ຟີລິບປິນສັ່ງຖອນສື່ໂຄສະນາການພະນັນທົ່ວປະເທດ ຢ້ານປະຊາຊົນຜີພະນັນເຂົ້າສິງ

            Philippine Amusement and Gaming Corporation (PAGCOR) ເຊິ່ງເປັນໜ່ວຍງານເບິ່ງແຍງການພະນັນຂອງຟີລິບປິນ ມີຄໍາສັ່ງໃຫ້ຮື້ຖອນປ້າຍໂຄສະນາ ແລະ ຖອດສື່ໂຄສະນາກ່ຽວກັບການພະນັນທັງໝົດທົ່ວປະເທດທັນທີ ເນື່ອງຈາກມີຄວາມກັງວົນເພີ່ມຂຶ້ນກ່ຽວກັບບັນຫາເສບຕິດການພະນັນ.

            PAGCOR ໄດ້ອອກຖະແຫລງການໃນວັນທີ 11 ກໍລະກົດ ລະບຸໃຫ້ຜູ້ຮັບໃບອະນຸຍາດ, ຜູ້ສະໜອງ ແລະ ຜູ້ປະກອບການສະຖານພະນັນ ຖອດສື່ໂຄສະນາກ່ຽວກັບການພະນັນທັງໝົດ ລວມທັງສື່ໂຄສະນາໃນລະບົບຂົນສົ່ງສາທາລະນະ ພາຍໃນວັນທີ 15 ສິງຫານີ້.

         ທ່ານ ອເລຮານໂດຣ ເທງໂກ ປະທານ ແລະ CEO ຂອງ PAGCOR ກ່າວວ່າ: ເຖິງວ່າໜ່ວຍງານຈະໄດ້ຮັບມອບໝາຍໃຫ້ສ້າງລາຍໄດ້ໃຫ້ລັດ, ແຕ່ບໍ່ຕ້ອງການສົ່ງເສີມໃຫ້ປະຊາຊົນຕິດການພະນັນ. ການຄວບຄຸມໂຄສະນາການພະນັນທີ່ມີຫລາຍເກີນໄປຈຶ່ງເປັນບາດກ້າວສໍາຄັນໃນການປົກປ້ອງກຸ່ມເບາະບາງຂອງສັງຄົມ ໂດຍສະເພາະເຍົາວະຊົນ.

           ລາຍງານລະບຸວ່າ: ໃນປີນີ້ ລາຍໄດ້ຈາກການພະນັນອອນລາຍແຊງໜ້າລາຍໄດ້ຈາກລີສອດກາສິໂນເປັນຄັ້ງທໍາອິດໃນຟີລິບປິນ ເຊິ່ງເປັນສິນກາງການພະນັນທີ່ໃຫຍ່ເປັນອັນດັບສອງຂອງອາຊີຮອງຈາກມາເກົາ ສົ່ງຜົນເຮັດໃຫ້ມີການຮຽກຮ້ອງໃຫ້ລັດຖະສະພາໃຫ້ຄວບຄຸມການພະນັນອອນລາຍຢ່າງເຂັ້ມງວດຍິ່ງຂຶ້ນ. ຂະນະທີ່ທະນາຄານກາງຟີລິບປິນກໍາລັງພິຈາລະນາຈໍາກັດການເຂົ້າເຖິງການພະນັນຜ່ານແພກຟອມດິຈີຕອນ.