ເດັກນ້ອຍໄທອາຍຸ 12 ປີ ປອດຫາຍເກືອບໝົດ ຫລັງຈາກສູບຢາສູບໄຟຟ້າ-ດື່ມນໍ້າທ້ອມ ຕິດຕໍ່ກັນ 2 ປີ.

ເຫດການນີ້ເກີດຂຶ້ນທີ່ປະເທດໄທ ສໍານັກຂ່າວໄທຣັດລາຍງານ ວັນທີ 20 ກຸມພາ 2025 ວ່າ: ໜ່ວຍກູ້ຊີບເທດສະບານ ຕໍາບົນດອນມົນ ອໍາເພີ ສະຕຶກ ຈັງຫວັດບຸລີລໍາ ໄດ້ເຂົ້າຊ່ວຍນຳສົ່ງນ້ອງນັກຮຽນປະຖົມ ປ5, ປ6 ແລະ ມ2 ທັງໝົດ 3 ຄົນ ມີອາການແໜ້ນໜ້າເອິກ ຫາຍໃຈບໍ່ອີ່ມ ໄປໂຮງໝໍ.

ຈາກການສອບຖາມແມ່ເຖົ້າຂອງເດັກອາຍຸ 12 ປີ ນັກຮຽນຊັ້ນ ປ6 ໂຮງຮຽນແຫ່ງໜຶ່ງໃນຕໍາບົນດອນມົນ ເຊິ່ງເປັນ 1 ໃນ 3 ເດັກຍິງທີ່ຖືກນໍາຕົວສົ່ງໂຮງໝໍກ່ອນໜ້ານັ້ນເລົ່າວ່າ: ແມ່ຂອງເດັກນ້ອຍຖິ້ມໄປຕັ້ງແຕ່ອາຍຸຍັງນ້ອຍ ຈາກນັ້ນທວດຂອງເດັກຈຶ່ງໄດ້ຮັບລ້ຽງຕໍ່, ຕໍ່ມາທວດປ່ວຍຕິດຕຽງ ຕົນເອງຈຶ່ງມາຮັບໜ້າທີ່ລ້ຽງຕໍ່ຈົນບໍ່ໄດ້ໄປເຮັດວຽກ ແຕ່ຕ້ອງຮັບພາລະລ້ຽງທັງທວດ ແລະ ຫລານ. ຕອນຫລານຍັງນ້ອຍເປັນເດັກດຸໝັ່ນ ຊ່ວຍເຮັດວຽກເຮືອນຕາມທີ່ຜູ້ໃຫຍ່ເອີ້ນໃຊ້ ແຕ່ມາເລີ່ມຜິດປົກກະຕິຕັ້ງແຕ່ຮຽນ ປ4 ໂດຍມັກຈະອອກຈາກເຮືອນໄປຫາໝູ່ ບອກວ່າຈະໄປເຮັດວຽກບ້ານ ຈົນໄລຍະຫລັງໆມາ ຫລານເປັນເດັກອາລົມຮຸນແຮງ ບໍ່ເຮັດວຽກ ແລະ ອອກຈາກເຮືອນເກືອບທຸກມື້.

ຈົນຫລ້າສຸດໄດ້ຮັບຂ່າວຈາກໂຮງຮຽນບອກວ່າໄດ້ສົ່ງຫລານໄປໂຮງໝໍ ດ້ວຍອາການຫາຍໃຈບໍ່ອີ່ມ, ຮາກ, ບໍ່ມີແຮງ ແລະ ເມື່ອໄປໂຮງໝໍທ່ານໝໍໄດ້ລະບຸວ່າ: ສາເຫດເກີດຈາກເດັກສູບຢາສູບໄຟຟ້າເປັນເວລາດົນຕິດຕໍ່ກັນ ປະມານ 2 ປີ ເຊິ່ງອາການຕອນນີ້ປອດຫາຍໄປເກືອບໝົດ ຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ. ກ່ອນໜ້ານີ້ເມື່ອເດືອນມັງກອນ ກໍມີເດັກຍິງອາຍຸ 15 ປີ ໃນເຂດພື້ນທີ່ດຽວກັນ ເສຍຊີວິດ ຍ້ອນສູບຢາສູບໄຟຟ້າມາແລ້ວ 1 ຄົນ.