WHO ເຝົ້າຕິດຕາມພະຍາດປິດສະໜາຢູ່ຄອງໂກ ມີຜູ້ເສຍຊີວິດແລ້ວ 53 ຄົນ
ອົງການອະນາໄມໂລກເຝົ້າລະວັງພະຍາດປິດສະໜາທີ່ກໍາລັງເກີດຂຶ້ນຢູ່ພາກພື້ນແຫ່ງໜຶ່ງຂອງຄອງໂກ ເຊິ່ງມີຜູ້ເສຍຊີວິດແລ້ວ 53 ຄົນ ພາຍໃນເວລາບໍ່ເທົ່າໃດອາທິດ ແລະ ເລີ່ມຈາກການທີ່ເດັກ 3 ຄົນ ເສຍຊີວິດຢ່າງວ່ອງໄວ ພາຍຫລັງກິນໂຕເຈຍ. ສໍານັກງານປະຈໍາພາກພື້ນອາຟຣິກາຂອງອົງການອະນາໄມໂລກ (WHO) ລາຍງານວ່າ: ທຸກຝ່າຍທີ່ກ່ຽວຂ້ອງກໍາລັງຕິດຕາມສະຖານະການຢ່າງໃກ້ຊິດ ພາຍຫລັງມີປະຊາຊົນບໍ່ສະບາຍສະສົມຢ່າງໜ້ອຍ 419 ຄົນ…










