ສິງກະໂປແຈກຄູປອງເງິນສູງສຸດ 600 ໂດລາສິງກະໂປ ໃຫ້ປະຊາຊົນ ສະຫລອງວັນຊາດຄົບຮອບ 60 ປີ

ເນື່ອງໃນວາລະຄົບຮອບ 60 ປີ ການສະຖາປະນາປະເທດ ແລະ ເພື່ອກະຕຸ້ນເສດຖະກິດ, ລັດຖະບານສິງກະໂປມອບຂອງຂວັນໃຫ້ປະຊາຊົນ ເປັນຄູປອງເງິນສົດມູນຄ່າ 600 ໂດລາສິງກະໂປ.
ນາຍົກລັດຖະມົນຕີ ລໍເຣນ ຫວ່ອງ ຜູ້ນໍາສິງກະໂປ ກ່າວວ່າ: ເນື່ອງໃນໂອກາດສະເຫລີມສະຫລອງຄົບຮອບການສະຖາປະນາປະເທດຄົບຮອບ 60 ປີໃນປີນີ້ ລັດຖະບານຈະຍັງເດີນໜ້ານະໂຍບາຍກະຕຸ້ນເສດຖະກິດຢ່າງຕໍ່ເນື່ອງ ເພື່ອການພັດທະນາປະເທດ ແລະ ເປັນຂອງຂວັນໃຫ້ປະຊາຊົນ ເປັນຄໍາຂອບໃຈຈາກລັດຖະບານ ແລະ ເພື່ອແບ່ງປັນຜົນປະໂຫຍດທີ່ທຸກພາກສ່ວນຮ່ວມກັນສ້າງຂຶ້ນເພື່ອພັດທະນາປະເທດຕາມແຜນງົບປະມານ SG60.
ທັງນີ້, ພົນລະເມືອງທີ່ມີອາຍຸນັບແຕ່ 21 ປີ ຈະໄດ້ຮັບຄູປອງເງິນສົດສູງສຸດ 600 ໂດລາສິງກະໂປ. ຂະນະດຽວກັນ, ພາກລັດຈະມີໂຄງການຫລຸດພາສີເງິນລາຍໄດ້ບຸກຄົນທໍາມະດາໃນອັດຕາສູງສຸດ 60% ລວມທັງການມອບຂອງຂວັນພິເສດໃຫ້ເດັກເກີດໃໝ່ທີ່ເກີດໃນປີນີ້.
ເຖິງຢ່າງໃດກໍດີ, ຜູ້ທີ່ມີອາຍຸແຕ່ 60 ປີຂຶ້ນໄປ ຈະໄດ້ຮັບຄູປອງເງິນສົດສູງສຸດ 800 ໂດລາສິງກະໂປ ໂດຍລັດຖະບານຈະເລີ່ມແຈກຄູປອງໃນເດືອນກໍລະກົດນີ້ ແລະ ປະຊາຊົນສາມາດນໍາເອົາຄູປອງດັ່ງກ່າວໄປໃຊ້ຈ່າຍໄດ້ຈົນຮອດວັນທີ 31 ທັນວາ 2026 ກັບຮ້ານຄ້າທຸກແຫ່ງທີ່ເຂົ້າຮ່ວມໂຄງການ.
ເບື້ອງຕົ້ນລັດຖະບານສິງກະໂປປະເມີນວ່າ: ປະຊາຊົນປະມານ 3 ລ້ານຄົນຈະໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ ທີ່ຈະເປັນການໃຊ້ງົບປະມານ 2,020 ລ້ານໂດລາສິງກະໂປ ໃນປີງົບປະມານປັດຈຸບັນ.

