ບັນຫາຢາເສບຕິດ ບໍ່ເຂັດບໍ່ຫລາບ ຍິ່ງປາບຍິ່ງພົບຫລາຍ

ໂດຍ: ທິດກໍ່າ

ນັບແຕ່ມີການເລີ່ມປະຕິບັດວາລະແຫ່ງຊາດກ່ຽວກັບຢາເສບຕິດ, ທາງເຈົ້າໜ້າທີ່ກ່ຽວຂ້ອງກໍເລີ່ມລົງມືປະຕິບັດຢ່າງຂະຫຍັນຂັນແຂງ ແລະ ມີຄວາມຮັບຜິດຊອບສູງຕໍ່ພາລະກິດດັ່ງກ່າວ. ຈາກຜົນການປະຕິບັດຕົວຈິງໃນສົງຄາມປາບປາມຢາເສບຕິດໄດ້ມີຫລາຍທ້ອງຖິ່ນເຂດແຂວງສາມາດກວດຄົ້ນ ທັງຈັບຜູ້ກະທຳຜິດມາດຳເນີນຄະດີ ແລະ ສາມາດຢຶດຢາເສບຕິດໄດ້ຢ່າງຫລວງຫລາຍ.

ດັ່ງໃນວັນທີ 20 ຕຸລາ 2022 ເວລາ 2 ໂມງ 10 ນາທີ ທະຫານຊາຍແດນກອງຮ້ອຍ 324 ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ລາດຕະເວນພົບເຫັນເຮືອຢູ່ກາງນ້ຳຂອງມີຊາຍ 3 ຄົນຢູ່ໃນເຮືອ ແລ້ວທຳການກວດຄົ້ນພົບເຫັນຢາເສບຕິດ 10 ເປົາ ຫລື ເທົ່າກັບ 1.994.000 ເມັດ ສາມາດກັກຕົວຜູ້ກະທຳຜິດໄດ້ 2 ຄົນມາດຳເນີນຄະດີສືບສວນສອບສວນ ແລະ ຂະຫຍາຍຜົນຕໍ່ໄປ. ກ່ອນໜ້ານັ້ນອີກ ຄືໃນວັນທີ 6 ຫາ ວັນທີ 7 ສິງຫາ 2022 ຜ່ານມາ ເຈົ້າໜ້າທີ່ຕຳຫລວດເມືອງທ່າແຂກ ແຂວງຄຳມ່ວນ ກໍໄດ້ມ້າງກຸ່ມແກ້ງຂາຍຢາເສບຕິດປະເພດກັນຊາອັດແທ່ງ ຈຳນວນ 722 ກິໂລກຣາມ ກັກຕົວຜູ້ຖືກຫາໄດ້ 5 ຄົນ ແລະ ຍັງມີຄະດີມ້າງກຸ່ມແກ້ງຢາເສບຕິດອື່ນໆອີກຢູ່ທາງເຂດແຂວງພາກເໜືອອີກຫລາຍລາຍ

ນີ້ຄືຕົວຢ່າງອັນໃສແຈ້ງທີ່ເຈົ້າໜ້າທີ່ເຮົາໄດ້ພ້ອມກັນປະຕິບັດວາລະແຫ່ງຊາດກ່ຽວກັບການປາບປາມຢາເສບຕິດໃຫ້ຫລຸດໜ້ອຍຖອຍລົງຈາກປະເທດລາວຄົນລາວ ແລະ ສັງຄົມລາວໃຫ້ຢູ່ດີມີສຸກຢ່າງຍືນຍົງຍືນຍາວໃນອະນາຄົດ. ຂໍຊົມເຊີຍຜົນງານແຫ່ງພາລະກິດການປະຕິບັດງານອັນເດັດຂາດ, ສຽບຂາດຂອງເຈົ້າໜ້າທີ່ກ່ຽວຂ້ອງທີ່ສາມາດມ້າງກຸ່ມແກ້ງ ແລະ ຈັບຕົວຜູ້ຖືກຫາມາດຳເນີນຄະດີຢ່າງເບັດເສັດ.

ແຕ່ແນວໃດກໍດີ, ສິ່ງທີ່ພວກເຮົາເຫັນຕົວຈິງນັ້ນ ຄືວ່າປາບຫລາຍເທົ່າໃດກໍຍິ່ງເຫັນຫລາຍມີຫລາຍ ແລະ ນັບມື້ຫລາຍຂຶ້ນ ເບິ່ງຢ່າງໜຶ່ງຄືວ່າຍັງບໍ່ມີທ່າທີຫລຸດຜ່ອນ. ຕໍ່ພວກກຸ່ມແກ້ງທີ່ຫາກິນ, ຫາລ້ຳຫາລວຍແບບນີ້ຍິ່ງບໍ່ເຂັດຫລາບ ແລະ ບໍ່ຢ້ານກົວຕໍ່ກົດໝາຍບ້ານເມືອງ. ຖ້າເບິ່ງໃນທາງກົງກັນຂ້າມ ເມື່ອສະພາບເປັນແບບນີ້ ອີກຈັກເດືອນຈັກປີບັນຫາຢາເສບຕິດຈະໝົດໄປຈາກປະເທດລາວ ແລະ ສັງຄົມລາວ. ໃນພາລະກິດປາບປາມຢາເສບຕິດໄລ່ລ່າພວກກຸ່ມແກ້ງອັນຕະພານ ທາງເຈົ້າໜ້າທີ່ຕຳຫລວດເຮົາຫລາຍສະຫາຍກໍໄດ້ເສຍສະຫລະຊີວິດເພື່ອຊາດຍ້ອນໜ້າທີ່ ແລະ ຕໍ່ໄປກໍຍັງບໍ່ທັນຮູ້ວ່າຈະຍັງມີອີກຈັກຄົນທີ່ຈະຕ້ອງເສຍສະຫລະຊີວິດໃນພາລະກິດດັ່ງກ່າວ.

ຕາມທິດກໍ່າວ່າ, ການເຮັດສົງຄາມປາບຢາເສບຕິດເປັນວຽກລະອຽດອ່ອນ ແຕ່ຕ້ອງເຂັ້ມງວດເດັດຂາດມີໄຊປຽບເໝືອນບັ້ນຮົບຕິດລ່ຽນອັນໜຶ່ງຂອງຊາດ ເຊິ່ງກ່ອນອື່ນໝົດຕ້ອງໄປຄຽງຄູ່ກັບປັດໄຈຫລາຍຢ່າງ ເປັນຕົ້ນການສ້າງບ້ານປອດຢາເສບຕິດໃຫ້ເຂັ້ມແຂງ, ສ້າງບ້ານເຂັ້ມແຂງທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໂດຍເລີ່ມຈາກຄອບຄົວທີ່ເປັນຈຸລັງອັນສຳຄັນຂອງປະເທດຊາດ.

ຖ້າທຸກຄົນຫາກພ້ອມກັນເຍີກ ກາຍເປັນພະລັງອັນສັງລວມຂອງຊາດແລ້ວ ຄິດວ່າບັນຫາການປະຕິບັດວາລະແຫ່ງຊາດຕ້ານຢາເສບຕິດຈະໄດ້ຮັບຜົນສຳເລັດບໍ່ໄວກໍຊ້າ ເພາະຢາເສບຕິດເກີດຈາກຄົນ, ເກີດຈາກຄອບຄົວ ມັນບໍ່ມີແຕ່ສະເພາະປະເທດລາວຂອງພວກເຮົາ ແຕ່ມັນພົວພັນເຊື່ອມໂຍງຢູ່ພາກພື້ນ ແລະ ທົ່ວໂລກ. ແນ່ນອນຖ້າວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງເດັດຂາດ ຖືພາລະກິດດັ່ງກ່າວເປັນພາລະກິດຂອງມະຫາຊົນ ປະເທດຊາດຍ່ອມສະຫງົບສຸກຮົ່ມເຢັນ, ເສດຖະກິດຮັ່ງມີເຂັ້ມແຂງ ບັນຫາຢາເສບຕິດກໍຈະຄ່ອຍໆໝົດໄປຈາກປະເທດລາວ ສັງຄົມລາວ ແລະ ຄົນລາວຢ່າງແນ່ນອນ.