ຢູກັນດາປະກາດສິ້ນສຸດການແຜ່ລະບາດຂອງອີໂບລາຮອບຫລ້າສຸດແລ້ວ

        ຢູກັນດາປະກາດສິ້ນສຸດການແຜ່ລະບາດຂອງເຊື້ອໄວຣັສອີໂບລາສາຍພັນຊູດັງຮອບຫລ້າສຸດ ເຊິ່ງຖືເປັນການຢຸດການລະບາດພາຍໃນ 3 ເດືອນນັບຈາກການພົບຜູ້ຕິດເຊື້ອຄັ້ງທໍາອິດຢູ່ນະຄອນຫລວງກໍາປາລາໃນວັນທີ 30 ມັງກອນ.

       ກະຊວງສາທາລະນະສຸກຢູກັນດາເປີດເຜີຍຜ່ານ X ວ່າ: ຂ່າວດີ ຕອນນີ້ການລະບາດຂອງເຊື້ອໄວຣັສອີໂບລາສາຍພັນຊູດັງໄດ້ສິ້ນສຸດລົງຢ່າງເປັນທາງການແລ້ວ ໂດຍປະກາດດັ່ງກ່າວມີຂຶ້ນຫລັງບໍ່ພົບການແຜ່ລະບາດຄັ້ງໃໝ່ເປັນເວລາ 42 ວັນ ນັບແຕ່ຜູ້ຕິດເຊື້ອຄົນສຸດທ້າຍໄດ້ຮັບການຢືນຢັນວ່າສາມາດກັບບ້ານໄດ້.

        ການລະບາດຄັ້ງນີ້ເລີ່ມຈາກພະຍາບານຊາຍຄົນໜຶ່ງທີ່ຕິດເຊື້ອ ແລະ ເສຍຊີວິດ ໂດຍເປັນເຊື້ອສາຍພັນຊູດັງ ເຊິ່ງຍັງບໍ່ມີວັກຊີນຮັບຮອງ ແລະ ຖືເປັນການລະບາດຄັ້ງທີ 9 ຂອງຢູກັນດານັບແຕ່ພົບຜູ້ຕິດເຊື້ອຄັ້ງທໍາອິດໃນປີ 2000.

       ການລະບາດຂອງເຊື້ອອີໂບລາເກີດຂຶ້ນເລື້ອຍໆຢູ່ຢູກັນດາ ເພາະມີປ່າເຂດຮ້ອນຈໍານວນຫລາຍ ເຊິ່ງເປັນແຫລ່ງກັກເກັບເຊື້ອໄວຣັສຕາມທໍາມະຊາດ. ນອກຈາກນີ້ ຢູກັນດາຍັງຢູ່ຕິດກັບຄອງໂກ ເຊິ່ງເກີດການລະບາດຂອງອີໂບລາຫລາຍກວ່າສິບຄັ້ງ ລວມທັງໄລຍະປີ 2018-2020 ທີ່ມີຜູ້ເສຍຊີວິດເກືອບ 2,300 ຄົນ.

      ທັງນີ້, ເຊື້ອອີໂບລາມີວິທີແຜ່ນກະຈາຍຜ່ານການກສໍາຜັດຂອງເຫລວໃນຮ່າງກາຍ ແລະ ເນື້ອເຍື່ອທີ່ຕິດເຊື້ອ ໂດຍອາການສໍາຄັນໄດ້ແກ່ ເຈັບຫົວ, ຮາກເປັນເລືອດ, ປວດກ້າມຊີ້ນ ແລະ ມີເລືອດອອກ.