ຄະນະຈັດງານບຸນຊ່ວງເຮືອ ທ່າວັດຈັນ ປະຈຳປີ 2022 ຢືນຢັນວ່າຈະບໍ່ໃຫ້ເກີດບັນຫາຄ່າຝາກລົດແພງແບບຊໍ້າຮອຍ

ອີກບໍ່ພໍເທົ່າໃດມື້ກໍຈະເຖິງມື້ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ຢູ່ນະຄອນຫລວງວຽງຈັນ ປະຈຳປີ ພສ 2565 ຄສ 2022 ແລ້ວ
ຕາມການຖະແຫລງຂ່າວຂອງ ທ່ານດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ປະທານຈັດງານບຸນ ແລະ ທ່ານ ພຸດທະພອນ ໂຄດປັນຍາ ຮອງເຈົ້າເມືອງຈັນທະບູລີ ຮອງປະທານຈັດງານບຸນ ໃນວັນທີ 22 ກັນຍາ 2022ຜ່ານມານີ້ ແມ່ນກຳນົດເອົາວັນທີ 8-11 ຕຸລາ 2022 ເປັນມື້ຈັດງານ ເຊິ່ງໃນງານບຸນປີນີ້ຖືວ່າເປັນການ ເປີດສັງກາດໃໝ່ ທີ່ຈະນຳເອົາຄວາມຄຶກຄື້ນມ່ວນຊື່ນເຕັມຮູບແບບ ພາຍຫລັງທີ່ຖືກງົດໄປເປັນເວລາ 2 ປີ.
ຄະນະກຳມະການຈັດງານບຸນຢືນຢັນວ່າ ຈະເຮັດໃຫ້ງານບຸນເຕັມໄປດ້ວຍບັນຍາກາດມ່ວນຊື່ນ, ຮັກສາໄດ້ຮີດຮອງປະເພນີ ແລະ ຄວາມເປັນລະບຽບຮຽບຮ້ອຍໃນງານບຸນ ເຊັ່ນ:
- ການຈັດສັນສະຖານທີ່ຝາກລົດ ກຳນົດເອົາ 3 ຈຸດຄື: ສຳລັບລົດປະຊາຊົນທີ່ມາທ່ຽວງານ ແຕ່ 4 ແຍກທະນາຄານພັດທະນາລາວ-ສີ່ແຍກໄຟແດງສີຫອມສາມແຍກໄຟແດງວັດອິນແປງ, ເສັ້ນທາງເສດຖາທິລາດ -ສີ່ແຍກໄຟແດງວັດສີສະເກດ; ສຳລັບລົດພະນັກງານ, ຄະນະກຳມະການ ແລະ ແຂກ ແມ່ນກຳນົດເອົາ ເສັ້ນທາງເຈົ້າອານຸວົງໃໝ່ (ແຄມຂອງ) ແຕ່ຈຸດທາງເຂົ້າຈົນຮອດອະນຸສາວະລີເຈົ້າອານຸວົງ
- ມາດຕະຖານຄ່າຝາກ ລົດໃຫຍ່ 20.000 ກີບ/ຄັນ/ຄັ້ງ, ຕຸກໆຈຳໂບ້ 15.000 ກີບ/ຄັນ/ຄັ້ງ, ລົດຈັກ 10.000 ກີບ/ຄັນ/ຄັ້ງ, ລົດຖີບ 5.000 ກີບ/ຄັນ/ຄັ້ງ
- ການຈັດສັນຕະຫລາດນັດ ເຊິ່ງຄາດວ່າຈະມີ ສິນຄ້າເຂົ້າມາຂາຍ 600ກວ່າຮ້ານ
- ການຈັດມ້ຽນຂີ້ເຫຍື້ອ ຈະມີລົດເກັບມ້ຽນຂີ້້ເຫຍື້ອທັນທີພາຍຫລັງປິດແຕ່ລະມື້ ພ້ອມຖັງ, ຖົງໃສ່ຂີ້ເຫຍື້ອແຕ່ລະຈຸດ
- ປີ 2022 ນີ້ ເພິ່ນໄດ້ເນັ້ນໜັກວ່າຈະກຳຈັດປັດເປົ່າ ບັນຫາທີ່ຊຳເຮື້ອມາຍາວນານ ແລະ ຖືກສັງຄົມຕຳໜິວິຈານມາໂດຍຕະຫລອດ ຈະບໍ່ໃຫ້ເກີດມີອີກ ເພາະມັນເປັນການທຳລາຍພາບພົດທີ່ດີງາມ.
ແຕ່ການທີ່ຄະນະຈັດງານບຸນຈະເນັ້ນໜັກເນັ້ນໜາແລ້ວກໍຕາມ ທາງສັງຄົມກໍຍັງສະແດງຄວາມເປັນຫ່ວງເປັນໃຍ ແລະ ຝາກຄວາມຫວັງກັບພາກສ່ວນກ່ຽວຂ້ອງໃນການຈັດການຄວາມເປັນລະບຽບຮຽບຮ້ອຍ, ຮັກສາໄດ້ຮີດຄອງປະເພນີອັນດີງາມ ແລະ ຫວັງຢ່າງຍິ່ງວ່າຈະບໍ່ໃຫ້ເປັນຄືຜ່ານມາໆມາ.
ອັນນີ້ພວກເຮົາກໍຕ້ອງຕິດຕາມນຳກັນຕື່ມ ບາດຮອດມື້ງານ ແລະ ຫາກແລ້ວງານບຸນມີບັນຫາຄ້າງຄາທີ່ບໍ່ສາມາດເຮັດໄດ້ພວກເຮົາຈະນຳມາສະເໜີ ປຶກສາຫາລື ແລະ ຫາວິທີທາງແກ້ໄຂນຳກັນຕື່ມ.
ອີກອັນໜຶ່ງ ຮຽກຮ້ອງມາຍັງບັນດາທ່ານ ຮ່ວມແຮງຮ່ວມໃຈເປັນເຈົ້າການປະກອບສ່ວນ ແລະ ເຂົ້າຮ່ວມງານບຸນອອກພັນສາປະວໍລະນາ ແລະ ບຸນ ຊ່ວງເຮືອ ປະຈໍາປີ 2022 ດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີສະຕິລະວັງຕົວ, ເປັນເຈົ້າການໃນການ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຮັກສາອະນາໄມ ຄວາມສະອາດ ແລະ ມີສະຕິໃນ ການປ້ອງກັນ, ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

