ອິນເດຍປິດດ່ານຊາຍແດນຫລັກ-ຂັບໄລ່ນັກການທູດປາກິດສະຖານ ຫລັງເຫດໂຈມຕີຮຸນແຮງຢູ່ແຄຊາເມຍ

        ອິນເດຍປະກາດມາດຕະການຕອບໂຕ້ປາກິດສະຖານຢ່າງຮຸນແຮງ ພາຍຫລັງເກີດເຫດຍິງປືນໃສ່ພົນລະເມືອງຢູ່ເມືອງພາຮັລແກມ ແຫລ່ງທ່ອງທ່ຽວຍອດນິຍົມໃນພື້ນທີ່ແຄຊາເມຍທີ່ຢູ່ພາຍໃຕ້ການປົກຄອງຂອງອິນເດຍໃນວັນທີ 22 ເມສາຜ່ານມາ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 26 ຄົນ ໂດຍໃນຈໍານວນນີ້ເປັນຊາວອິສເດຍ 25 ຄົນ ແລະ ຊາວເນປານອີກ 1 ຄົນ, ຂະນະທີ່ມີຜູ້ບາດເຈັບຢ່າງໜ້ອຍ 17 ຄົນ.

        ໜຶ່ງວັນກ່ອນເກີດເຫດ ລັດຖະບານອິນເດຍໄດ້ສັ່ງປິດດ່ານຊາຍແດນຫລັກທີ່ເຊື່ອມຕໍ່ກັບປາກິດສະຖານ, ຢຸດສົນທິສັນຍານໍ້າຂອງແມ່ນໍ້າສິນທຸ (Indus Water Treaty) ເຊິ່ງມີຜົນບັງຄັບໃຊ້ມາແຕ່ປີ 1960 ແລະ ເປັນໜຶ່ງໃນສົນທິສັນຍາທີ່ຄົງຢູ່ມາຍາວນານທີ່ສຸດລະຫວ່າງສອງປະເທດ.

        ສົນທິສັນຍາສະບັບນີ້ກໍານົດໃຫ້ອິນເດຍມີສິດໃຊ້ນໍ້າຈາກແມ່ນໍ້າສາຍຕາເວັນອອກຂອງລະບົບແມ່ນໍ້າສິນທຸ, ສ່ວນປາກິດສະຖານມີສິດໃຊ້ນໍ້າຈາກແມ່ນໍ້າສາຍຕາເວັນຕົກ ໂດຍອິນເດຍຕ້ອງປ່ອຍນໍ້າລົງສູ່ປາກິດສະຖານຢ່າງຕໍ່ເນື່ອງ ຍົກເວັ້ນກໍລະນີທີ່ລະບຸໄວ້ໂດຍສະເພາະ. ການປະກາດຢຸດສົນທິສັນຍາດັ່ງກ່າວຈຶ່ງເປັນສັນຍານຊັດເຈນເຖິງຄວາມເຄັ່ງຕຶງທີ່ກໍາລັງເພີ່ມຂຶ້ນ.

        ນອກຈາກນີ້, ທາງການອິນເດຍຍັງສັ່ງຂັບໄລ່ນັກການທູດ ແລະ ທີ່ປຶກສາທາງທະຫານຂອງປາກິດສະຖານອອກຈາກປະເທດ ແລະ ອອກຄໍາສັ່ງໃຫ້ຜູ້ຖືວີຊາຊາວປາກິດສະຖານບາງສ່ວນເດີນທາງອອກນອກປະເທດພາຍໃນ 48 ຊົ່ວໂມງ.

        ທ່ານ ນາເຣນທຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ຖະແຫລງວ່າ: “ຜູ້ຢູ່ເບື້ອງຫລັງການກະທໍາອັນໂຫດຮ້າຍນີ້ຈະຕ້ອງຖືກນໍາມາລົງໂທດຕາມກົດໝາຍ ຄວາມຕັ້ງໃຈຂອງເຮົາໃນການຕໍ່ຕ້ານການກໍ່ການຮ້າຍຈະບໍ່ມີວັນສັ່ນຄອນ ແລະ ຈະຍິ່ງແຂງແກ່ນຂຶ້ນ”.

       ອິນເດຍຍັງສົ່ງສັນຍານຊັດເຈນ ໂດຍເຊື່ອວ່າປາກິດສະຖານມີສ່ວນກ່ຽວຂ້ອງ ເຖິງວ່າຈະບໍ່ມີຫລັກຖານຢືນຢັນໂດຍກົງ, ແຕ່ລັດຖະບານອິນເດຍໄດ້ກ່າວຫາລັດຖະບານປາກິດສະຖານໂດຍຕະຫລອດວ່າໃຫ້ການສະໜັບສະໜູນກຸ່ມຕິດອາວຸດໃນພາກພື້ນແຄຊາເມຍ ເຊິ່ງປາກິດສະຖານປະຕິເສດຂໍ້ກ່າວຫານີ້.

       ສ່ວນກຸ່ມຕິດອາວຸດທີ່ໃສ່ຊື່ວ່າ: The Resistance Front (TRF) ໄດ້ອອກມາອ້າງຄວາມຮັບຜິດຊອບຕໍ່ເຫດການໂຈມຕີຜ່ານໂຊຊຽວມີເດຍ ໂດຍລະບຸວ່າບໍ່ພໍໃຈຕໍ່ການຍ້າຍຖິ່ນຖານຂອງຄົນນອກ 85,000 ກວ່າຄົນເຂົ້າມາໃນແຄຊາເມຍ ເຊິ່ງກຸ່ມນີ້ເຫັນວ່າເປັນການປ່ຽນແປງໂຄງສ້າງປະຊາກອນ. ພ້ອມລະບຸວ່າຜູ້ທີ່ຖືກໂຈມຕີບໍ່ແມ່ນນັກທ່ອງທ່ຽວທໍາມະດາ, ແຕ່ມີຄວາມກ່ຽວຂ້ອງກັບໜ່ວຍງານຄວາມໝັ້ນຄົງຂອງອິນເດຍ.

         ເຫດການນີ້ກາຍເປັນບົດທ້າທາຍຄັ້ງໃຫຍ່ສໍາລັບລັດຖະບານຂອງນາຍົກລັດຖະມົນຕີ ໂມດີ ເຊິ່ງເຄີຍກ່າວອ້າງວ່າພາກພື້ນນີ້ກັບສູ່ສະພາບປົກກະຕິ ຫລັງຖອດຖອນສະຖານະເຄິ່ງປົກຄອງຕົນເອງຂອງແຄຊາເມຍໃນປີ 2019 ແລະ ຈໍາກັດເສລີພາບພົນລະເມືອງ ແລະ ສື່ຢ່າງເຂັ້ມງວດ, ພ້ອມທັງຊຸກຍູ້ການທ່ອງທ່ຽວຢ່າງໜັກໃນພື້ນທີ່.

       ພາຍຫລັງເຫດການໂຈມຕີ ນັກທ່ອງທ່ຽວຈໍານວນຫລາຍໄດ້ເລີ່ມຫລົບໜີອອກຈາກພື້ນທີ່ຢ່າງແຕກຕື່ນ. ເຫດການໃນເມືອງພາຮັລແກມຖືເປັນໜຶ່ງໃນເຫດການໂຈມຕີຮຸນແຮງທີ່ສຸດໃນແຄຊາເມຍໃນຫລາຍປີຜ່ານມາ ແລະ ມີທ່າອ່ຽງຈະເຮັດໃຫ້ການພົວພັນລະຫວ່າງອິນເດຍກັບປາກິດສະຖານຍິ່ງເຄັ່ງຕຶງຂຶ້ນ.

ອ້າງອີງ: