ນະຄອນຫລວງວຽງຈັນກຽມປະກາດເມືອງພົ້ນທຸກເປັນໝາກຜົນຂອງພັກ-ລັດຖະບານ ແຕ່ປະຊາຊົນຍັງປະສົບກັບບັນຫາປາກົດການຫຍໍ້ທໍ້ ແລະ ການຄົມມະນາຄົມທີ່ຫຍຸ້ງຍາກ

ນະຄອນຫລວງວຽງຈັນກຽມປະກາດເມືອງພົ້ນທຸກເປັນໝາກຜົນຂອງພັກ-ລັດຖະບານ ແຕ່ປະຊາຊົນຍັງປະສົບກັບບັນຫາປາກົດການຫຍໍ້ທໍ້ ແລະ ການຄົມມະນາຄົມທີ່ຫຍຸ້ງຍາກ

ໂດຍ: ທິດກໍ່າ ຄາດວ່າໃນທ້າຍປີ 2022 ນີ້, ນະຄອນຫລວງວຽງຈັນຈະປະກາດບໍ່ໃຫ້ມີເມືອງທຸກຍາກອີກແລ້ວ ຫລື ຖ້າຈະເວົ້າອີກຢ່າງໜຶ່ງກໍແມ່ນຈະປະກາດລຶບລ້າງຈາກຄວາມທຸກຍາກ ແລະ ດ້ອຍພັດທະນາໃນທ້າຍປີນີ້. ອັນສາເຫດກໍຍ້ອນວ່າຕະຫລອດໄລຍະ 40 ກວ່າປີຜ່ານມາ, ທາງການນຳນະຄອນຫລວງໃນແຕ່ລະສະໄໝ, ແຕ່ລະຂັ້ນ ຕະຫລອດຊາວນະຄອນຫລວງວຽງຈັນທຸກຊົນຊາດຊົນເຜົ່າ, ທຸກຊັ້ນຄົນຕ່າງກໍໄດ້ສຸມເຫື່ອແຮງເລັ່ງລັດພັດທະນານະຄອນຫລວງວຽງຈັນອັນເປັນໝາກຫົວໃຈຂອງປະເທດ ຫລືວ່າ ເປັນສູນກາງເສດຖະກິດ-ສັງຄົມຂອງປະເທດໃຫ້ຈະເລີນຮຸ່ງເຮືອງ, ກ້າວໜ້າ…

ບັນຫາຂີ້ເຫຍື້ອໃນງານບຸນ ຄືບັນຫາຊໍາເຮື້ອ ທີ່ຄະນະຈັດງານບຸນປີ 2022 ໝັ້ນໃຈວ່າຈະຊຳລະລ້າງໃຫ້ໄດ້

ບັນຫາຂີ້ເຫຍື້ອໃນງານບຸນ ຄືບັນຫາຊໍາເຮື້ອ ທີ່ຄະນະຈັດງານບຸນປີ 2022 ໝັ້ນໃຈວ່າຈະຊຳລະລ້າງໃຫ້ໄດ້

ບັນຫາຂີ້ເຫຍື້ອຊະຊາຍໃນປາງບຸນປະຈຳປີ ເປັນບັນຫາຍືດເຍື້ອຍາວນານ ທີ່ຖືກສັງຄົມສ່ອງແສງ ຢູ່ເປັນປະຈຳ ເຊິ່ງໃນແຕ່ລະປີ ພາກສ່ວນກ່ຽວຂ້ອງໄດ້ອອກມາຢັນຢັນໜັກໜາວ່າຈະບໍ່ໃຫ້ເກີດປາກົດການຖິ້ມຂີ້ເຫຍື້ອຊະຊາຍໂດຍເດັດຂາດ ພ້ອມທັງອອກມາດຕະການເຂັ້ມງວດ ແລະ ປຸກລະດົມມວນຊົນໃຫ້ຖິ້ມຂີ້ເຫຍື້ອຖືກບ່ອນຖືກທີ່ຕາມທີ່ພາກສ່ວນກ່ຽວຂ້ອງຈັດສັນໄວ້ ແຕ່ກໍຍັງບໍ່ເປັນໄປດັ່ງທີ່ຄາດການໄວ້. ໃນປາງບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນປະຈຳປີ 2022 ນີ້ກໍເຊັ່ນດຽວກັນ ສັງຄົມໄດ້ສະແດງຄວາມເປັນຫ່ວງ ແລະ ຊ່ວຍກັນປຸກລະດົມມວນຊົນໃຫ້ຖິ້ມຂີ້ເຫຍື້ອຖືກຈຸດ ບໍ່ໃຫ້ຖິ້ມຊະຊາຍ  ພ້ອມດຽວກັນນີ້ທາງທາງພາກສ່ວນກ່ຽວຂ້ອງ…

ໄດ້ແຕ່ຫວັງວ່າ ກໍລະນີການສໍ້ໂກງມະຫາສານຂອງ ສາຍາເຈ້ທິບ ຈະກາຍເປັນບົດຮຽນໃຫ້ສັງຄົມໄດ້ຫລາຍຂຶ້ນ

ໄດ້ແຕ່ຫວັງວ່າ ກໍລະນີການສໍ້ໂກງມະຫາສານຂອງ ສາຍາເຈ້ທິບ ຈະກາຍເປັນບົດຮຽນໃຫ້ສັງຄົມໄດ້ຫລາຍຂຶ້ນ

ໂດຍ: ທິດກໍ່າ ຈາກກໍລະນີສາຍານາມ !!ເຈ້ທິບ!! ໄດ້ກາຍເປັນຄະດີດັງໃນປີ 2022 ໃນທົ່ວສັງຄົມລາວເຮົາຍຸກປັດຈຸບັນ. ອັນສາເຫດກໍຍ້ອນວ່າຜູ້ກ່ຽວພ້ອມພັກພວກຈຳນວນ 7 ຄົນ ໄດ້ໃຊ້ວິທີການໂຄສະນາຕົວະຍົວະຫລອກລວງໃຫ້ຄົນທັງຫລາຍຫລົງເຊື່ອ ແລ້ວເອົາເງິນໄປຝາກຫວັງໄດ້ດອກເບ້ຍສູງ. ໃນເວລາໄປຝາກເບື້ອງຕົ້ນກໍປາກົດວ່າໃຫ້ດອກເບ້ຍຕາມສັນຍາ, ແຕ່ພາຍລຸນມາກໍສ້ວຍຄືຫາງຂີ້ໂກະ ສຸດທ້າຍກໍມະຫັບມະຫາຍທັງຕົ້ນທັງດອກ ອັນນີ້ເຂົາເອີ້ນວ່າ: ແບບງູກິນຫາງ. ເມື່ອເກີດມີບັນຫາຈົນຕາແຈ, ເຈ້ທິບ ພ້ອມສາມີກໍເອົາຕົວຫລົບໜີຂ້າມຂອງໄປລີ້ຢູ່ກຸງເທບປະເທດໄທ,…

ຊາຍໜຸ່ມເດີນໄກຈາກນະຄອນຫລວງ ຖືກກັກຕົວຢູ່ປາກເຊ ພ້ອມຂອງກາງຢາບ້າ 24.000 ເມັດ

ຊາຍໜຸ່ມເດີນໄກຈາກນະຄອນຫລວງ ຖືກກັກຕົວຢູ່ປາກເຊ ພ້ອມຂອງກາງຢາບ້າ 24.000 ເມັດ

ຕາມການລາຍງານຂອງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກໃຫ້ຮູ້ວ່າ: ວັນທີ 17 ກັນ 2022 ເຈົ້າໜ້າທີ່ວິຊາສະເພາະ ໄດ້ຮັບການລາຍງານກຸ່ມຄົນບໍ່ດີເຄື່ອນໄຫວຄ້າ-ຂາຍຢາເສບຕິດຢູ່ເຂດບ້ານ ໂພນສະອາດ ນະຄອນປາກເຊ ແຂວງຈຳປາສັກ ຈິ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງມ້າງຄະດີລາຍດັ່ງກ່າວ ສາມາດກັກຕົວຜູ້ຖືກຫາໄດ້ 1 ຄົນ ຊື່:…

ກະຊວງແຮງງານ ແລະ ສະຫວັດດີການສັງຄົມອອກມາເຕືອນ ຢ່າຫຼົງເຊື່ອການຊັກຊວນໄປເຮັດວຽກຢູ່ ສ.ເກົາຫຼີ ແບບຜິດກົດໝາຍ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມອອກມາເຕືອນ ຢ່າຫຼົງເຊື່ອການຊັກຊວນໄປເຮັດວຽກຢູ່ ສ.ເກົາຫຼີ ແບບຜິດກົດໝາຍ

ວັນທີ 22 ກັນຍາ 2022 ນີ້ ຂ່າວສານກະຊວງແຮງງານ ແລະ ສະຫວັດດີການອອກມາເຕືອນວ່າ: ເພື່ອເຕືອນປະຊາຊົນລາວ ບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ຖືກເອົາປຽບຈາກນາຍໜ້າຮັບຈ້າງແລ່ນໄປເຮັດວຽກຢູ່ຕ່າງປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈຶ່ງຮຽກ ຮ້ອງເຖິງແຮງງານ ແລະ ສັງຄົມ ຢ່າຫຼົງເຊື່ອການຊັກຊວນໄປເຮັດວຽກຢູ່…

ສ້າງຂະບວນການຮັກຊາດ-ການພັດທະນາ  ຢ່າລືມປາບປາມການສໍ້ລາດບັງຫລວງ

ສ້າງຂະບວນການຮັກຊາດ-ການພັດທະນາ ຢ່າລືມປາບປາມການສໍ້ລາດບັງຫລວງ

ໂດຍ: ທິດກໍ່າ ກອງປະຊຸມສະຫລຸບຕີລາຄາການຈັດຕັ້ງວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງທົ່ວປະເທດ (2016-2021) ວາງທິດທາງຮອດປີ 2025 (15-16/9/2022) ຫາກໍປິດສາກລົງໃໝ່ໆໝາດໆ ແລະ ໄດ້ຮັບຜົນສຳເລັດຢ່າງໃຫຍ່ຫລວງ. ໃນກອງປະຊຸມຄັ້ງນີ້ ນອກຈາກໄດ້ສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານທີ່ໄດ້ກ່າວມາຂ້າງເທິງນັ້ນແລ້ວ ຍັງມີການຍ້ອງຍໍຊົມເຊີຍຜູ້ມີຜົນງານດີເດັ່ນ, ໂດດເດັ່ນໃນໄລຍະຜ່ານມາ ເຊິ່ງໄດ້ມີຫລາຍທ່ານ,…

ມີແຮງງານລາວຖືກບຸກຄົນອ້າງວ່າເປັນນາຍໜ້າບໍລິສັດຈັດຫາງານ ໄປເຮັດວຽກຢູ່ເກົາຫລີ ສຸດທ້າຍເອົາຂຶ້ນຍົນໄປປະໄວ້ຢູ່ ສສ ຫວຽດນາມ ແລ້ວຂາດການຕິດຕໍ່ໄປເລີຍ

ມີແຮງງານລາວຖືກບຸກຄົນອ້າງວ່າເປັນນາຍໜ້າບໍລິສັດຈັດຫາງານ ໄປເຮັດວຽກຢູ່ເກົາຫລີ ສຸດທ້າຍເອົາຂຶ້ນຍົນໄປປະໄວ້ຢູ່ ສສ ຫວຽດນາມ ແລ້ວຂາດການຕິດຕໍ່ໄປເລີຍ

ໃນໄລຍະຜ່ານມາ ມີກະແສກ່ຽວກັບການເຄື່ອນໄຫວໂຄສະນາຮັບເອົາແຮງງານລາວໄປເຮັດວຽກຢູ່ເກົາຫລີ ດ້ວຍເງິນເດືອນດີ ໂດຍມີຫລາຍບໍລິສັດທີ່ໄດ້ຮັບອະນຸຍາດຈາກກະຊວງທີ່ກ່ຽວຂ້ອງ ແລະ ມີຕົວຕົນ ແຕ່ກໍມີກໍລະນີບຸກຄົນບໍ່ດີແອບອ້າງເປັນນາຍໜ້າສວາຍໂອກາດຕົວຍົວະຫລອກລວງ ເພື່ອຂົນຂວາຍເອົາແຮງງານໄປເຮັດວຽກ ແລະ ສຸດທ້າຍບຸກຄົນດັ່ງກ່າວກໍເປັນການຫລອກລວງ ແລະ ມີຜູ້ໄດ້ຮັບຄວາມເສຍຫາຍເກີດຂຶ້ນ. ວັນທີ 21 ກັນຍາ 2022 ນີ້ ຜູ້ເສຍຫາຍຄົນໜຶ່ງໃນກຸ່ມ 9 ຄົນທີ່ຖືກຕົວຍົວະຫລອກລວງເປີດໃຈເລົ່າຕໍ່ໜັງສືພິມລາວພັດທະນາ…

ອຸດສາຫະກຳທ່ອງທ່ຽວ ຕ້ອງອາໄສໄລຍະຍາວ ບໍ່ແມ່ນໂກບໂກຍເອົາຫວັງໄດ້ກິນເທື່ອດຽວ

ອຸດສາຫະກຳທ່ອງທ່ຽວ ຕ້ອງອາໄສໄລຍະຍາວ ບໍ່ແມ່ນໂກບໂກຍເອົາຫວັງໄດ້ກິນເທື່ອດຽວ

ໂດຍ: ທິດກໍ່າ ນັບແຕ່ລັດຖະບານເຮົາໄດ້ເປີດປະເທດຢ່າງເປັນທາງການມາແຕ່ເດືອນພຶດສະພາ 2022 ເປັນຕົ້ນມາ ປາກົດວ່າມີນັກທ່ອງທ່ຽວຈາກຕ່າງແດນເຂົ້າມາທ່ຽວລາວນັບມື້ນັບຫລາຍຂຶ້ນ, ຄາດກະກັນວ່ານັບຈາກນີ້ໄປຖ້າບໍ່ມີໂຣຄາພະຍາດ, ໂຣກລະບາດ, ໄພທຳມະຊາດ ແລະ ບັນຫາອື່ນໆຈາກພາຍນອກມາກະທົບ ພາກອຸດສາຫະກຳການທ່ອງທ່ຽວຢູ່ລາວເຮົາຍິ່ງຈະສົດໃສ ແລະ ຈະນັບມື້ມີການພັດທະນາທີ່ດີຂຶ້ນໃນອະນາຄົດຢ່າງແນ່ນອນ. ມາຮອດວັນທີ 29 ສິງຫາ 2022 ຜ່ານມາ, ລັດຖະບານຍັງໄດ້ອະນຸຍາດໃຫ້ເປີດດ່ານປະເພນີ…

ຄ່າຄອງຊີບແພງ ຈະສຸມເຫື່ອແຮງສໍ່າໃດຈຶ່ງຈະຢູ່ລອດ”​ ຄືຄຳຖາມກ້ອງກັງວານທົ່ວສັງຄົມ

ຄ່າຄອງຊີບແພງ ຈະສຸມເຫື່ອແຮງສໍ່າໃດຈຶ່ງຈະຢູ່ລອດ”​ ຄືຄຳຖາມກ້ອງກັງວານທົ່ວສັງຄົມ

ໂດຍ: ມຶກ​ບໍ່​ແຫ້ງ​ ບັນຫາຄ່າຄອງຊີບແພງໄດ້ກາຍເປັນບັນຫາພື້ນຖານ ແລະກັງວົນທີ່ສຸດຂອງປະຊາຊົນໃນປັດຈຸບັນ, ສິນຄ້າບໍລິໂພກ ແລະອຸປະໂພກທັງໝົດເພີ່ມສູງຂຶ້ນ ແຕ່ລາຍຮັບຍັງເທົ່າເກົ່າ ຫຼື ໜ້ອຍກວ່າເກົ່າ ເປັນການສວນທາງນັ້ນ ປະຊາຊົນຈະສາມາດ ເອົາຊີວິດລອດໄດ້ແນວໃດ?  ບໍ່ມີໃຜປະຕິເສດໄດ້ວ່າ ຄວາມຫຍຸ້ງຍາກປັດຈຸບັນແມ່ນເລື່ອງຄ່າຄອງຊີບ ໂດຍສະເພາະ ປະຊາຊົນທີ່ມີຖານະປານກາງ ລົງມາຫາ ຜູ້ທີ່ມີລາຍຮັບຕໍ່າ, ບໍ່ປະຊາຊົນທີ່ອາໄສໃນຕົວເມືອງ ກໍຄືເຂດນອກເມືອງ….

ບໍລິການຄ່າຝາກລົດ ເປັນບັນຫາຟົດເດືອດ ທີ່ລູກຄ້າ ຫຼື​ ຜູ້ໃຊ້ບໍລິການເສຍປຽບທັງຂຶ້ນທັງລ່ອງ ແບບນີ້ລັດຕ້ອງແກ້ໄຂ

ບໍລິການຄ່າຝາກລົດ ເປັນບັນຫາຟົດເດືອດ ທີ່ລູກຄ້າ ຫຼື​ ຜູ້ໃຊ້ບໍລິການເສຍປຽບທັງຂຶ້ນທັງລ່ອງ ແບບນີ້ລັດຕ້ອງແກ້ໄຂ

ບັນຫາການເກັບຄ່າຝາກລົດທີ່ເກີນຄວາມພໍດີ ຫຼື ບໍ່ສົມທີ່ເກັບໃນສະຖານທີ່ໃດໜຶ່ງນັ້ນກາຍເປັນເລື່ອງ ໃຫ້ຄວາມສົນໃຈຂອງປະຊາຊົນມາດົນ ແຕ່ການແກ້ໄຂນັ້ນຍັງບໍ່ເຫັນທ່າທີ່ຈະແຈ້ງ. ການເກັບຄ່າຝາກລົດ ເບິ່ງຄືວ່າເປັນບັນຫານ້ອຍ ແຕ່ແມ່ນບັນຫາໜຶ່ງທີ່ປະຊາຊົນຂັດໃຈພໍສົມຄວນ ເນື່ອງຈາກວ່າເປັນຊ່ອງທາງ ທີ່ເອົາປຽບປະຊາຊົນເກີນໄປ. ໃນໄລຍະຜ່ານມາໂດຍສະເພາະ ກໍແມ່ນ ໃນເທດສະການງານບຸນປະເພນີຕ່າງໆ ທີ່ການເກັບຄ່າຝາກລົດສູງກວ່າຄວາມເປັນຈິງ ເຮັດໃຫ້ມີຫ່າງສຽງທຸກໆປີ ແຕ່ກໍເກີດຂຶ້ນຊໍ້າຊາກທຸກປີ. ນອກນັ້ນ, ການເກັບຄ່າຟາກລົດໃນສະຖານທີ່ການບໍລິການ ເຊັ່ນ ຮ້ານອາຫານ,​…