ຂໍ້ສັງເກດ ແລະ ຂໍ້ມູນສຳຄັນຂອງກຸ່ມຕົວມິດສາຊີບໃຊ້ ທີ່ອາດສາມາດນຳໄປສູ່ຈັບໂຕພວກເຂົາໄດ້
ວັນທີ 22 ພະຈິກ 2022 ກະຊວງການເງິນ ແຈ້ງເຕືອນສັງຄົມ, ພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດຊາບວ່າ:ປັດຈຸບັນມີຄົນທີ່ບໍ່ຫວັງດີໄດ້ປອມແປງເອກະສານກ່ຽວກັບການອອກຫວຍພັດທະນາ ເພື່ອໃຊ້ໃນການຫລອກລວງປະຊາຊົນທີ່ຮູ້ເທົ່າບໍ່ເຖິງການໃຫ້ໂອນເງິນ ເພື່ອຫວັງຖືກເລກລາງວັນເລກ6ໂຕ ແລະ ມີປະຊາຊົນຫລາຍຄົນໄດ້ຫລົງເຊື່ອ ແລະ ໂອນເງິນໃຫ້ພວກກ່ຽວເປັນຈຳນວນຫລາຍ. ສະນັ້ນ, ຖ້າທ່ານພົບເຫັນບຸກຄົນ ຫລື ອົງກອນໃດທີ່ໂຄສະນາຊວນເຊື່ອ ແລະ ແຈ້ງເອກະສານປອມດັ່ງກ່າວແມ່ນບໍ່ໃຫ້ຫລົງເຊື່ອເດັດຂາດ ແລະ…










