ສີລັງກາເລັ່ງພັດທະນາໂຄງການແບັດເຕີຣີນໍ້າແຫ່ງທໍາອິດ ຫວັງມຸ່ງສູ່ພະລັງງານສະອາດ

ສີລັງກາເລັ່ງພັດທະນາໂຄງການແບັດເຕີຣີນໍ້າແຫ່ງທໍາອິດ ຫວັງມຸ່ງສູ່ພະລັງງານສະອາດ

        ຄະນະກໍາມະການໄຟຟ້າຊີລອນ (CEB) ເຊິ່ງເປັນລັດວິສາຫະກິດດ້ານພະລັງງານໄຟຟ້າຂອງລັດຖະບານສີລັງກາ ເປີດເຜີຍຄວາມຄືບໜ້າໃນການພັດທະນາໂຄງການໂຮງໄຟຟ້າພະລັງນໍ້າແບບສູບກັບມະຫາໂອຢາ ເຊິ່ງເປັນແບດເຕີຣີນໍ້າແຫ່ງທໍາອິດຂອງປະເທດ.        ສໍານັກຂ່າວຊິນຮົວລາຍງານວ່າ: ໂຄງການຜະລິດໄຟຟ້າຂະໜາດ 600 ເມກາວັດດັ່ງກ່າວ ຈະມີໜ້າທີ່ກັກເກັບພະລັງງານສ່ວນເກີນຈາກພະລັງງານໝູນວຽນເຊັ່ນ: ພະລັງງານແສງຕາເວັນ ແລະ ພະລັງງານລົມ ເພື່ອຮັບຮອງຄວາມສະຖຽນຂອງໂຄງຂ່າຍໄຟຟ້າ ແລະ ຊ່ວຍໃຫ້ສີລັງກາບັນລຸເປົ້າໝາຍການຜະລິດໄຟຟ້າຈາກພະລັງງານໝູນວຽນໃຫ້ໄດ້ 70% ພາຍໃນປີ…

ນັກວິໄຈ ພົບໄວຣັສໃໝ່ຈາກໂຕເຈຍ ອາດແຜ່ເຊື້ອສູ່ມະນຸດໄດ້ຄືໂຄວິດ-19

ນັກວິໄຈ ພົບໄວຣັສໃໝ່ຈາກໂຕເຈຍ ອາດແຜ່ເຊື້ອສູ່ມະນຸດໄດ້ຄືໂຄວິດ-19

       ນັກວິໄຈຈີນລາຍງານວ່າ: ໄວຣັສໂຄໂຣນາ HKU5-CoV-2 ຈາກໂຕເຈຍທີ່ຄົ້ນພົບໃໝ່ນັ້ນ ໃຊ້ໂປຣຕິນຜິວຈຸລັງໃນການເຂົ້າສູ່ຈຸລັງມະນຸດໄດ້ຄືກັບໄວຣັສ SARS-CoV-2 ທີ່ເຮັດໃຫ້ເກີດພະຍາດໂຄວິດ-19 ເຊິ່ງເພີ່ມຄວາມເປັນໄປໄດ້ວ່າໄວຣັສນີ້ອາດແຜ່ເຊື້ອສູ່ມະນຸດໄດ້ໃນອະນາຄົດ, ແຕ່ໄວຣັສຈາກໂຕເຈຍນີ້ຍັງບໍ່ສາມາດເຂົ້າສູ່ຈຸລັງມະນຸດໄດ້ງ່າຍຄືກັບ SARS-Cov-2.        ສໍານັກຂ່າວຣອຍເຕີລາຍງານວ່າ: ນັກວິໄຈຈີນລາຍງານໃນວາລະສານ Cell ໂດຍໄດ້ກ່າວເຖິງຂໍ້ຈໍາກັດບາງປະການຂອງໄວຣັສຈາກໂຕເຈຍທີ່ຄົ້ນພົບໃໝ່ວ່າ ຍັງບໍ່ສາມາດເຂົ້າສູ່ຈຸລັງມະນຸດໄດ້ງ່າຍຄືກັບໄວຣັສ SARS-Cov-2 ເຊິ່ງເຮັດໃຫ້ເກີດພະຍາດໂຄວິດ-19.     …

ສາຍການບິນ Delta Air Lines ສະເໜີເງິນຊົດເຊີຍຜູ້ໂດຍສານ ຄົນລະ 30,000 ໂດລາສະຫະລັດ

ສາຍການບິນ Delta Air Lines ສະເໜີເງິນຊົດເຊີຍຜູ້ໂດຍສານ ຄົນລະ 30,000 ໂດລາສະຫະລັດ

ສໍານັກຂ່າວ CNN ລາຍງານວັນທີ 21 ກຸມພາ 2025 ນີ້ວ່າ: ສາຍການບິນ Delta Air Lines ຂອງສະຫະລັດ ອາເມລິກາ ສະເໜີເງິນຊົດເຊີຍໃຫ້ຜູ້ໂດຍສານ ຄົນລະ 30,000 ໂດລາສະຫະລັດ ຈາກເຫດ ການຖ້ຽວບິນ 4819…

UN ຄາດວ່າ ການຟື້ນຟູເສດຖະກິດຊິຣີອາດຕ້ອງໃຊ້ເວລາ 50 ກວ່າປີ

UN ຄາດວ່າ ການຟື້ນຟູເສດຖະກິດຊິຣີອາດຕ້ອງໃຊ້ເວລາ 50 ກວ່າປີ

      ສະຫະປະຊາຊາດ (UN) ລະບຸວ່າ: ຊິຣີອາດຕ້ອງໃຊ້ເວລາ 50 ກວ່າປີ ໃນການຟື້ນຟູເສດຖະກິດຂອງປະເທດໃຫ້ກັບສູ່ລະດັບກ່ອນເກີດສົງຄາມກາງເມືອງ ດ້ວຍອັດຕາການເຕີບໃຫຍ່ທາງເສດຖະກິດໃນປັດຈຸບັນ.       ໂຄງການພັດທະນາແຫ່ງສະຫະປະຊາຊາດ (UNDP) ລາຍງານວ່າ: ຄວາມຂັດແຍ່ງຢູ່ຊິຣີທີ່ຍາວນານເຖິງ 14 ປີ ທໍາລາຍຄວາມກ້າວໜ້າທາງເສດຖະກິດ, ສັງຄົມ ແລະ ທຶນມະນຸດທີ່ສະສົມມາເກືອບ…

ລັດຖະບານອາເຊີໄບຈານສັ່ງປິດ ສໍານັກງານ BBC ຢູ່ນະຄອນຫລວງບາກູ

ລັດຖະບານອາເຊີໄບຈານສັ່ງປິດ ສໍານັກງານ BBC ຢູ່ນະຄອນຫລວງບາກູ

      ລັດຖະບານອາເຊີໄບຈານ ມີຄໍາສັ່ງໃຫ້ບໍລິສັດແຜ່ພາບກະຈາຍສຽງອັງກິດ ຫລື BBC ປິດສໍານັກງານໃນປະເທດ ສົ່ງຜົນເຮັດໃຫ້ບໍລິສັດແຜ່ພາບກະຈາຍສຽງຂອງອັງກິດ ປະນາມວ່າເປັນການເຄື່ອນໄຫວທີ່ຂັດຂວາງເສລີພາບສື່.       ທ່ານ ອາຢາຮານ ຮາຈີຊາເດ ໂຄສົກກະຊວງການຕ່າງປະເທດອາເຊີໄບຈານ ກ່າວວ່າ: ລັດຖະບານບາກູຊີ້ແຈງຕໍ່ BBD ວ່າ: ບໍລິສັດບໍ່ມີເຫດຜົນທາງກົດໝາຍທີ່ຈະເປີດສໍານັກງານຕົວແທນຢູ່ອາເຊີໄບຈານ ແລະ ລັດຖະບານບາກູ…

ອິນໂດເນເຊຍເລັ່ງສ້າງເຮືອນລາຄາປະຢັດ 3 ລ້ານຫລັງ ຊ່ວຍຜູ້ມີລາຍໄດ້ຕໍ່າ

ອິນໂດເນເຊຍເລັ່ງສ້າງເຮືອນລາຄາປະຢັດ 3 ລ້ານຫລັງ ຊ່ວຍຜູ້ມີລາຍໄດ້ຕໍ່າ

      ລັດຖະບານອິນໂດເນເຊຍມີແຜນຮ່ວມມືກັບພາກເອກະຊົນກໍ່ສ້າງເຮືອນ 3 ລ້ານຫລັງ ສໍາລັບຜູ້ມີລາຍໄດ້ຕໍ່າ ໂດຍກະຊວງການເງິນຈະອອກຫລັກຊັບຂອງລັດເພື່ອໃຊ້ເປັນເງິນທຶນຕົ້ນຕໍສໍາລັບການກໍ່ສ້າງ.        ທ່ານ ນາງ ສີມຸລຢານີ ອິນທຣາວຕີ ລັດຖະມົນຕີກະຊວງການເງິນອິນໂດເນເຊຍ ກ່າວວ່າ: ພາກລັດຈະເພີ່ມການສະໜັບສະໜູນໃຫ້ກຸ່ມຜູ້ມີລາຍໄດ້ຕໍ່າ ດ້ວຍການສ້າງເຮືອນ ແລະ ຫວັງວ່າແຜນລິເລີ່ມນີ້ຈະຊ່ວຍເພີ່ມຄວາມສາມາດໃນການຊື້ເຮືອນຂອງປະຊາຊົນ.       ສ່ວນກະຊວງເຄຫາ ແລະ…

ເດັກນ້ອຍໄທອາຍຸ 12 ປີ ປອດຫາຍເກືອບໝົດ ຫລັງຈາກສູບຢາສູບໄຟຟ້າ-ດື່ມນໍ້າທ້ອມ ຕິດຕໍ່ກັນ 2 ປີ.

ເດັກນ້ອຍໄທອາຍຸ 12 ປີ ປອດຫາຍເກືອບໝົດ ຫລັງຈາກສູບຢາສູບໄຟຟ້າ-ດື່ມນໍ້າທ້ອມ ຕິດຕໍ່ກັນ 2 ປີ.

ເຫດການນີ້ເກີດຂຶ້ນທີ່ປະເທດໄທ ສໍານັກຂ່າວໄທຣັດລາຍງານ ວັນທີ 20 ກຸມພາ 2025 ວ່າ: ໜ່ວຍກູ້ຊີບເທດສະບານ ຕໍາບົນດອນມົນ ອໍາເພີ ສະຕຶກ ຈັງຫວັດບຸລີລໍາ ໄດ້ເຂົ້າຊ່ວຍນຳສົ່ງນ້ອງນັກຮຽນປະຖົມ ປ5, ປ6 ແລະ ມ2 ທັງໝົດ 3 ຄົນ…

ແລກປ່ຽນບົດຮຽນກ່ຽວກັບການດໍາເນີນຄະດີອາຍາ

ແລກປ່ຽນບົດຮຽນກ່ຽວກັບການດໍາເນີນຄະດີອາຍາ

ວັນທີ 20 ກຸມພາ 2025ນີ້ ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການດໍາເນີນຄະດີອາຍາ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ(ອອປສ) ແລະ ໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງລັດທີ່ປົກຄອງດ້ວບກົດໝາຍໃນຂົງເຂດຍຸຕິທຳ ທີ່ນະຄອນຫລວງວຽງຈັນ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ຮາຢາໂຕະ…

ສິງກະໂປແຈກຄູປອງເງິນສູງສຸດ 600 ໂດລາສິງກະໂປ ໃຫ້ປະຊາຊົນ ສະຫລອງວັນຊາດຄົບຮອບ 60 ປີ

ສິງກະໂປແຈກຄູປອງເງິນສູງສຸດ 600 ໂດລາສິງກະໂປ ໃຫ້ປະຊາຊົນ ສະຫລອງວັນຊາດຄົບຮອບ 60 ປີ

      ເນື່ອງໃນວາລະຄົບຮອບ 60 ປີ ການສະຖາປະນາປະເທດ ແລະ ເພື່ອກະຕຸ້ນເສດຖະກິດ, ລັດຖະບານສິງກະໂປມອບຂອງຂວັນໃຫ້ປະຊາຊົນ ເປັນຄູປອງເງິນສົດມູນຄ່າ 600 ໂດລາສິງກະໂປ.        ນາຍົກລັດຖະມົນຕີ ລໍເຣນ ຫວ່ອງ ຜູ້ນໍາສິງກະໂປ ກ່າວວ່າ: ເນື່ອງໃນໂອກາດສະເຫລີມສະຫລອງຄົບຮອບການສະຖາປະນາປະເທດຄົບຮອບ 60 ປີໃນປີນີ້…

ການາດາທຸ້ມງົບຈັດຊື້ວັກຊີນໄຂ້ຫວັດສັດປີກ 500,000 ໂດສຈາກ GK

ການາດາທຸ້ມງົບຈັດຊື້ວັກຊີນໄຂ້ຫວັດສັດປີກ 500,000 ໂດສຈາກ GK

       ລັດຖະບານການາດາເດີນໜ້າຈັດຊື້ວັກຊີນໄຂ້ຫວັດສັດປີກຈາກບໍລິສັດຈີເອສເຄ (GSK) ຮອບທໍາອິດ 500,000 ໂດສ ເພື່ອປ້ອງກັນກຸ່ມສ່ຽງທີ່ຕ້ອງສໍາຜັດໃກ້ຊິດກັບສັດທີ່ຕິດເຊື້ອ ໂດຍການາດາພົບຜູ້ຕິດເຊື້ອໄຂ້ຫວັດສັດປີກທໍາອິດໃນປະເທດເດືອນພະຈິກຜ່ານມາ.       ສໍານັກງານສາທາລະນະສຸກຂອງການາດາ (PHAC) ລະບຸໃນວັນທີ 19 ກຸມພາວ່າ: ເຖິງວ່າປັດຈຸບັນນີ້ປະຊາຊົນທົ່ວໄປຍັງມີຄວາມສ່ຽງຕໍ່າ, ແຕ່ຜູ້ທີ່ຕ້ອງໃກ້ຊິດກັບສັດຕິດເຊື້ອຄວນລະມັດລະວັງ ແລະ ປ້ອງກັນຢ່າງເຂັ້ມງວດ.      ສໍາລັບວັກຊີນທີ່ຈັດຊື້ຄັ້ງນີ້ຖືເປັນສ່ວນໜຶ່ງຂອງແຜນຮັບມືສະຖານະການສຸກເສີນ…