ອິດສະລາແອນບັອກການສົ່ງການຊ່ວຍເຫລືອເຂົ້າກາຊາ ບີບຮາມັດຕໍ່ເວລາຢຸດຍິງ

ອິດສະລາແອນບັອກການສົ່ງການຊ່ວຍເຫລືອເຂົ້າກາຊາ ບີບຮາມັດຕໍ່ເວລາຢຸດຍິງ

     ອິດສະລາແອນຕ້ອງການໃຫ້ກຸ່ມຮາມັດຍອມຮັບການຂະຫຍາຍໄລຍະເວລາສະຫງົບເສິກ ຕາມແນວທາງທີ່ສະເໜີໂດຍລັດຖະບານອາເມລິກາ.      ທໍານຽບນາຍົກລັດຖະມົນຕີອິດສະລາແອນອອກຖະແຫລງການວ່າ: ຈາກຂໍ້ຕົກລົງຢຸດຍິງໄລຍະທໍາອິດ 42 ວັນກັບກຸ່ມຮາມັດຢູ່ເຂດກາຊາ ເຊິ່ງມີຜົນນັບແຕ່ວັນທີ 19 ມັງກອນ ສິ້ນສຸດແລ້ວໃນວັນທີ 1 ມີນາຜ່ານມາ, ແຕ່ກຸ່ມຮາມັດຍັງບໍ່ຕອບສະໜອງຂໍ້ສະເໜີຂອງທ່ານ ສຕີບ ວິດຄອບ ຜູ້ແທນພິເສດຂອງອາເມລິກາ ໃນການຂະຫຍາຍໄລຍະເວລາສະຫງົບເສິກ, ນາຍົກລັດຖະມົນຕີ…

ຕວກກີຢືນຢັນຂໍ້ສະເໜີເປັນເຈົ້າພາບຈັດເຈລະຈາສັນຕິພາບອູແກຣນ-ຣັດເຊຍ

ຕວກກີຢືນຢັນຂໍ້ສະເໜີເປັນເຈົ້າພາບຈັດເຈລະຈາສັນຕິພາບອູແກຣນ-ຣັດເຊຍ

       ແຫລ່ງຂ່າວທາງການທູດຂອງຕວກກີເປີດເຜີຍໃນວັນທີ 1 ມີນາວ່າ: ລັດຖະມົນຕີຕ່າງປະເທດຂອງຕວກກີຈະຢືນຢັນຂໍ້ສະເໜີຂອງຕວກກີອີກເທື່ອໜຶ່ງໃນການເປັນເຈົ້າພາບການເຈລະຈາສັນຕິພາບລະຫວ່າງອູແກຣນ ແລະ ຣັດເຊຍໃນກອງປະຊຸມຜູ້ນໍາເອີຣົບ ຢູ່ນະຄອນຫລວງລອນດອນ ໃນວັນທີ 2 ມີນານີ້.        ສໍານັກຂ່າວຣອຍເຕີລາຍງານວ່າ: ໃນວັນທີ 2 ມີນານີ້, ທ່ານ ຮາກັນ ຟີດານ ລັດຖະມົນຕີຕ່າງປະເທດຂອງຕວກກີ…

ອິດສະລາແອນຕົກລົງຮັບແຜນຂອງອາເມລິກາ ຂະຫຍາຍເວລາຢຸດຍິງຢູ່ກາຊາ ສ່ວນຮາມັດຍັງບໍ່ຕອບຮັບ

ອິດສະລາແອນຕົກລົງຮັບແຜນຂອງອາເມລິກາ ຂະຫຍາຍເວລາຢຸດຍິງຢູ່ກາຊາ ສ່ວນຮາມັດຍັງບໍ່ຕອບຮັບ

       ທາງການອິດສະລາແອນປະກາດໃນວັນທີ 2 ມີນາວ່າ: ອິດສະລາແອນຍອມຮັບຂໍ້ສະເໜີທີ່ອາເມລິກາສະໜັບສະໜູນເລື່ອງການຢຸດຍິງຊົ່ວຄາວຢູ່ກາຊາໃນໄລຍະຣໍມາດອນ ແລະ ເທດສະການປັດສະກາ ໂດຍໄດ້ປະກາດພຽງບໍ່ເທົ່າໃດນາທີພາຍຫລັງຂໍ້ຕົກລົງຢຸດຍິງໃນໄລຍະທໍາອິດສິ້ນສຸດລົງ.         ສໍານັກຂ່າວອັລຈາຊີຣາລາຍງານວ່າ: ກຸ່ມຮາມັດຍັງບໍ່ໄດ້ອອກມາສະແດງຄວາມຄິດເຫັນຕໍ່ຂໍ້ສະເໜີນີ້ ເຊິ່ງລະບຸໃຫ້ປ່ອຍຕົວປະກັນທີ່ຖືກຈັບຢູ່ກາຊາເຄິ່ງໜຶ່ງ ທັງທີ່ຍັງມີຊີວິດ ແລະ ເສຍຊີວິດແລ້ວ ໃນມື້ທໍາອິດຂອງການຂະຫຍາຍເວລາ, ສ່ວນທີ່ເຫລືອຈະຖືກປ່ອຍຕົວເມື່ອມີການບັນລຸຂໍ້ຕົກລົງຢຸດຍິງຖາວອນ.       ຊາວປາແລັສຕິນຢູ່ກາຊາໄດ້ສະແດງຄວາມກັງວົນວ່າ: ສົງຄາມອາດກັບມາອີກ….

ຟີລິບປິນພະຍາດປາກເປື່ອຍລົງເລັບລະບາດໜັກ ສູງກວ່າປີຜ່ານມາເຖິງ 3 ເທົ່າ

ຟີລິບປິນພະຍາດປາກເປື່ອຍລົງເລັບລະບາດໜັກ ສູງກວ່າປີຜ່ານມາເຖິງ 3 ເທົ່າ

      ກະຊວງສາທາລະນະສຸກຟີລິບປິນເປີດເຜີຍໃນວັນທີ 1 ມີນາວ່າ: ມີຄົນເຈັບພະຍາດປາກເປື່ອຍລົງເລັບ (HFMD) ສູງເຖິງ 7,598 ຄົນ ນັບແຕ່ຕົ້ນປີຈົນຮອດວັນທີ 22 ກຸມພາຜ່ານມາ ເຊິ່ງສູງກວ່າໄລຍະດຽວກັນຂອງປີຜ່ານມາເຖິງ 3 ເທົ່າ ໂດຍຄົນເຈັບກວ່າເຄິ່ງໜຶ່ງພົບໃນເຂດເມືອງຫລວງ ແລະ ອີກ 3 ພາກພື້ນຂອງເກາະລູຊອນ….

ອາເມລິກາອະນຸມັດສຸກເສີນຂາຍອາວຸດໃຫ້ອິດສະລາແອນ ບໍ່ສົນຂໍ້ຕົກລົງຢຸດຍິງຢູ່ກາຊາ

ອາເມລິກາອະນຸມັດສຸກເສີນຂາຍອາວຸດໃຫ້ອິດສະລາແອນ ບໍ່ສົນຂໍ້ຕົກລົງຢຸດຍິງຢູ່ກາຊາ

       ກະຊວງປ້ອງກັນປະເທດອາເມລິກາ ເປີດເຜີຍໃນວັນທີ 28 ກຸມພາວ່າ: ກະຊວງການຕ່າງປະເທດຂອງອາເມລິກາໄດ້ອະນຸມັດການຂາຍອາວຸດໃຫ້ປະເທດອິດສະລາແອນມູນຄ່າປະມານ 3 ພັນລ້ານໂດລາສະຫະລັດ.        ການຂາຍອາວຸດດັ່ງກ່າວໄດ້ຮັບການແຈ້ງຕໍ່ສະພາຄອງເກຣດພາຍໃຕ້ຂະບວນການສຸກເສີນ ຈຶ່ງບໍ່ໄດ້ຜ່ານຂະບວນການກວດສອບຕາມປົກກະຕິ.        ກະຊວງການຕ່າງປະເທດຂອງອາເມລິກາ ເປີດເຜີຍວ່າ: ມີການອະນຸມັດຂໍ້ຕົກລົງການຂາຍອາວຸດມູນຄ່າ 2.04 ພັນລ້ານໂດລາສະຫະລັດ ໃຫ້ອິດສະລາແອນ ເຊິ່ງລວມທັງຫົວຮົບລະເບີດທົ່ວໄປຈໍານວນ 35,529…

ເຈົ້າໜ້າທີ່ USAID ທະຍອຍເກັບເຄື່ອງອອກຈາກສໍານັກງານໃຫຍ່ ພາຍຫລັງລັດຖະບານ ທຣໍາ ຕັດງົບສະໜັບສະໜູນ-ເລີກຈ້າງ

ເຈົ້າໜ້າທີ່ USAID ທະຍອຍເກັບເຄື່ອງອອກຈາກສໍານັກງານໃຫຍ່ ພາຍຫລັງລັດຖະບານ ທຣໍາ ຕັດງົບສະໜັບສະໜູນ-ເລີກຈ້າງ

       ເຈົ້າໜ້າທີ່ຂອງສໍານັກງານເພື່ອການພັດທະນາສາກົນຂອງອາເມລິກາ (USAID) ທະຍອຍເກັບເຄື່ອງ ແລະ ບອກລາສໍານັກງານໃຫຍ່ຢູ່ນະຄອນຫລວງວໍຊິງຕັນ ໃນວັນທີ 27 ກຸມພາຜ່ານມາ ພາຍຫລັງລັດຖະບານອາເມລິກາພາຍໃຕ້ການນໍາຂອງທ່ານ ໂດນັລ ທຣໍາ ຕັດສິນໃຈຕັດງົບປະມານສະໜັບສະໜູນ ພ້ອມສັ່ງຢຸດການຊ່ວຍເຫລືອຕ່າງປະເທດເປັນເວລາ 90 ວັນ ນັບແຕ່ທ້າຍເດືອນມັງກອນຜ່ານມາ ເພື່ອກວດສອບວ່າ: ໂຄງການຕ່າງໆຂອງອາເມລິກາສອດຄ່ອງກັບນະໂຍບາຍ America…

ບໍລິສັດຈີນພັດທະນາຢາປິ່ນປົວພະຍາດມະເຮັງປອດຊະນິດໃໝ່ ມີປະສິດທິພາບສູງກວ່າຢາຂອງຕາເວັນຕົກ

ບໍລິສັດຈີນພັດທະນາຢາປິ່ນປົວພະຍາດມະເຮັງປອດຊະນິດໃໝ່ ມີປະສິດທິພາບສູງກວ່າຢາຂອງຕາເວັນຕົກ

     ອະກີໂຊ (Akeso) ເຊິ່ງເປັນບໍລິສັດໄບໂອເທັກສັນຊາດຈີນ ທີ່ສ້າງຕັ້ງມາເກືອບສິບປີ ສັ່ນສະເທືອນວົງການການຢາ ດ້ວຍຢາປິ່ນປົວພະຍາດມະເຮັງປອດຊະນິດໃໝ່.        ສໍານັກຂ່າວຊິນຮົວລາຍງານວ່າ: ໄອໂວເນສຊິແມບ (Ivonescimab) ເປັນຢາຊະນິດໃໝ່ຂອງອະກີໂຊ ເຊິ່ງຜ່ານການທົດລອງຢູ່ຈີນ ແລະ ມີປະສິດທິພາບສູງກວ່າກີທຣູດາ (Keytruda) ຢາປິ່ນປົວພະຍາດມະເຮັງທີ່ພັດທະນາໂດຍເມີກ (Merck) ແລະ ສ້າງລາຍໄດ້ໃຫ້ບໍລິສັດອາເມລິກາ…

ຍີ່ປຸ່ນຫວັງອາໄສຫຸ່ນຍົນ AI ຮັບມືວິກິດຂາດເຂີນບຸກຄະລາກອນເບິ່ງແຍ່ງຜູ້ອາຍຸສູງ

ຍີ່ປຸ່ນຫວັງອາໄສຫຸ່ນຍົນ AI ຮັບມືວິກິດຂາດເຂີນບຸກຄະລາກອນເບິ່ງແຍ່ງຜູ້ອາຍຸສູງ

      AIREC ຫຸ່ນຍົນພະລັງປັນຍາປະດິດ (AI) ຮູບຮ່າງຄືມະນຸດ ໜັກ 150 ກິໂລ ໄດ້ກາຍມາເປັນຕົ້ນແບບຂອງຜູ້ເບິ່ງແຍງໃນອະນາຄົດ ເພື່ອຮັບມືຈໍານວນປະຊາກອນອາຍຸສູງທີ່ເພີ່ມຂຶ້ນຢ່າງວ່ອງໄວ ແລະ ສະພາບຂາດເຂີນບຸກຄະລາກອນເບິ່ງແຍງຜູ້ອາຍຸສູງຢູ່ຍີ່ປຸ່ນ.       ເມື່ອບໍ່ດົນມານີ້, ຢູ່ນະຄອນຫລວງໂຕກຽວ AIREC ໄດ້ກົ້ມລົງໄປຫາຜູ້ຊາຍທີ່ນອນຫງາຍຢູ່ ແລ້ວຄ່ອຍໆວາງມືເບື້ອງໜຶ່ງຢູ່ຫົວເຂົ່າ ແລະ ອີກເບື້ອງໜຶ່ງຢູ່ບາໄຫລ່…

ເຈົ້າໜ້າທີ່ອິດສະລາແອນເດີນທາງໄປນະຄອນຫລວງໄຄໂຣ ເຈລະຈາຢຸດຍິງໄລຍະທີ 2

ເຈົ້າໜ້າທີ່ອິດສະລາແອນເດີນທາງໄປນະຄອນຫລວງໄຄໂຣ ເຈລະຈາຢຸດຍິງໄລຍະທີ 2

       ທໍານຽບນາຍົກລັດຖະມົນຕີອິດສະລາແອນຖະແຫລງວ່າ: ຄະນະເຈົ້າໜ້າທີ່ອິດສະລາແອນໄດ້ເດີນທາງໄປນະຄອນຫລວງໄຄໂຣໃນວັນທີ 27 ກຸມພານີ້ ເພື່ອເຈລະຈາຂໍ້ຕົກລົງຢຸດຍິງໄລຍະທີ 2 ຢູ່ເຂດກາຊາ.        ຖະແຫລງການດັ່ງກ່າວມີຂຶ້ນ ພາຍຫລັງອິດສະລາແອນ ແລະ ກຸ່ມຮາມັດສໍາເລັດການແລກປ່ຽນຕົວປະກັນອິດສະລາແອນກັບນັກໂທດປາແລັສຕິນໃນວັນທີ 27 ກຸມພາ ເຊິ່ງເປັນການແລກປ່ຽນຕົວປະກັນ ແລະ ນັກໂທດຊຸດສຸດທ້າຍຕາມຂໍ້ຕົກລົງຢຸດຍິງໄລຍະທີ 1.       …

ທະນາຄານກາງຂອງໄທ ປັບຫລຸດດອກເບ້ຍ 0.25% ຈາກ 2.25% ເຫລືອ 2.00%

ທະນາຄານກາງຂອງໄທ ປັບຫລຸດດອກເບ້ຍ 0.25% ຈາກ 2.25% ເຫລືອ 2.00%

ສຳນັກຂ່າວ MRG ຂອງໄທລາຍງານວ່າ: ວັນທີ 26 ກຸມພາ 2025 ຄະນະກໍາມະການນະໂຍບາຍການເງິນ (ກນງ) ປະເທດໄທຖະແຫລງຜົນການປະຊຸມ ຂອງຄະນະກໍາມະການ ໂດຍໄດ້ມີການລົງມະຕິ ຫລຸດອັດຕາດອກເບ້ຍນະໂຍບາຍລົງ 0.25% ຈາກ 2.25% ເຫລືອ 2.00% ຕໍ່ປີ ເຊິ່ງຜົນການລົງມະຕິເຫັນວ່າ…