ອິດສະລາແອນຖອນກໍາລັງອອກຈາກລີບັງ ແຕ່ຍັງປະຈໍາການທະຫານ 5 ຈຸດ
ກອງທະຫານອິດສະລາແອນຖອນກໍາລັງອອກຈາກທາງໃຕ້ຂອງລີບັງ ຍົກເວັ້ນພື້ນທີ່ 5 ຈຸດ ສົ່ງຜົນເຮັດໃຫ້ປະຊາຊົນທີ່ພັດຖິ່ນສາມາດເດີນທາງກັບໄປບ້ານບໍລິເວນຊາຍແດນ ເຊິ່ງສ່ວນຫລາຍຖືກທໍາລາຍໃນການສູ້ຮົບກວ່າ 1 ປີ. ລັດຖະບານເບຣຸດລະບຸວ່າ: ການທີ່ອິດສະລາແອນຢູ່ໃນດິນແດນຂອງລີບັງ ຖືເປັນການຢຶດຄອງ. ພ້ອມເຕືອນວ່າ: ທາງການຈະຂໍໃຫ້ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ກົດດັນໃຫ້ອິດສະລາແອນຖອນກໍາລັງທະຫານອອກໄປ ແລະ ກອງທັບລີບັງພ້ອມເຂົ້າປະຈໍາການຢູ່ຊາຍແດນ. …










