ຄຽງຄູ່ກັບການປ່ອຍ ຕ້ອງມີການອານຸລັກ ແລະ ປົກປັກຮັກສາ ໃຫ້ມີຄວາມສົມດູນ ແລະ ຍືນຍົງ

ໂດຍ: ຜາຕຸງ
ໃນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ 13 ກໍລະກົດ 2023, ຕາມແຜນແລ້ວ ລັດຖະບານ ກໍຄື ກະຊວງກະສິກຳ ແລະ ປ່າໄມ້ ຈະປ່ອຍປາ ແລະ ສັດນໍ້າໃຫ້ໄດ້ທັງໝົດ 62 ລ້ານໂຕ ເພື່ອຄືນຄວາມອຸດົມສົມບູນຂອງສັດນໍ້າ ແລະ ສັດປ່າ ສູ່ທໍາມະຊາດ,ປົກປັກຮັກສາລະບົບນິເວດ ໃຫ້ມີຄວາມສົມດູນ ແລະ ຍືນຍົງ ແລະ ມາຮອດເວລານີ້ການຈັດຕັ້ງປະຕິບັດຕົວຈິງໄດ້ດຳເນີນໄປຢ່າງມີຜົນ,
ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: ປີນີ້ກໍຄືປີຜ່ານມາ ທົ່ວປະເທດໄດ້ຈັດກິດຈະກໍາໃນວັນປ່ອຍປາ ແລະ ອະນຸລັກ ສັດນໍ້າ-ສັດປ່າ ແຫ່ງຊາດ ວັນທີ 13 ກໍລະກົດຢ່າງເປັນຂະບວນກວ້າງຂວາງ ມີປະຊາຊົນ, ພໍ່ຄ້າຊາວຂາຍ, ຜູ້ປະກອບການ ລວມທັງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເຂົ້າຮ່ວມ ແລະ ໃຫ້ການສະໜັບສະໜູນແນວພັນປາ, ແນວພັນສັດນໍ້າ ແລະ ສັດປ່າ ຢ່າງຟົດຟື້ນ ປີນີ້ຄາດໝາຍປ່ອຍປາ ແລະ ສັດນໍ້າ ທັງໝົດ 62 ລ້ານໂຕ ພ້ອມທັງປ່ອຍສັດປ່າປະເພດນົກ, ສັດເລືອຄານ ແລະ ສັດປະເພດອື່ນໆຄືນສູ່ທໍາມະຊາດອີກຈໍານວນໜຶ່ງ.
ຕາມການລາຍງານຈາກພາກວສ່ວນກ່ຽວຂ້ອງ ປັດຈຸບັນຢູ່ລາວເຮົາ ມີຊະນິດພັນສັດປ່າ ຫລາຍກວ່າ 1.000 ຊະນິດ ແລະ ປາພື້ນເມືອງ ຫລາຍກວ່າ 500 ຊະນິດ ໂດຍສະເພາະສັດນໍ້າ ແລະ ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນ ຂອງໂລກ ເຊັ່ນ: ເສົາລາ, ຂະຍຸ, ຊ້າງ, ເສືອໂຄ່ງ, ໂອງ – ມັ່ງ, ປາບຶກ, ປາຂ່າ ແລະ ສັດປ່າຊະນິດອື່ນໆ ຊຶ່ງມີຄວາມສໍາຄັນຕໍ່ການຮັກສາຄວາມອຸດົມ ສົມບູນຂອງຊັບພະຍາກອນປ່າໄມ້, ຄວາມສົມດຸນຂອງລະບົບນິເວດໃນທໍາມະຊາດ, ເປັນມໍລະດົກທາງທໍາມະຊາດອັນລໍ້າຄ່າ ຂອງຊາດລາວເຮົາ.
ແນວໃດກໍຕາມ ຜ່ານມາເຖິງແມ່ນວ່າ ລັດຖະບານໄດ້ກຳນົດແນວທາງລະອຽດໃນການອານຸລັກຮັກສາສັດນ້ຳສັດປ່າແລະປະຕິມາມາແຕ່ປີ1997 ແລ້ວກໍຕາມ ຍັງສັງເກດເຫັນວ່າຂະບວນການລັກລອບລ່າ ຊື້-ຂາຍ ສັດນ້ຳ,ສັດປ່າ ໂດຍະເພາະແມ່ນສັດປ່າ ປະເພດຫວງຫ້າມ ແລະ ໃກ້ຈະສູນພັນ ກໍຍັງມີຢ່າງແພ່ຫຼາຍ ໃນເຂດຊານເມືອງແລະເຂດຊົນນະບົດກໍຍັງເຫັນແມ່ຄ້ານຳມາວາງຂາຍຢູ່ຕາມຕະຫຼາດລາດລີ້ແບບບໍ່ເກງກົວຕໍ່ກົດໝາຍ ແລະ ຂໍ້ຫ້າມທີ່ທາງການກຳນົດອອກ, ນີ້ແມ່ນຍ້ອນຄວາມບໍ່ເຂັ້ມງວດຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງຜູ້ປະຕິບັດກົດໝາຍ ຫຼື ວ່າເປັນຍ້ອນຄວາມບໍ່ເຂົ້າໃຈຂອງປະຊາຊົນບໍ? ຄຳຖາມນີ້ ມັນຈົ່ງຫວ່າງໄວ້ໃຫ້ທຸກຄົນໄດ້ຕອບນຳກັນເພື່ອຄວາມເປັນເອກະພາບໃນການປະຕິບັດກົດໝາຍໃຫ້ສັກສິດ,ເຂັ້ມງວດ.
ລັດຖະບານໄດ້ກຳນົດເອົາວັນທີ 13 ກໍລະກົດເປັນວັນປ່ອຍປາ ອະນຸລັກຮັກສາ ສັດນ້ຳ-ສັດປ່າແຫ່ງຊາດນີ້ຂຶ້ນມາ ແຕ່ລະປີໄດ້ຈັດກິດຈະກຳຕ່າງໆທີ່ກ່ຽວຂ້ອງຂຶ້ນ ເພື່ອສ້າງຈິດສໍານຶກໃຫ້ເຍົາວະຊົນ ແລະ ອະນຸ ຊົນຮຸ່ນຫລັງກໍຄືທົ່ວສັງຄົມເຫັນຄວາມສໍາຄັນຂອງການອະນຸລັກສັດນໍ້າ-ສັດປ່າ ແນໃສ່ເພີ່ມຄວາມອຸດົມສົມບູນ ໃຫ້ກັບທໍາມະຊາດປົກປັກຮັກສາລະບົບນິເວດໃຫ້ມີຄວາມສົມດູນ ແລະ ຍືນຍົງຕະຫຼອດໄປ, ເຊິ່ງຮຽກຮ້ອງເຖິງທຸກພາກສ່ວນໃນທົ່ວສັງຄົມ ຈົ່ງຮ່ວມແຮງຮ່ວມໃຈ ເຂົ້າໃສ່ການພັດທະນາ, ຄຸ້ມຄອງ, ອະນຸລັກຮັກສາ ສັດນໍ້າ ແລະ ສັດປ່າ ໃຫ້ຫລາຍຂຶ້ນ ແນໃສ່ເພີ່ມຄວາມອຸດົມສົມບູນທາງດ້ານຊະນິດພັນ ແລະ ຈໍານວນປະຊາກອນຂອງສັດນໍ້າ ແລະ ສັດປ່າ ທີ່ເປັນມໍລະດົກທາງທໍາມະຊາດ ຂອງຊາດໃຫ້ຊົມໃຊ້ແບບຍືນຍົງ.

