ເງິນເດືອນພະນັກງານ ບໍ່ແມ່ນແນວຕິດໜີ້ ລັດຖະມົນຕີກະຊວງການເງິນຮັບປະກັນບໍ່ໃຫ້ຄ້າງແນ່ນອນ
ຄວາມກັງວົນຕໍ່ເງິນເດືອນພະນັກງງານ ແລະ ຄ່າຄອງຊີບໄດ້ເພີ່ມທະວີຂຶ້ນ ເມື່ອຄ່າເງິນກີບນັບມື້ນັບອ່ອນຄ່າ, ເງິນເດືອນພະນັກງານບໍ່ສາມາດຈູນເຈືອຄ່າໃຊ້ຈ່າຍປະຈຳວັນໄດ້ ສ້າງຄວາມເດືອດຮ້ອນທົ່ວສັງຄົມ ກາຍເປັນຫົວຂໍ້ໜຶ່ງທີ່ບັນດາສະມາຊິກສະພາ ແລະລັດຖະບານໄດ້ປຶກສາຫາລືກັນຢ່າງເຄັ່ງຮ້ອນ ໃນກອງປະຊຸມ ສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດຊຸດ IX ໃນເດືອນທັນວາ 2023. ຄວາມສົມເຫດສົມຜົນຂອງເງິນເດືອນພະນັກງານນັ້ນໄດ້ເປັນເລື່ອງຖົກຖຽງມາໂດຍຕະຫຼອດ ຍ້ອນທັງໄດ້ໜ້ອຍ ແລະບໍ່ໄດ້ເປັນປົກກະຕິ ເຊິ່ງພວກເຮົາລຶ້ງເຄີຍກັບສະພາບແບບນີ້ມາຕັ້ງເທົ່າໃດປີແລ້ວ ແຕ່ບໍ່ໄດ້ຮັບການແກ້ໄຂ…









