ຈີນຢືນຢັນ ຍັງບໍ່ໄດ້ຫາລືບັນຫາພາສີກັບອາເມລິກາ ບໍ່ມີການບັນລຸຂໍ້ຕົກລົງໃດໆ

         ທ່ານ ກົວເຈຍຄຸນ ໂຄສົກກະຊວງການຕ່າງປະເທດຈີນ ເປີດເຜີຍວ່າ: ລັດຖະບານຈີນຍັງບໍ່ໄດ້ຫາລື ຫລື ເຈລະຈາກັບອາເມລິກາ ກ່ຽວກັບບັນຫາທີ່ກ່ຽວຂ້ອງກັບພາສີອາກອນ ແລະ ຍັງບໍ່ມີການບັນລຸຂໍ້ຕົກລົງໃດໆ.

        ທ່ານ ກົວເຈຍຄຸນ ກ່າວຂໍ້ຄວາມດັ່ງກ່າວລະຫວ່າງຕອບຄໍາຖາມກ່ຽວກັບຂ່າວຫລ້າສຸດຈາກອາເມລິກາ ເຊິ່ງລະບຸວ່າທັງສອງປະເທດກໍາລັງເຈລະຈາຫາລືກັນ ແລະ ອາດບັນລຸຂໍ້ຕົກລົງກ່ຽວກັບບັນຫາພາສີໃນມໍ່ໆນີ້.

       ທ່ານ ກົວເຈຍຄຸນ ສິ່ງເຫລົ່ານີ້ລ້ວນບໍ່ເປັນຄວາມຈິງ ເປັນຝ່າຍອາເມລິກາເອງທີ່ເລີ່ມສົງຄາມພາສີກັບຈີນ ແລະ ມຸມມອງຂອງຈີນມີຄວາມສອດຄ່ອງ ແລະ ຊັດເຈນສະເໝີມາ, ຈີນພ້ອມສູ້ ຖ້າຕ້ອງສູ້, ແຕ່ກໍພ້ອມເປີດໂອກາດສໍາລັບການເຈລະຈາຖ້າອາເມລິກາຕ້ອງການຫາລື ໂດຍຈີນຕ້ອງການເຈລະຈາ ແລະ ຫາລືບົນພື້ນຖານຂອງຄວາມເທົ່າທຽມ, ຄວາມເຄົາລົບ ແລະ ຜົນປະໂຫຍດຮ່ວມກັນເທົ່ານັ້ນ.

ອ້າງອີງ:

  • Xinhua