6 ເດືອນຕົ້ນປີ ນະຄອນຫຼວງວຽງຈັນ ມີປາກົດການຫຍໍ້ທໍ້ເກີດຂຶ້ນ ເກືອບ 500 ເລື່ອງ

ພັອ ກົງ ຄະນະລັງສຸກ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ແລະ ປກສ ກຸ່ມບ້ານ ຢູ່ນະຄອນຫຼວງວຽງຈັນ ວັນທີ 12 ສິງຫາ 2025 ນີ້ວ່າ: ວຽກງານແກ້ໄຂປາກົດການຫຍໍ້ທໍ້ ແລະ ແກ້ໄຂຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ທົ່ວນະຄອນຫຼວງວຽງຈັນ ມີສະພາບປາກົດການຫຍໍ້ທໍ້ເກີດຂຶ້ນ ທັງໝົດ 496 ເລື່ອງ (ທຽບໃສ່ 6 ເດືອນທ້າຍປີ 2024 ຫຼຸດລົງ 106 ເລື່ອງ) ສາມາດແກ້ໄຂໄດ້ທັງໝົດ 510 ເລື່ອງ, ກັກຕົວ 792 ຄົນ, ຍິງ 232 ຄົນ, ຕ່າງປະເທດ 23 ຄົນ, ຍິງ 03 ຄົນ; ສາມາດແກ້ໄຂຄະດີຢາເສບຕິດໄດ້ທັງໝົດ 377 ເລື່ອງ (ທຽບໃສ່ 6 ເດືອນທ້າຍປີ 2024 ຫຼຸດລົງ 51 ເລື່ອງ).

ວຽກງານປັບປຸງ ກໍາລັງ ປກສ ກຸ່ມບ້ານ ແລະ ປກສ ບ້ານ ຕິດພັນວຽກງານຮາກຖານການເມືອງໄດ້ກວດກາ ແລະ ປະເມີນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໄດ້ປະກາດ ແລະ ມອບໃບຢັ້ງຢືນແລ້ວ 330 ບ້ານ, ກໍາລັງສະເໜີຂັ້ນເທິງ 151 ບ້ານ, ໄດ້ປະເມີນຄອບຄົວສະເໜີເປັນຄອບຄົວປ້ອງກັນຄວາມສະຫງົບດີມີ 121,431 ຄອບຄົວ ໃນນີ້ ( ຄົບມາດຖານເງື່ອນໄຂ ມີ 155,747 ຄອບຄົວ,ບໍ່ຄົບມາດຖານເງື່ອນໄຂ ມີ 8,910 ຄອບຄົວ),ຕິດຕາມ 121,431 ຄອບຄົວ,ບໍ່ໄດ້ປະເມີນ 6,630 ຄອບຄົວ ແລະ ໄດ້ປັບປຸງກໍາລັງ ປກສ ກຸ່ມ,ປກສ ບ້ານ; ປັດຈຸບັນມີຫ້ອງການ ປກສ ກຸ່ມ 59 ກຸ່ມ, ໄດ້ສຳເລັດການຝືກອົນຮົບສຳເລັດ 04 ເມືອງ, ມີ 273 ສະຫາຍ, ຍິງ 06 ສະຫາຍ, ສ່ວນອີກ 05 ເມືອງ ແມ່ນສືບຕໍ່ສ້າງແຜນການຝຶກອົບຮົມ.