາຈາກຕ່າງປະເທດ ແລະ ກ້າວໄປເຖິງການເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໄດ້ນັ້ນ ເຮົາຕ້ອງກ້າລົງທຶນຫຼາຍກວ່າເກົ່າສຸມເຂົ້າໃສ່ ການພັດທະນາຊັບກອນມະນຸດກໍຄືພັດທະນາຄົນໃຫ້ມີຄວາມຮູ້ຄວາມສາມາດທີ່ແທ້ຈິງ ເພື່ອມາພັດທະນາເສດຖະກິດຂອງຊາດໃຫ້ເຂັ້ມແຂງໃນທຸກດ້ານ ນຳໃຊ້ທຸກທ່າແຮງທີ່ມີໃຫ້ຖືກຕ້ອງສົມເຫດສົມຜົນເກີດປະໂຫຍດສູງສຸດ, ຫຼຸດຜ່ອນການຟຸ່ມເຟືອຍ ແລະອື່ນໆ ທີ່ເຫັນວ່າເໝາະສົມໄປຕາມທິດສີຂຽວຍືນຍົງ, ກ້າເຮັດ, ກ້າຕັດສິນໃຈ, ກ້າຮັບຜິດຊອບຕໍ່ຜົນໄດ້ຜົນເສຍຂອງປະເທດຊາດ.
ອີງໃສ່ມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ ຄວາມສາມັກຄີປອງດອງເປັນຈິດໜຶ່ງໃຈດຽວຂອງປະຊາຊົນບັນດາເຜົ່າຜູ້ເປັນເຈົ້າຂອງປະເທດຊາດ ແລະ ທ່າແຮງທີ່ເຮົາມີບວກໃສ່ແນວທາງນະໂຍບາຍອັນຖືກຕ້ອງຂອງລັດຖະບານທີ່ໄດ້ກຳນົດຈຸດສຸມການພັດທະນາຢ່າງລະອຽດຈະແຈ້ງແລ້ວ ມີແຕ່ພ້ອມກັນເຊີດຊູຈິດໃຈເອກະລາດ ການເພິ່ງຕົນເອງ, ກຸ້ມຕົນເອງຂຶ້ນຕື່ມໃນລະດັບໜຶ່ງອີກ, ເຊື່ອໝັ້ນວ່າໃນອານາຄົດ ລາວເຮົາຈະສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໄດ້ ເມື່ອນັ້ນຈະຫຼຸດພົ້ນອອກຈາກການເພິ່ງພາຕ່າງປະເທດເໝິດ, ແລ້ວເຮົາຈະບໍ່ກາຍເປັນຫົວເມືອງຂຶ້ນແບບໃໝ່ຂອງປະເທດນັ້ນໆ ຢ່າງແນ່ນອນ.

