ທ່ານ ປູຕິນ ຢືນຢັນການພົວພັນມິດຕະພາບ 2 ປະເທດແໜ້ນແຟ້ນກັບທ່ານ ກິມຈອງອຸນ ກ່ອນພົບປະຫາລືທ່ານ ທຣໍາ ຢູ່ລັດອະແລສກາວັນສຸກນີ້

ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຂອງຣັດເຊຍ ຢືນຢັນການພົວພັນ “ມິດຕະພາບ” ກັບທ່ານ ກິມຈອງອຸນ ຜູ້ນໍາສູງສຸດຂອງ ສປປ ເກົາຫລີ ພຽງບໍ່ເທົ່າໃດວັນກ່ອນຈະມີກໍານົດພົບປະກັບທ່ານ ໂດນັລ ທຣໍາ ປະທານາທິບໍດີຂອງອາເມລິກາ ຢູ່ລັດອະແລສກາ ໃນວັນທີ 15 ສິງຫານີ້.
ການຕິດຕໍ່ລະຫວ່າງສອງຜູ້ນໍາເກີດຂຶ້ນໃນວັນທີ 12 ສິງຫາ ໂດຍທ່ານ ປູຕິນ ກ່າວຍ້ອງຍໍບົດບາດຂອງ ສປປ ເກົາຫລີ ທີ່ສະໜັບສະໜູນດ້ານການທະຫານຕໍ່ຣັດເຊຍໃນສົງຄາມກັບອູແກຣນ, ພ້ອມທັງແຈ້ງຂໍ້ມູນຫລ້າສຸດກ່ຽວກັບການກະກຽມສໍາລັບກອງປະຊຸມສຸດຍອດກັບທ່ານ ທຣໍາ ເຊິ່ງຈະເປັນການພົບກັນຄັ້ງທໍາອິດນັບແຕ່ຣັດເຊຍເລີ່ມຮຸກຮານອູແກຣນເຕັມຮູບແບບໃນເດືອນກຸມພາ 2022.
ສໍານັກງານແກຣມລິນລະບຸໃນຖະແຫລງການຢ່າງເປັນທາງການວ່າ: “ຜູ້ນໍາທັງສອງຢືນຢັນຄວາມຕັ້ງໃຈໃນການພັດທະນາການພົວພັນມິດຕະພາບ, ການເປັນເພື່ອນບ້ານທີ່ດີ ແລະ ການຮ່ວມມືໃນອະນາຄົດ”. ພ້ອມກ່າວວ່າ: ທ່ານ ປູຕິນ ໄດ້ລາຍງານຄວາມຄືບໜ້າກ່ຽວກັບກອງປະຊຸມສຸດຍອດທີ່ກໍາລັງຈະເກີດຂຶ້ນກັບປະທານາທິບໍດີ ທຣໍາ.
ເຖິງຢ່າງໃດກໍຕາມ, ຖະແຫລງການຈາກ ສປປ ເກົາຫລີ ບໍ່ໄດ້ກ່າວເຖິງບັນຫາເລື່ອງກອງປະຊຸມກັບທ່ານ ທຣໍາ ແຕ່ຢ່າງໃດ.
ນອກຈາກນີ້, ທ່ານ ປູຕິນ ຍັງເນັ້ນເຖິງ “ການຊ່ວຍເຫລືອ” ຈາກ ສປປ ເກົາຫລີ ລະຫວ່າງປະຕິບັດການຂອງຣັດເຊຍໃນການ “ປົດປ່ອຍພື້ນທີ່ແຄວ້ນເຄິກ” ເຊິ່ງເຄີຍຖືກຮຸກຮານໂດຍກອງທັບອູແກຣນໃນປີຜ່ານມາ ໜຶ່ງໃນປະຕິບັດການທາງບຸກທີ່ສ້າງຄວາມປະຫລາດໃຈໃຫ້ປະເທດຕາເວັນຕົກ.
ເຖິງວ່າຈະຖືກໂດດດ່ຽວຈາກປະເທດຕາເວັນຕົກຢ່າງຮຸນແຮງ, ແຕ່ຣັດເຊຍພັດມີການຮ່ວມມືທີ່ໃກ້ຊິດຂຶ້ນກັບ ສປປ ເກົາຫລີ ໂດຍໜ່ວຍຂ່າວຂອງອູແກຣນ ແລະ ສ.ເກົາຫລີ ລະບຸວ່າ: ມີທະຫານ ສປປ ຢ່າງໜ້ອຍ 10,000 ຄົນຖືກສົ່ງມາຮ່ວມຮົບຄຽງຂ້າງກອງທັບຣັດເຊຍໃນອູແກຣນ.
ນອກຈາກນີ້, ສປປ ເກົາຫລີ ຍັງໄດ້ຈັດສົ່ງລູກສອນໄຟ, ລູກປືນໃຫຍ່ ແລະ ແຮງງານໄປຣັດເຊຍ ໂດຍສະເພາະໃນຂະແໜງການກໍ່ສ້າງ ທ່າມກາງບັນຫາຂາດເຂີນແຮງງານຊາຍໃນຣັດເຊຍ ເນື່ອງຈາກມີຜູ້ເສຍຊີວິດໃນສະໜາມຮົບຈໍານວນຫລາຍ. ຂະນະທີ່ອີກສ່ວນໜຶ່ງຫລົບໜີອອກນອກປະເທດ.
ອ້າງອີງ:

