ຈີນປະກາດເຕືອນໄພນໍ້າຖ້ວມສຸກເສີນລະດັບ 4 ຮັບມືພາຍຸໄຕ້ຝຸ່ນດານັສຖະຫລົ່ມຫວາງຕຸ້ງ

          ກະຊວງຊັບພະຍາກອນນໍ້າຂອງຈີນປະກາດໃຊ້ມາດຕະການຮັບມືເຫດສຸກເສີນລະດັບ 4 ໃນວັນທີ 9 ກໍລະກົດ ເພື່ອຮັບມືສະຖານະການນໍ້າຖ້ວມໃນມົນທົນກວາງຕຸ້ງທາງພາກໃຕ້ຂອງປະເທດ ເຊິ່ງໄດ້ຮັບຜົນກະທົບຈາກພາຍຸໄຕ້ຝຸ່ນດານັສ.

          ກະຊວງຊັບພະຍາກອນນໍ້າຂອງຈີນ ລະບຸວ່າ: ນັບແຕ່ວັນທີ 9 ກໍລະກົດຈົນຮອດວັນທີ 11 ກໍລະກົດ ມົນທົນກວາງຕຸ້ງຈະຜະເຊີນຝົນຕົກໜັກເຖິງໜັກຫລາຍ ໂດຍສະເພາະບໍລິເວນທາງເໜືອ ແລະ ຕາເວັນອອກຂອງມົນທົນ ເຊິ່ງຄາດວ່າຈະມີຝົນຕົກໃນລະດັບຮຸນແຮງ ສົ່ງຜົນເຮັດໃຫ້ລະດັບນໍ້າໃນແມ່ນໍ້າບາງສາຍອາດເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.

         ທັງນີ້, ກະຊວງຊັບພະຍາກອນນໍ້າຂອງຈີນ ໄດ້ເນັ້ນໃຫ້ໜ່ວຍງານໃນພື້ນທີ່ຕິດຕາມສະພາບອາກາດຢ່າງໃກ້ຊິດ, ປັບປຸງການພະຍາກອນປະລິມານຝົນ ແລະ ລະດັບນໍ້າໃຫ້ແນ່ນອນຍິ່ງຂຶ້ນ. ພ້ອມດໍາເນີນມາດຕະການຄວບຄຸມນໍ້າຖ້ວມຢ່າງເປັນລະບົບ ແລະ ຕາມຫລັກວິຊາການ.

          ຂະນະດຽວກັນ, ທາງການຍັງປະກາດສະຖານະຮັບມືສຸກເສີນລະດັບ 4 ສໍາລັບສະຖານະການອຸທົກກະໄພໃນມົນທົນເຈີ້ຈຽງ, ຝູຈ້ຽນ, ສົງຊິ່ງ ແລະ ເສສວນ ພ້ອມຈັດສົ່ງທີມງານລົງພື້ນທີ່ເພື່ອໃຫ້ຄໍາແນະນໍາດ້ານການປ້ອງກັນ ແລະ ຄວບຄຸມນໍ້າຖ້ວມໃນມົນທົນເຈີ້ຈຽງ, ມອງໂກເລຍໃນ, ຊານຊີ ແລະ ສ່ານຊີຢ່າງໃກ້ຊິດ.