ປາກິດສະຖານຢຸດການອອກວີຊາໃຫ້ຊາວອິນເດຍ ການພົວພັນເຄັ່ງຕຶງ

ປາກິດສະຖານຕອບໂຕ້ທາງການທູດຢ່າງຮຸນແຮງຕໍ່ອິນເດຍ ໂດຍການສັ່ງຢຸດອອກວີຊາໃຫ້ຊາວອິນເດຍ ພາຍຫລັງເກີດເຫດຄົນຮ້າຍຍິງນັກທ່ອງທ່ຽວໃນແຄວ້ນແຄຊາເມຍ ເຊິ່ງເປັນເຂດປົກຄອງຂອງອິນເດຍ ແລະ ເປັນພື້ນທີ່ຂັດແຍ່ງລະຫວ່າງທັງສອງປະເທດນັບແຕ່ປີ 1947 ຫລັງໄດ້ຮັບເອກະລາດຈາກອັງກິດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 26 ຄົນ.
ນອກຈາກນີ້ ປາກິດສະຖານຍັງໄດ້ຂັບໄລ່ນັກການທູດອິນເດຍບາງສ່ວນອອກຈາກປະເທດ, ຢຸດການຄ້າ ແລະ ຈໍາກັດເຈົ້າໜ້າທີ່ທາງທະຫານຂອງອິນເດຍໃນສະຖານທູດໃຫ້ເຫລືອພຽງ 30 ຄົນ ລວມທັງປິດນ່ານຟ້າ ບໍ່ໃຫ້ສາຍການບິນຂອງອິນເດຍບິນຜ່ານ, ພ້ອມທັງປະຕິເສດຂໍ້ກ່າວຫາຂອງອິນເດຍວ່າປາກິດສະຖານມີສ່ວນກ່ຽວຂ້ອງກັບກຸ່ມມືປືນທີ່ກໍ່ເຫດໃນຄັ້ງນີ້.
ສ່ວນທ່ານ ນາເຣນທຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ໄດ້ອອກມາຖະແຫລງຫລັງເກີດເຫດວ່າ: ອິນເດຍຈະຕາມລ່າ ແລະ ລົງໂທດຜູ້ກໍ່ເຫດ ແລະ ຜູ້ຢູ່ເບື້ອງຫລັງຢ່າງສາສົມ, ສັດຕູຂອງປະເທດກ້າທໍາຮ້າຍຈິດວິນຍານຂອງປະເທດ, ແຕ່ຈິດວິນຍານຂອງອິນເດຍຈະບໍ່ມີວັນຖືກທໍາລາຍດ້ວຍການກໍ່ການຮ້າຍ.
ອິນເດຍເອງກໍຕອບໂຕ້ດ້ວຍການປິດດ່ານຊາຍແດນ Attari-Wagah ແລະ ຢຸດອອກວີຊາຊາວປາກິດສະຖານ ໂດຍເບື້ອງຕົ້ນທາງການອິນເດຍກໍາລັງເລັ່ງສອບສວນຄະດີນີ້. ພ້ອມກ່າວວ່າ: ຜູ້ຖືກສົງໄສ 3 ຄົນໃນຄະດີນີ້ເປັນສະມາຊິກກຸ່ມຕິດອາວຸດ Lashkar-e-Taiba (LeT) ເຊິ່ງມີຖານຢູ່ປາກິດສະຖານ ເຊິ່ງກຸ່ມຕິດອາວຸດນີ້ເຄີຍກໍ່ເຫດໂຈມຕີຢູ່ອິນເດຍມາແລ້ວຫລາຍຄັ້ງເຊັ່ນ: ເຫດໂຈມຕີຢູ່ມຸມໄບໃນປີ 2008 ທີ່ມີຜູ້ເສຍຊີວິດ 170 ກວ່າຄົນ.
ເຫດການນີ້ເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງອິນເດຍ ແລະ ປາກິດສະຖານເລີ່ມຂຶ້ນອີກ ໂດຍມີການຕອບໂຕ້ທາງການທູດ, ການຄ້າລະຫວ່າງປະເທດ ແລະ ການໃຊ້ມາດຕະການທີ່ອາດນໍາໄປສູ່ຄວາມຂັດແຍ່ງໃນວົງກວ້າງ ຖ້າບໍ່ມີການເຈລະຈາ ຫລື ໄກ່ເກ່ຍຢ່າງຮີບດ່ວນ.
ອ້າງອີງ:

