ປະຕິບັດລະບຽບການສັນຈອນທາງບົກໃຫ້ເຂັ້ມງວດ ເພື່ອຫລຸດຜ່ອນອຸບັດເຫດ ຢ່າໃຫ້ລົດໃນວົງວຽນຕ້ອງຢຸດກ່ອນ

ໂດຍ: ຜາຕຸງ
ຕ້ອງຂໍອະໄພນຳທ່ານຜູ້ຮູ້ທີ່ຜ່ານການຝຶກອົບຮົມຮຽນຮູ້ ແລະ ໄດ້ຮັບໃບອະນຸຍາດໃນການຂັບຂີ່ທຸກທ່ານ ຜູ້ຂຽນບໍ່ໝາຍຄວາມວ່າຈະຕີລວດກວາດພຽງຫຍັງດອກ ມີແຕ່ຂຽນເພື່ອເຕືອນສະຕິທຸກຄົນທີ່ກຳລັງນຳໃຊ້ພາຫະນະຕາມທ້ອງຖະໜົນຫຼາຍໆຄົນໃຫ້ຄຳນຶງເຖິງຄວາມປອດໄພເປັນຫຼັກກ່ອນຂັບລົດອອກຈາກເຮືອນເພື່ອໄປປະຕິບັດພາລະກິດຂອງຕົນເອງ.
ບັນຫາທີ່ຢາກຍົກຂຶ້ນມາແລກປ່ຽນກັນນີ້ຍ້ອນວ່າມີອຸບັດເຫດເກີດຂື້ນບໍ່ເວັ້ນແຕ່ລະວັນ, ນອກຈາກ ສ້າງຄວາມຫຍຸ້ງຍາກໃຫ້ສັງຄົມແລ້ວ ມັນຍັງມີຜົນເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າຕື່ມອີກ, ສາເຫດຕົ້ນຕໍອາດເນື່ອງມາຈາກຜູ້ຂັບຂີ່ສ່ວນຫຼາຍບໍ່ຮູ້, ບໍ່ໄດ້ຮຽນ ແລະ ບໍ່ໄດ້ຮັບໃບອະນຸຍາດໃນການຂັບຂີ່ເລີຍບໍ່ຮູ້ປະຕິບັດຕາມກົດລະບຽບການສັນຈອນທາງບົກ ຫຼື ຜູ້ທີ່ຮູ້ແລ້ວຮຽນແລ້ວມີໃບຂັບຂີ່ແລ້ວກໍຍັງລະເມີດບໍ່ປະຕິບັດຕາມກົດລະບຽບນັ້ນກໍມີຫຼາຍ (ຮູ້ແລ້ວຕ່າວພາໂລ).
ທັງໝົດນັ້ນເຮົາຈະເຫັນວ່າມີຫຼາຍໆຢ່າງຫຼາຍໆຂໍ້ ທີ່ຜູ້ຂັບຂີ່ບໍ່ປະຕິບັດຕາມລະບຽບການສັນຈອນທາງບົກໂດຍທີ່ບໍ່ຄຳນຶງເຖິງຄວາມປອດໄພເລີຍ ໜຶ່ງໃນນັ້ນຂໍຍົກເອົາເລື່ອງ “ ລົດໃນວົງວຽນມີສິດໄປກ່ອນ ” ເພື່ອຄວາມປອດໄພຜ່ານມາ, ເຫັນເຈົ້າໜ້າທີ່ຈາກໜ່ວຍງານກ່ຽວ ຂ້ອງຂີດເສັ້ນເຫຼືອງໄວ້ຢູ່ຕາມທາງແຍກຂອງວົງວຽນ ແລະ ໄດ້ນຳເອົາປ້າຍທີ່ມີສັນຍາລັກບອກວ່າ: ລົດໃນວົງວຽນມີສິດໄປກ່ອນ,ໄປປັກໄວ້ຕາມທາງວົງວຽນແຕ່ລະແຫ່ງເພື່ອໃຫ້ຜູ້ຂັບຂີ່ໄດ້ປະຕິບັດຕາມ ກໍເຫັນວ່າມີຄວາມເປັນລະບຽບຮຽບຮ້ອຍແດ່ ການໄປມາກໍສະດວກດີ ແຕ່ປັດຈຸບັນນີ້ ປ້າຍເຕືອນນັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ນຢູ່ບາງບ່ອນປາກົດວ່າມະຫັບມະຫາຍໄປແລ້ວເລີຍເຮັດໃຫ້ຄົນຈຳນວນບໍ່ໜ້ອຍມີຄວາມເຂົ້າໃຈວ່າ ເປັນສິດຂອງຕົນ ຕົນຕ້ອງໄປກ່ອນ ຈຶ່ງກາຍມາເປັນວ່າ ເພື່ອຄວາມປອດໄພ ລົດໃນວົງວຽນຕ້ອງຢຸດກ່ອນ.
ປັດຈຸບັນໃນນະຄອນຫຼວງວຽງຈັນ ຫຼື ຕາມຕົວເມືອງໃຫຍ່ ເຮົາຈະເຫັນລົດລາງພາຫະນະ, ມີທັງລົດນ້ອຍ, ລົດໃຫຍ່, ລົດຈັກທີ່ຫຼາກຫຼາຍ ທັງປ້າຍສີຟ້າ, ສີຂາວ ແລະ ສີເຫຼືອງ ມີທັງລົດແລ່ນດ້ວຍນ້ຳມັນ ແລະ ແລ່ນດ້ວຍໄຟຟ້າເພື່ອປະຢັດພະລັງງານແລ່ນສ່ວນສົນກັນໄປມາຢ່າງຫຼວງຫຼາຍ, ເຊິ່ງສະແດງເຖິງລະບົບເສດຖະກິດໃນຄົວເຮືອນຂອງປະຊາຊົນເຮົາດີຂຶ້ນ ແລະ ສາມາດເຂົ້າເຖິງແຫຼ່ງພາຫະນະຄ່ອງຕົວຂຶ້ນ, ສາມາດເຂົ້າເຖິງແຫຼ່ງວັດຖຸງ່າຍຂຶ້ນ.
ແນວໃດກໍຕາມ ເພື່ອຄວາມປອດໄພຂອງທຸກຊີວິດທີ່ສັນຈອນຕາມທ້ອງຖະໜົນ, ຜູ້ທີ່ໃຊ້ລົດລາງພາຫານະຄວນໄດ້ຄຳນຶງເຖິງຄວາມປອດໄພເປັນສຳຄັນ, ໝັ່ນຮຽນຮູ້ລະບຽບການສັນຈອນທາງບົກຢູ່ເລື້ອຍ ແລະ ຕໍ່ເນື່ອງ ເພາະບາງຄັ້ງກໍອາດຫຼົງລືມໄປກໍມີ, ຜູ້ບໍ່ທັນມີໃບອະນຸຍາດໃນການຂັບຂີ່ກໍຕ້ອງໄດ້ຮຽນຮູ້ ແລະ ສອບເສັງໃຫ້ໄດ້, ເດັກນ້ອຍອາຍຸບໍ່ເຖິງກະສຽນກໍບໍ່ຄວນຂັບຂີ່ລົດໂດຍລຳພັງ, ປະຕິບັດຕາມລະບຽບການສັນຈອນທາງບົກຢ່າງເຂັ້ມງວດ, ບັນຫາສຳຄັນເຈົ້າໜ້າທີ່ຜູ້ຮັກສາກົດໝາຍ ຕ້ອງເຂັ້ມງວດເດັດຂາດໃນການປະຕິບັດຕາມລະບຽບກົດໝາຍ ຜິດກໍຕ້ອງປັບໄໝໃສ່ໂທດ ຖືກກໍຕ້ອງຊົມເຊີຍວ່າກັນໄປເພາະເວລານີ້ສະໄໝນີ້ບໍ່ແມ່ນຍຸກເກງໃຈກັນແລ້ວ ໂລກກ້າວໄປສູ່ຍຸກ 4.0 ແລ້ວເດ ທັງນີ້ເພື່ອຄວາມປອດໄພຂອງທຸກຄົນໃນສັງຄົມໃນເວລາໃຊ້ລົດໃຊ້ຖະໜົນ.

