ຂໍ້ສັງເກດ ແລະ ຂໍ້ມູນສຳຄັນຂອງກຸ່ມຕົວມິດສາຊີບໃຊ້ ທີ່ອາດສາມາດນຳໄປສູ່ຈັບໂຕພວກເຂົາໄດ້

ວັນທີ 22 ພະຈິກ 2022 ກະຊວງການເງິນ ແຈ້ງເຕືອນສັງຄົມ, ພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດຊາບວ່າ:ປັດຈຸບັນມີຄົນທີ່ບໍ່ຫວັງດີໄດ້ປອມແປງເອກະສານກ່ຽວກັບການອອກຫວຍພັດທະນາ ເພື່ອໃຊ້ໃນການຫລອກລວງປະຊາຊົນທີ່ຮູ້ເທົ່າບໍ່ເຖິງການໃຫ້ໂອນເງິນ ເພື່ອຫວັງຖືກເລກລາງວັນເລກ6ໂຕ ແລະ ມີປະຊາຊົນຫລາຍຄົນໄດ້ຫລົງເຊື່ອ ແລະ ໂອນເງິນໃຫ້ພວກກ່ຽວເປັນຈຳນວນຫລາຍ.
ສະນັ້ນ, ຖ້າທ່ານພົບເຫັນບຸກຄົນ ຫລື ອົງກອນໃດທີ່ໂຄສະນາຊວນເຊື່ອ ແລະ ແຈ້ງເອກະສານປອມດັ່ງກ່າວແມ່ນບໍ່ໃຫ້ຫລົງເຊື່ອເດັດຂາດ ແລະ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ກ່ຽວຂ້ອງເພື່ອດຳເນີນຄະດີຕາມລະບຽບກົດໝາຍ ຫລື ໂທແຈ້ງສາຍດ່ວນ 1519.
ຂໍ້ສັງເກດ: ມິດສາຊີບເຄື່ອນໄຫວຕົວຍົວະຫລອກລວງໃນແຈ້ງການນີ້ຄື: ໃຊ້ເບີໂທສັບ 020 98572781 ເປັນເບີລາວ, ທີມງານໜັງສືພິມ ລາວພັດທະນາ ໄດ້ມີການແຊັດສົນທະນາທຳທ່າເປັນເຫຍື່ອ ເພື່ອຂໍເລກບັນຊີຊຳລະເງິນຄ່າທຳນຽມເພື່ອໃຫ້ໄດ້ເລກ6ໂຕ ເລກບັນຊີທີ່ມິດສາຊີບໃຫ້ມາ 05100-2100-25300 TRUONG THI OANH ທະນາຄານ LAO VIET BANK ພ້ອມທັງແນະນຳໃຫ້ໃສ່ເນື້ອໃນການໂອນເງິນເປັນລະຫັດ 6386. ຈາກກໍລະນີດັ່ງກ່າວນີ້ ເຫັນໄດ້ວ່າ ເລກບັນຊີທີ່ມິດສາຊີບໃຊ້ໃນການຮັບເງິນໂອນຈາກເຫຍື່ອ ເປັນບັນຊີທະນາຄານຢູ່ໃນ ສປປ ລາວ, ດັ່ງນັ້ນ, ເປັນໄປໄດ້ສູງວ່າການເຄື່ອນໄຫວຖອນເງິນເຂົ້າ-ອອກອາດຢູ່ໃນ ສປປ ລາວ ເຊັ່ນດຽວກັນ.
ກຸ່ມມິດສາຊີບເຫລົ່ານີ້ ສ້າງຄວາມເສຍຫາຍແກ່ສັງຄົມລາວຈຳນວນບໍ່ໜ້ອຍ ຍ້ອນບາງຄົນຮູ້ເທົ່າບໍ່ເຖິງການ ຫວັງຢາກໄດ້ ແລະ ຫລົງເຊື່ອຄຳຫລອກລວງຂອງພວກເຂົາ ແຕ່ບັນຫາເຫລົ່ານີ້ ຍັງເປັນບັນຫາຊຳເຮື້ອທີ່ມັກພົບເຫັນເລື້ອຍມາ.
ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງໄດ້ເອົາຈິງເອົາຈັງກັບການປາບປາມກຸ່ມມິດສາຊີບ, ຫລອກລວງ ໂດຍໃຊ້ເຕັກໂນໂລຊີ ແລະ ເງິນລາງວັນມະຫາສານເປັນເຫຍື່ອລໍ້ນີ້ໃຫ້ໝົດໄປຈາກສັງຄົມລາວເຮົາ ເພື່ອບໍ່ໃຫ້ມີຄວາມເສຍຫາຍເກີດຂຶ້ນອີກ.

