ລັດຖະມົນຕີກະຊວງການຕ່າງປະເທດອາຊຽນເປີດກອງປະຊຸມປະຈໍາປີ ທ່າມກາງແຮງກົດດັນພາສີທ່ານ ທຣໍາ

ລັດຖະມົນຕີກະຊວງການຕ່າງປະເທດຈາກສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ເປີດກອງປະຊຸມປະຈໍາປີໃນວັນທີ 9 ກໍລະກົດ ຢູ່ປະເທດມາເລເຊຍ ທ່າມກາງຄວາມບໍ່ແນ່ນອນທາງເສດຖະກິດທີ່ເກີດຈາກມາດຕະການພາສີຝ່າຍດຽວຂອງປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ.
ລັດຖະມົນຕີຈາກ 10 ປະເທດສະມາຊິກຄາດວ່າຈະສະແດງຄວາມກັງວົນຕໍ່ມາດຕະການພາສີດັ່ງກ່າວ ໂດຍຮ່າງຖະແຫລງການຮ່ວມທີ່ສໍານັກຂ່າວກຽວໂດໄດ້ເຫັນລະບຸວ່າ: ການດໍາເນີນງານຝ່າຍດຽວດ້ານພາສີນັ້ນບໍ່ເຮັດໃຫ້ເກີດຜົນປະໂຫຍດ ແລະ ສ່ຽງຕໍ່ການເຮັດໃຫ້ເສດຖະກິດໂລກແຕກແຍກຍິ່ງຂຶ້ນ. ອີກທັງສ້າງຄວາມທ້າທາຍຊັບຊ້ອນຕໍ່ສະຖຽນລະພາບ ແລະ ການເຕີບໃຫຍ່ທາງເສດຖະກິດຂອງອາຊຽນ.
ນອກຈາກນີ້, ທ່ານ ມາຣໂກ ຣູບິໂອ ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ມີກໍານົດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອງອາຊຽນກັບປະເທດຄູ່ເຈລະຈາທີ່ຈະຈັດຂຶ້ນໃນທ້າຍອາທິດນີ້ ຢູ່ນະຄອນຫລວງກົວລາລໍາເປີ ໂດຍກະຊວງການຕ່າງປະເທດອາເມລິກາ ລະບຸວ່າ: ການຢ້ຽມຢາມອາຊີຄັ້ງທໍາອິດຂອງທ່ານ ຣູບິໂອ ໃນຖານະລັດຖະມົນຕີຕ່າງປະເທດຈະເນັ້ນເຖິງພັນທະກິດຂອງອາເມລິກາໃນການສົ່ງເສີມພາກພື້ນອິນໂດ-ປາຊີຟິກທີ່ເສລີ, ເປີດກວ້າງ ແລະ ໝັ້ນຄົງ.
ໃນວັນທີ 7 ກໍລະກົດ, ທ່ານ ທຣໍາ ປະກາດເກັບພາສີນໍາເຂົ້າອັດຕາໃໝ່ກັບ 14 ປະເທດ ລວມປະເທດສະມາຊິກອາຊຽນ 6 ປະເທດ ໂດຍກໍານົດອັດຕາພາສີລະຫວ່າງ 10% – 49% ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ສິງຫາ.
ກໍາປູເຈຍໄດ້ຮັບການປັບຫລຸດອັດຕາພາສີຈາກ 49% ເຫລືອ 36%. ຂະນະທີ່ລາວຫລຸດຈາກ 48% ເຫລືອ 40% ແລະ ມຽນມາຈາກ 44% ເຫລືອ 40%, ສ່ວນໄທ ແລະ ອິນໂດເນເຊຍຍັງອັດຕາເກົ່າ 36% ແລະ 32%.
ຂະນະທີ່ມາເລເຊຍເຊິ່ງເປັນປະທານອາຊຽນປີນີ້ຖືກປັບເພີ່ມຂຶ້ນຈາກ 24% ເປັນ 25%, ສ່ວນຫວຽດນາມເປັນໜຶ່ງໃນບໍ່ເທົ່າໃດປະເທດທີ່ສາມາດບັນລຸຂໍ້ຕົກລົງກັບອາເມລິກາ ເຮັດໃຫ້ອັດຕາພາສີຫລຸດລົງຈາກ 46% ເຫລືອ 20%.

