ການແກ້ໄຂບັນຫາຢາເສບຕິດ ເບິ່ງຄືວ່າອັນໃດກໍຕິດຂັດ ແລະ ຫຍຸ້ງຍາກໄປໝົດ

ໂດຍ: ທິດກ່ຳ
ອີງຕາມການລາຍງານຂອງທ່ານພົນເອກ ວິໄລ ຫລ້າຄຳຟອງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 29 ມິຖຸນາ 2023 ຜ່ານມາ ວ່າ: ” ຕະຫລອດໄລຍະການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2 ປີກວ່າ ສາມາດມ້າງຄະດີຢາເສບຕິດໄດ້ 9 ພັນກວ່າເລື່ອງ, ຈັບຜູ້ຖືກຫາໄດ້ ເກືອບ 14 ພັນຄົນ,ຢຶດຢາບ້າໄດ້ ເກືອບ 300 ລ້ານເມັດ ແລະ ຢາເສບຕິດອື່ນໆອີກຈຳນວນຫລາຍ ເຊິ່ງໄລຍະຜ່ານມາໄດ້ນຳໃຊ້ຫລາຍຮູບແບບໃນການປຸກລະດົມຂະບວນການປາບປາມຢາເສບຕິດ ແຕ່ບັນຫາຕ່າງໆກໍຍັງມີຄວາມຫຍຸ້ງຍາກທ້າທາຍ ແລະ ຍັງຕ້ອງແກ້ໄຂຕື່ມ ເພາະຍັງຂາດປັດໄຈຫລາຍໆດ້ານ ໂດຍສະເພາະງົບປະມານ ນອກນີ້ຍັງມີຂໍ້ຄົງຄ້າງຫລາຍຢ່າງ ເປັນຕົ້ນແມ່ນການໂຄສະນາບໍ່ທົ່ວເຖິງ ປາບປາມບໍ່ຄົບຖ້ວນ, ນິຕິກຳຍັງຈຳກັດ, ເຈົ້າໜ້າທີ່ຍັງຂາດຄວາມຮູ້ຄວາມສາມາດ ແລະ ຍັງສວຍໃຊ້ໜ້າທີ່ຕຳແໜ່ງໃນການກະທຳຜິດ.
ຕາມທິດກໍ່າໄດ້ຟັງເບິ່ງການຖະແຫລງຂອງທ່ານພົນເອກວິໄລ ຫລ້າຄຳຟອງ ກໍນັບວ່າມີດີຫລາຍຢ່າງຄື ນັບແຕ່ສະພາແຫ່ງຊາດໄດ້ມີມະຕິຮັບຮອງເອົາສອງວາລະແຫ່ງຊາດຄື: ວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດກ່ຽວກັບການຕ້ານຢາເສບຕິດ ປາກົດວ່າມີຫລາຍອັນກໍຄ່ອຍໆດີຂຶ້ນ. ອັນທີ່ເຫັນພົ້ນເດັ່ນກໍແມ່ນບັນຫາຢາເສບຕິດເຮົາສາມາດຕ້ານສະກັດກັ້ນ ແລະ ຈັບຕົວຜູ້ກະທຳຜິດມາລົງໂທດໄດ້ຫລາຍສົມຄວນ, ຜູ້ມີຄວາມຜິດສ່ວນຫລາຍກໍຖືກກັກຂັງ ທັງປັບໃໝໃສ່ໂທດ. ຍິ່ງໄປກວ່ານັ້ນ ຜູ້ມີຄວາມຜິດໜັກໜ່ວງກໍຖືກປະຫານຊີວິດຕາມກົດໝາຍບ້ານເມືອງ. ສ່ວນເຈົ້າໜ້າທີ່ເຮົາກໍມີຫລາຍທ່ານຫລາຍສະຫາຍຖືກບາດເຈັບ ແລະ ເສຍຊີວິດ ຍ້ອນການປະຕິບັດໜ້າທີ່ໄລ່ລ່າປາບປາມພວກກຸ່ມແກ້ງຢາເສບຕິດໃນແຕ່ລະບ່ອນ ຈຶ່ງຂໍຊົມເຊີຍເຈົ້າໜ້າທີ່ກ່ຽວຂ້ອງ ນັບແຕ່ສູນກາງລົງຮອດທ້ອງຖິ່ນໂດຍທົ່ວເຖິງກັນ.
ແຕ່ຍັງມີຫລາຍອັນທີ່ຫຍຸ້ງຍາກ, ຂັດສົນ ແລະ ກາຍເປັນສິ່ງທ້າທາຍໄປຈົນໝົດ ໂດຍສະເພາະຕອນຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ກໍລະນີການປາບປາມບັນຫາຢາເສບຕິດຮູບແບບໃໝ່, ການໃສ່ໂທດຕໍ່ຜູ້ກະທຳຜິດ, ການໃສ່ລະບຽບຕໍ່ຜູ້ລະເມີດວິໄນ ແລະ ສຸດທ້າຍກໍລົງທີ່ຂາດງົບປະມານ ເຊິ່ງຍັງຕ້ອງອາໄສການສະໜັບສະໜູນຈາກພາກສ່ວນທຸລະກິດພາຍໃນ ແລະ ຈາກສາກົນ.
ຢ່າງໃດກໍດີມາຮອດປັດຈຸບັນ ຍັງເຫັນວ່າບັນຫາຢາເສບຕິດໃນສັງຄົມລາວເຮົາຍັງບໍ່ທັນໝົດສ້ຽງ ແລະ ມີຄວາມສະຫງົບປອດໄພເທື່ອ. ອັນສາເຫດກໍຍ້ອນວ່າຍັງມີຜູ້ເສບ, ຜູ້ຜະລິດ ທັງບັນຫາການຂົນສົ່ງ ແລະ ຈຳໜ່າຍຜ່ານລາວໄປຍັງປະເທດທີສາມ, ຍາກຕໍ່ການຕ້ານສະກັດກັ້ນ ແລະ ປາບປາມໃຫ້ໝົດໄປ. ສະນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກຄົນເປັນຫູເປັນຕາ ແລະ ພ້ອມກັນສູ້ຊົນປະຕິບັດວາລະແຫ່ງຊາດໃຫ້ໄດ້ຮັບຜົນໃນໄລຍະຕໍ່ໜ້າ ແລະ ຍາວນານ.
