ຍ້ອນຜູ້ມາໃຊ້ບໍລິການຫລາຍ ຫລື ຍ້ອນຫຍັງ!! ການບໍລິການກວດສຸຂະພາບຢູ່ໂຮງໝໍບາງແຫ່ງຈຶ່ງຊັກຊ້າ

ທຸກຄົນໃນສັງຄົມອາດຈະເຄີຍພົບບັນຫາການບໍລິການກວດສຸຂະພາບຢູ່ຕາມໂຮງໝໍຕ່າງໆທີ່ຊັກຊ້າ ເຊິ່ງບັນຫານີ້ເປັນບັນຫາໜຶ່ງທີ່ມີມາດົນນານແລ້ວ ໂດຍຫາງສຽງສັງຄົມບອກວ່າ: ຕັ້ງແຕ່ເຊົ້າຕົນໄດ້ພາແມ່ເຖົ້າໄປກວດພະຍາດຢູ່ໂຮງໝໍແຫ່ງໜຶ່ງໃນນະຄອນຫລວງວຽງຈັນ ເພື່ອໄປລົງທະບຽນກວດສຸຂະພາບ ແລະ ກວດພະຍາດ ພ້ອມທັງເຮັດຕາມຂັ້ນຕອນຕ່າງໆຕາມທີ່ແພດໝໍບອກ ແລ້ວນັ່ງລໍຖ້າຄິວ. ເມື່ອເວລາຜ່ານໄປ 2 ຊົ່ວໂມງ ກໍຍັງບໍ່ຮອດຄິວເຮົາ. ຄວາມຈິງແລ້ວເຂົ້າໃຈດີວ່າ: ມີພໍ່ແມ່ປະຊາຊົນມາໃຊ້ບໍລິການຫລາຍ, ແຕ່ກໍຍັງສົງໄສວ່າ: ຍ້ອນຫຍັງຈຶ່ງເຮັດໃຫ້ຂອດການບໍລິການດັ່ງກ່າວຊັກຊ້າໃຊ້ເວລາດົນເຖິງເຄິ່ງມື້ ຫລື ເກືອບໝົດມື້ເລີຍ.
ບັນຫານີ້ມີຫາງສຽງມາດົນນານ ແຕ່ມາຮອດປັດຈຸບັນຍັງພົບເຊັ່ນເດີມ ທັງເຫັນວ່າມັນບໍ່ສອດຄ່ອງກັບຄຳຂວັນ 5 ດີ 1 ພໍໃຈ ທີ່ກະຊວງສາທາລະນະສຸກວາງອອກ.

