ຂົວຂ້າມນໍ້າອາຍຸ 40 ປີ ທີ່ປະເທດອິນເດຍ ຫັກລົງກາງນໍ້າ ມີຜູ້ເສຍຊີວິດ 9 ຄົນ

ສໍານັກຂ່າວ CNN ລາຍງານວັນທີ 9 ກໍລະກົດ 2025, ຂົວຂ້າມນໍ້າອາຍຸຍາວນານ 40 ປີ ຫັກລົງກາງແມ່ນໍ້າ ມະຫິສາກາ ໃນລັດຄຸຈາຣາຊ (Gujarat state) ປະເທດອິນເດຍ ເຮັດໃຫ້ລົດບັນທຸກ 2 ຄັນ ແລະ ລົດຍົນຫລາຍຄັນທີ່ສັນຈອນໄປມາຕົກລົງນໍ້າ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 9 ຄົນ.

ຕາມການລາຍງານຂອງເຈົ້າໜ້າທີ່ກູ້ໄພໃຫ້ຮູ້ວ່າ: ເຫດການນີ້ເກີດຂຶ້ນ ຫລັງຈາກມີຝົນຕົກໜັກຕິດຕໍ່ກັນຫລາຍວັນ ເນື່ອງຈາກຂົວດັ່ງກ່າວສ້າງຂຶ້ນມາແຕ່ປີ 1985 ຈຶ່ງມີສະພາບຊຸດໂຊມ ແລະ ບໍ່ໄດ້ຮັບການບູລະນະ. ເບື້ອງຕົ້ນສາມາດຊ່ວຍເຫລືອຜູ້ປະສົບອຸປະຕິເຫດທີ່ຕົກລົງແມ່ນໍ້າໄດ້ 8 ຄົນ ແລະ ພົບຜູ້ເສຍຊີວິດ 9 ຄົນ.

ນາຍົກລັດຖະມົນຕີ Narendra Modi ໄດ້ເອີ້ນເຫດດັ່ງກ່າວ ເປັນອຸປະຕິເຫດ ສະແດງຄວາມເສຍໃຈ ຕໍ່ຜູ້ເສຍຊີວິດ ແລະ ຄອບຄົວ ຢ່າງສຸດຊຶ້ງ.

ແນວໃດກໍຕາມ ໂຄງສ້າງພື້ນຖານໃນອິນເດຍໂດຍສະເພາະຂົວ ແລະ ຖະໜົນຫົນທາງ ຍັງຂາດມາດຕະ ຖານຄວາມປອດໄພ ເຊິ່ງເຮັດໃຫ້ເກີດອຸປະຕິເຫດຢູ່ເລື້ອຍໆ ແລະ ໃນປີ 2022 ຜ່າານມາ ກໍເກີດເຫດລັກສະນະດຽວກັນ ຂົວສາຍເຄເບີ່ນ ທີ່ມີອາຍຸຫລາຍຮ້ອຍປີແຫ່ງໜຶ່ງໄດ້ພັງລົງແມ່ນ້ຳໃນລັດ Gujarat ເຮັດໃຫ້ມີຄົນຕົກລົງສູ່ແມ່ນໍ້າຫລາຍຮ້ອຍຄົນ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 132 ຄົນ.