ແອັດສະປາຍ ແລະ ປັອກຕຸຍການ ປະກາດພາວະສຸກເສີນ ຫລັງຈາກໄຟຟ້າດັບຄັ້ງໃຫຍ່ທົ່ວປະເທດ

ແອັດສະປາຍ ແລະ ປັອກຕຸຍການ ປະກາດພາວະສຸກເສີນ ຫລັງຈາກໄຟຟ້າດັບຄັ້ງໃຫຍ່ທົ່ວປະເທດ

ສໍານັກຂ່າວຕ່າງປະເທດລາຍງານວັນທີ 28 ເມສາ 2025 ເກີດເຫດໄຟຟ້າດັບເປັນວົງກວ້າງໃນປະເທດແອັດສະປາຍ ແລະ ປັອກຕຸຍການ ສົ່ງກະທົບຕໍ່ການເດີນທາງຂອງປະຊາຊົນ ລວມທັງສັນຍານອິນເຕີເນັດ ຈົນລັດຖະບານທັງສອງປະເທດຕ້ອງປະກາດພາວະສຸກເສີນ, ຕາມການລາຍງານຂອງສື່ທ້ອງຖິ່ນລະບຸວ່າ ໄຟດັບຄັ້ງນີ້ຍັງສົ່ງຜົນກະທົບໃນບາງເຂດຂອງ ປະເທດຝຣັ່ງ ແລະ ປະເທດ ອັນດໍຣາ ເຊິ່ງຄາດວ່າໃຊ້ເວລາປະມານ 6-10 ຊົ່ວໂມງໃນການສ້ອມແປງ. ຫລ້າສຸດ…

ຢູກັນດາປະກາດສິ້ນສຸດການແຜ່ລະບາດຂອງອີໂບລາຮອບຫລ້າສຸດແລ້ວ

ຢູກັນດາປະກາດສິ້ນສຸດການແຜ່ລະບາດຂອງອີໂບລາຮອບຫລ້າສຸດແລ້ວ

        ຢູກັນດາປະກາດສິ້ນສຸດການແຜ່ລະບາດຂອງເຊື້ອໄວຣັສອີໂບລາສາຍພັນຊູດັງຮອບຫລ້າສຸດ ເຊິ່ງຖືເປັນການຢຸດການລະບາດພາຍໃນ 3 ເດືອນນັບຈາກການພົບຜູ້ຕິດເຊື້ອຄັ້ງທໍາອິດຢູ່ນະຄອນຫລວງກໍາປາລາໃນວັນທີ 30 ມັງກອນ.        ກະຊວງສາທາລະນະສຸກຢູກັນດາເປີດເຜີຍຜ່ານ X ວ່າ: ຂ່າວດີ ຕອນນີ້ການລະບາດຂອງເຊື້ອໄວຣັສອີໂບລາສາຍພັນຊູດັງໄດ້ສິ້ນສຸດລົງຢ່າງເປັນທາງການແລ້ວ ໂດຍປະກາດດັ່ງກ່າວມີຂຶ້ນຫລັງບໍ່ພົບການແຜ່ລະບາດຄັ້ງໃໝ່ເປັນເວລາ 42 ວັນ ນັບແຕ່ຜູ້ຕິດເຊື້ອຄົນສຸດທ້າຍໄດ້ຮັບການຢືນຢັນວ່າສາມາດກັບບ້ານໄດ້.         ການລະບາດຄັ້ງນີ້ເລີ່ມຈາກພະຍາບານຊາຍຄົນໜຶ່ງທີ່ຕິດເຊື້ອ ແລະ ເສຍຊີວິດ ໂດຍເປັນເຊື້ອສາຍພັນຊູດັງ ເຊິ່ງຍັງບໍ່ມີວັກຊີນຮັບຮອງ ແລະ…

ອິນເດຍທົດລອງລູກສອນໄຟຈາກເຮືອຮົບ ພາຍຫລັງການພົວພັນກັບປາກິດສະຖານເຄັ່ງຕຶງຍິ່ງຂຶ້ນ

ອິນເດຍທົດລອງລູກສອນໄຟຈາກເຮືອຮົບ ພາຍຫລັງການພົວພັນກັບປາກິດສະຖານເຄັ່ງຕຶງຍິ່ງຂຶ້ນ

        ອິນເດຍທົດລອງຍິງລູກສອນໄຟຈາກເຮືອຮົບ ເພື່ອສະແດງປະສິດທິພາບການໂຈມຕີທາງໄກຢ່າງແນ່ນອນ ແລະ ຢືນຢັນຄວາມພ້ອມທາງການທະຫານທ່າມກາງການພົວພັນກັບປາກິດສະຖານເຄັ່ງຕຶງຂຶ້ນ ພາຍຫລັງເກີດການໂຈມຕີນັກທ່ອງທ່ຽວຢູ່ແຄຊາເມຍ ເຮັດໃຫ້ມີຜູ້ເສຍຊີວິດ 26 ຄົນ ໂດຍອິນເດຍເຊື່ອວ່າປາກິດສະຖານອາດກ່ຽວຂ້ອງກັບກຸ່ມຜູ້ລົງມືກໍ່ເຫດ.          ນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ໃຫ້ຄໍາໝັ້ນວ່າ: ຈະມີການຕອບໂຕ້ທີ່ຮຸນແຮງ ແລະ ໄດ້ປະສານງານກັບບັນດາຜູ້ນໍາໂລກເພື່ອສ້າງແນວຮ່ວມສະໜັບສະໜູນຈຸດຢືນຂອງອິນເດຍ ໂດຍລະບຸວ່າ: ຄວາມໂກດແຄ້ນໃນບັນດາຊາວອິນເດຍກໍາລັງດຸເດືອດ ພ້ອມຂູ່ຈະໄລ່ລ່າຜູ້ກໍ່ການຮ້າຍຈົນເຖິງທີ່ສຸດ.         ຂະນະທີ່ປາກິດສະຖານ…

ທ່ານ ໂດນັນ ທຣຳ ລົງນາມຄຳສັ່ງເສີມ AI ໃນຫລັກສູດການສຶກສາ-ຝຶກອົບຮົມບຸຄະລາກອນ

ທ່ານ ໂດນັນ ທຣຳ ລົງນາມຄຳສັ່ງເສີມ AI ໃນຫລັກສູດການສຶກສາ-ຝຶກອົບຮົມບຸຄະລາກອນ

ສຳນັກຂ່າວ ເອເອຟພີ ລາຍງານວ່າ: ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ລົງນາມໃນຄຳສັ່ງ ຝ່າຍບໍລິຫານເພື່ອສົ່ງເສີມການສຶກສາດ້ານບັນຍາປະດິດ (AI) ແລະ ການຝຶກອົບຮົມບຸຄະລາກອນໂດຍເນັ້ນເຖິງເຕັກໂນໂລຊີທີ່ພວມພັດທະນາຢ່າງວ່ອງໄວຊຶ່ງເປັນເປົ້າໝາຍຫລັກສູດສຳຄັນສູງສຸດຂອງຝ່າຍບໍລິຫານ. ຄຳສັ່ງດັ່ງກ່າວມີເປົ້າໝາຍເພື່ອເສີມສ້າງຄວາມໂດດເດັ່ນ ຂອງ ສ.ອາເມລິກາ ໃນດ້ານ AI ລວມທັງຈັດຕັ້ງ ຄະນະ…

ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ

ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ

ຂປລ. ໃນລະຫວ່າງວັນທີ 21-23 ເມສາ 2025, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະ ມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ…

ຄວາມເຄັ່ງຕຶງ ອິນເດຍ-ປາກິດສະຖານ ເລີ່ມຂຶ້ນອີກ ຫລັງເຫດໂຈມຕີນັກທ່ອງທ່ຽວຢູ່ແຄຊາເມຍ

ຄວາມເຄັ່ງຕຶງ ອິນເດຍ-ປາກິດສະຖານ ເລີ່ມຂຶ້ນອີກ ຫລັງເຫດໂຈມຕີນັກທ່ອງທ່ຽວຢູ່ແຄຊາເມຍ

         ກອງທັບອິນເດຍ ແລະ ປາກິດສະຖານ ຍິງປະທະກັນເປັນວັນທີສອງຕິດຕໍ່ກັນໃນວັນທີ 26 ເມສາ ທ່າມກາງການພົວພັນທີ່ບໍ່ດີ ພາຍຫລັງເກີດເຫດໂຈມຕີນັກທ່ອງທ່ຽວຢູ່ແຄຊາເມຍຂອງອິນເດຍ ເຊິ່ງອິນເດຍກ່າວໂທດກຸ່ມຕິດອາວຸດຈາກປາກິດສະຖານວ່າຢູ່ເບື້ອງຫລັງເຫດການດັ່ງກ່າວ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 26 ຄົນ.         ກອງທັບອິນເດຍເປີດເຜີຍວ່າ: ທະຫານໄດ້ຍິງຕອບໂຕ້ ຫລັງຖືກກອງທັບປາກິດສະຖານໃຊ້ອາວຸດປືນຍິງໃສ່ມາຈາກຫລາຍຈຸດ ໂດຍເຫດການເກີດຂຶ້ນຕອນທ່ຽງຄືນວັນທີ 25 ເມສາ…

ຈີນປະກາດ ຖ້າອາເມລິກາຢາກເຈລະຈາການຄ້າ ຕ້ອງຍົກເລີກພາສີນໍາເຂົ້າຈີນທັງໝົດ

ຈີນປະກາດ ຖ້າອາເມລິກາຢາກເຈລະຈາການຄ້າ ຕ້ອງຍົກເລີກພາສີນໍາເຂົ້າຈີນທັງໝົດ

        ຈີນຮຽກຮ້ອງໃຫ້ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ຍົກເລີກມາດຕະການພາສີນໍາເຂົ້າສິນຄ້າຈາກຈີນທັງໝົດ ຖ້າຕ້ອງການສະແດງຄວາມຈິງໃຈໃນການຢຸດສົງຄາມການຄ້າລະຫວ່າງສອງປະເທດ ເຊິ່ງຍັງທະວີຄວາມເຄັ່ງຕຶງຂຶ້ນຢ່າງຕໍ່ເນື່ອງ.         ເຈົ້າໜ້າທີ່ລັດຖະບານຈີນເປີດເຜີຍວ່າ: ປັດຈຸບັນຍັງບໍ່ມີການເຈລະຈາທາງການຄ້າກັບອາເມລິກາແຕ່ຢ່າງໃດ ເຖິງວ່າລັດຖະບານ ທຣໍາ ຈະສົ່ງສັນຍານກົງກັນຂ້າມ.         ສົງຄາມພາສີລະຫວ່າງສອງມະຫາອໍານາດເສດຖະກິດໃຫຍ່ທີ່ສຸດໃນໂລກຍັງດໍາເນີນຕໍ່ໄປ ໂດຍທ່ານ ທຣໍາ ຈະເກັບພາສີນໍາເຂົ້າສິນຄ້າຈາກຈີນໃນອັດຕາສູງເຖິງ 145%,…

ປາກິດສະຖານຢຸດການອອກວີຊາໃຫ້ຊາວອິນເດຍ ການພົວພັນເຄັ່ງຕຶງ

ປາກິດສະຖານຢຸດການອອກວີຊາໃຫ້ຊາວອິນເດຍ ການພົວພັນເຄັ່ງຕຶງ

        ປາກິດສະຖານຕອບໂຕ້ທາງການທູດຢ່າງຮຸນແຮງຕໍ່ອິນເດຍ ໂດຍການສັ່ງຢຸດອອກວີຊາໃຫ້ຊາວອິນເດຍ ພາຍຫລັງເກີດເຫດຄົນຮ້າຍຍິງນັກທ່ອງທ່ຽວໃນແຄວ້ນແຄຊາເມຍ ເຊິ່ງເປັນເຂດປົກຄອງຂອງອິນເດຍ ແລະ ເປັນພື້ນທີ່ຂັດແຍ່ງລະຫວ່າງທັງສອງປະເທດນັບແຕ່ປີ 1947 ຫລັງໄດ້ຮັບເອກະລາດຈາກອັງກິດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 26 ຄົນ.        ນອກຈາກນີ້ ປາກິດສະຖານຍັງໄດ້ຂັບໄລ່ນັກການທູດອິນເດຍບາງສ່ວນອອກຈາກປະເທດ, ຢຸດການຄ້າ ແລະ ຈໍາກັດເຈົ້າໜ້າທີ່ທາງທະຫານຂອງອິນເດຍໃນສະຖານທູດໃຫ້ເຫລືອພຽງ 30 ຄົນ…

ຈີນຢືນຢັນ ຍັງບໍ່ໄດ້ຫາລືບັນຫາພາສີກັບອາເມລິກາ ບໍ່ມີການບັນລຸຂໍ້ຕົກລົງໃດໆ

ຈີນຢືນຢັນ ຍັງບໍ່ໄດ້ຫາລືບັນຫາພາສີກັບອາເມລິກາ ບໍ່ມີການບັນລຸຂໍ້ຕົກລົງໃດໆ

         ທ່ານ ກົວເຈຍຄຸນ ໂຄສົກກະຊວງການຕ່າງປະເທດຈີນ ເປີດເຜີຍວ່າ: ລັດຖະບານຈີນຍັງບໍ່ໄດ້ຫາລື ຫລື ເຈລະຈາກັບອາເມລິກາ ກ່ຽວກັບບັນຫາທີ່ກ່ຽວຂ້ອງກັບພາສີອາກອນ ແລະ ຍັງບໍ່ມີການບັນລຸຂໍ້ຕົກລົງໃດໆ.         ທ່ານ ກົວເຈຍຄຸນ ກ່າວຂໍ້ຄວາມດັ່ງກ່າວລະຫວ່າງຕອບຄໍາຖາມກ່ຽວກັບຂ່າວຫລ້າສຸດຈາກອາເມລິກາ ເຊິ່ງລະບຸວ່າທັງສອງປະເທດກໍາລັງເຈລະຈາຫາລືກັນ ແລະ ອາດບັນລຸຂໍ້ຕົກລົງກ່ຽວກັບບັນຫາພາສີໃນມໍ່ໆນີ້.        ທ່ານ…

ອິນເດຍປິດດ່ານຊາຍແດນຫລັກ-ຂັບໄລ່ນັກການທູດປາກິດສະຖານ ຫລັງເຫດໂຈມຕີຮຸນແຮງຢູ່ແຄຊາເມຍ

ອິນເດຍປິດດ່ານຊາຍແດນຫລັກ-ຂັບໄລ່ນັກການທູດປາກິດສະຖານ ຫລັງເຫດໂຈມຕີຮຸນແຮງຢູ່ແຄຊາເມຍ

        ອິນເດຍປະກາດມາດຕະການຕອບໂຕ້ປາກິດສະຖານຢ່າງຮຸນແຮງ ພາຍຫລັງເກີດເຫດຍິງປືນໃສ່ພົນລະເມືອງຢູ່ເມືອງພາຮັລແກມ ແຫລ່ງທ່ອງທ່ຽວຍອດນິຍົມໃນພື້ນທີ່ແຄຊາເມຍທີ່ຢູ່ພາຍໃຕ້ການປົກຄອງຂອງອິນເດຍໃນວັນທີ 22 ເມສາຜ່ານມາ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 26 ຄົນ ໂດຍໃນຈໍານວນນີ້ເປັນຊາວອິສເດຍ 25 ຄົນ ແລະ ຊາວເນປານອີກ 1 ຄົນ, ຂະນະທີ່ມີຜູ້ບາດເຈັບຢ່າງໜ້ອຍ 17 ຄົນ.        …