ປັດຈຸບັນ ນະຄອນຫຼວງວຽງຈັນ (ນວ) ສ້າງຂີ້ເຫຍື້ອປະມານ 711 ໂຕນຕໍ່ວັນ

ທ່ານ ປັນຍາ ມະນີວົງ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ສະເໜີ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນ ນວ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ II ໃນວັນທີ 10 ກໍລະກົດນີ້ ວ່າ:
ປັດຈຸບັນ, ນະຄອນຫຼວງວຽງຈັນ (ນວ) ມີພາກສ່ວນທີ່ໃຫ້ການບໍລິການ ເກັບ-ມ້ຽນ, ຂົນສົ່ງຂີ້ເຫຍື້ອ 11 ພາກສ່ວນ ໃນນີ້ ພາກສ່ວນລັດມີ 1 ພາກສ່ວນ, ພາກສ່ວນບໍລິສັດເອກະຊົນ 10 ພາກສ່ວນ, ຄາດວ່າທົ່ວນະຄອນຫຼວງວຽງຈັນ (ນວ) ສ້າງຂີ້ເຫຍື້ອປະມານ 711 ໂຕນຕໍ່ວັນ ແຕ່ຄວາມສາມາດນໍາສົ່ງຂີ້ເຫຍື້ອ ເຖິງພາກສະໜາມ ພຽງແຕ່ 450-500 ໂຕນຕໍ່ວັນ, ເຫັນວ່າການບໍລິການຈັດການຂີ້ເຫຍື້ອໃນນະຄອນຫຼວງວຽງຈັນ ກໍ່ຄືການເກັບມ້ຽນຂົນສົ່ງຂີ້ເຫຍື້ອໄປກໍາຈັດຢູ່ສະຫນາມ ຄິດໄລ່ເປັນເປີເຊັນ ໄດ້ພຽງແຕ່ 67 %, ສ່ວນທີ່ເຫຼືອອີກ 33% ແມ່ນໄດ້ຖືກກໍາຈັດໂດຍວິທີ ການອື່ນເຊັ່ນ: ຖິ້ມຊະຊາຍໃສ່ດິນເປົ່າຫວ່າງ ຕາມແຄມທາງ ຫ້ວຍຮ່ອງຄອງນໍ້າ ຫຼື ກໍາຈັດດ້ວຍການຈູດເຜົາ ແລະ ອື່ນໆ ເຊິ່ງສົ່ງຜົນຕໍ່ສະພາບແວດລ້ອມໃນຕົວເມືອງ ແລະ ນອກເມືອງ ກໍ່ຄືສົ່ງຜົນຕໍ່ຄວາມເປັນລະບຽບຮຽບຮ້ອຍ ຄວາມສະອາດຂອງຕົວເມືອງ, ໂດຍສະເພາະສາເຫດທີ່ບໍ່ສາມາດເກັບມ້ຽນຂົນສົ່ງຂີ້ເຫຍື້ອ ໄປກໍາຈັດຢູ່ສະຫນາມ ບໍາບັດຂີ້ເຫຍື້ອໄດ້ທັງຫມົດແມ່ນເກີດຈາກຫຼາຍສາເຫດຫຼາຍປັດໃຈ ເປັນຕົ້ນການຮ່ວມມືຂອງທຸກພາກສ່ວນທົ່ວສັງຄົມ ໃນການເຂົ້າຮ່ວມບໍລິການເກັບມ້ຽນຂີ້ເຫຍື້ອ, ພາກສ່ວນຜູ້ໃຫ້ບໍລິການ ກໍ່ຄືບັນດາບໍລິສັດຜູ້ປະກອບການ ທີ່ຕິດພັນກັບລະບົບການບໍລິການຈັດເກັບ-ຂົນສົ່ງ, ດ້ານພາຫະນະຮັບໃຊ້ຄວນຕ້ອງໄດ້ມາດຕະຖານ ລວມທັງລະບົບ ບໍລິຫານຈັດການ ທີ່ອໍານວຍຄວາມສະດວກໃຫ້ຜູ້ຊົມໃຊ້ບໍລິການເຂົ້າໄດ້ຢ່າງທົ່ວເຖິງ ແລະ ສະດວກສະບາຍ.
ຕໍ່ສະພາບການດັ່ງກ່າວຄະນະຮັບຜິດຊອບຈຶ່ງໄດ້ຄົ້ນຄວ້າເພື່ອສ້າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນນະຄອນຫຼວງວຽງຈັນໃຫ້ແທດເໝາະກັບສະພາບຄວາມເປັນຈິງດ້ວຍການແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນເຊັ່ນ: ຫ້ອງການ ຄບຕ. ນວ, ພະແນກການ, ຂັ້ນເມືອງ ໂດຍສະເພາະ ຫ້ອງການ ຄບຕ ປະຈຳ 4 ເມືອງ ຕາມນິຕິກຳ, ລະບຽບການ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ ກຳນົດ ເປັນບ່ອນອີງໃນວຽກງານຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ.

