ທ່ານ ໂດນັນ ທຣຳ ລົງນາມຄຳສັ່ງເສີມ AI ໃນຫລັກສູດການສຶກສາ-ຝຶກອົບຮົມບຸຄະລາກອນ

ສຳນັກຂ່າວ ເອເອຟພີ ລາຍງານວ່າ: ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ລົງນາມໃນຄຳສັ່ງ ຝ່າຍບໍລິຫານເພື່ອສົ່ງເສີມການສຶກສາດ້ານບັນຍາປະດິດ (AI) ແລະ ການຝຶກອົບຮົມບຸຄະລາກອນໂດຍເນັ້ນເຖິງເຕັກໂນໂລຊີທີ່ພວມພັດທະນາຢ່າງວ່ອງໄວຊຶ່ງເປັນເປົ້າໝາຍຫລັກສູດສຳຄັນສູງສຸດຂອງຝ່າຍບໍລິຫານ.
ຄຳສັ່ງດັ່ງກ່າວມີເປົ້າໝາຍເພື່ອເສີມສ້າງຄວາມໂດດເດັ່ນ ຂອງ ສ.ອາເມລິກາ ໃນດ້ານ AI ລວມທັງຈັດຕັ້ງ ຄະນະ ເຮັດວຽກງານດ້ານການສຶກສາ AI ໂດຍມີ ທ່ານ ໄມເຄີລ ຄຣາຊີອໍສ, ຜູ້ອຳນວຍການສຳນັກງານນະໂຍບາຍວິທະຍາສາດ ແລະ ເຕັກໂນໂລຊີຂອງທຳນຽບຂາວດຳລົງຕຳແໜ່ງປະທານພ້ອມດ້ວຍຄະນະເພື່ອເປັນການສ້າງຄະນະຈັດຕັ້ງໃນການຮ່ວມມືລະຫວ່າງ ພາກລັດ ແລະ ເອກະຊົນເພື່ອຈັດຫາຊັບພະຍາກອນກ່ຽວກັບ AI ແລະ ການໃຊ້ເຄື່ອງມື AI ໃນແວດວົງວິຊາການ ສຳລັບ ການສຶກສາລະດັບຊັ້ນອະນຸບານຈົນເຖິງຂັ້ນມັດທະຍົມຕອນປາຍລວມທັງການຈັດຝຶກອົບຮົບທີ່ກ່ຽວຂ້ອງລະບົບ AI ໃຫ້ກັບ ບຸຄະລາກອນທົ່ວໄປເພື່ອສ້າງຂີດຄວາມສາມາດດ້ານ AI ໃຫ້ສູງຍິ່ງຂຶ້ນ.
ຂ່າວ: ຂ່າວສານປະເທດລາວ

