ປາບຢາເສບຕິດປຸ້ນຈີ້ຂີ້ລັກປາກົດຕົວ
ບົດທິດກໍ່າ ບັນຫາການປະຕິບັດວາລະແຫ່ງຊາດກ່ຽວກັບຢາເສບຕິດເປັນສະໜາມຮົບທີ່ເດັດດ່ຽວຂ້ຽວຂາດລະອຽດອ່ອນ ແລະ ທັງເດັດຂາດ. ຍ້ອນວ່າຢາເສບຕິດເປັນທີ່ມາຂອງການປຸ້ນຈີ້, ຂີ້ລັກ, ງັດແງະ, ຂ້າເຈົ້າເອົາຂອງ ຫລື ເວົ້າອີກຢ່າງໜຶ່ງກໍແມ່ນເປັນຕົ້ນເຫດຂອງຄວາມບໍ່ສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມລາວເຮົາ. ຖືໄດ້ວ່ານັບແຕ່ມີການເລີ່ມຕົ້ນປະຕິບັດວາລະແຫ່ງຊາດກ່ຽວກັບຢາເສບຕິດ ເຫັນວ່າເຈົ້າໜ້າທີ່ເຮົາສາມາດຢຶດ, ທຳລາຍກຸ່ມເປົ້າໝາຍໄດ້ຢ່າງລຽນຕິດ ແລະ ຫລວງຫລາຍ ເຊິ່ງໜຶ່ງໃນຜົນງານຊິ້ນໃຫຍ່ໆໃນໄລຍະຜ່ານມາ ກໍຄືໃນວັນທີ 18…










