ການແກ້ໄຂບັນຫາເສັ້ນທາງໃນນະຄອນຫລວງວຽງຈັນຍັງຊັກຊ້າ ແຕ່ປະຊາຊົນຍັງເຊື່ອໝັ້ນ ແລະ ລໍຄອຍດ້ວຍຄວາມຫວັງ
ນັບແຕ່ລະດູຝົນເປັນຕົ້ນມາ ຫລາຍເສັ້ນທາງໃນນະຄອນຫລວງວຽງຈັນ ໄດ້ຮັບຜົນກະທົບຈາກຝົນຕົກໜັກ, ນໍ້າຖ້ວມຂັງ ເຮັດໃຫ້ການສັນຈອນໃນໄລຍະລະດູຝົນຫຍຸ້ງຍາກ ແລະ ການແກ້ໄຂບັນຫາເສັ້ນທາງເປ່ເພກໍຫຍຸ້ງຍາກເຊັ່ນກັນ. ຕາມການຖະແຫລງຂອງຫົວໜ້າພະແນກ ຍທຂ ນະຄອນຫລວງວຽງຈັນ ໃນໄລຍະຜ່ານມາວ່າ “ການສ້ອມແປງເສັ້ນທາງຢູ່ໃນນະຄອນຫລວງວຽງຈັນ ໃນໄລຍະລະດູຝົນນັ້ນມີຄວາມຫຍຸ້ງຍາກຫລາຍ ແລະ ຈະເຮັດໃຫ້ໄດ້ມາດຕະຖານກໍເປັນໄປໄດ້ຍາກ ຕ້ອງລໍໃຫ້ໝົດລະດູຝົນກ່ອນ ຈຶ່ງຈະແກ້ໄຂໄດ້. ນອກນີ້, ຍັງພົບບັນຫາເລື່ອງງົບປະມານໃນການສ້ອມແປງອີກດ້ວຍ”. ນະຄອນຫລວງວຽງຈັນ…










