ຝົນຕົກຢູ່ ສ.ເກົາຫລີ ເຮັດໃຫ້ດິນເຈື່ອນ-ນໍ້າຖ້ວມ ມີຜູ້ເສຍຊີວິດແລ້ວ 17 ຄົນ ສູນຫາຍອີກ 11 ຄົນ
ເກີດຝົນຕົກໜັກຕໍ່ເນື່ອງຢູ່ ສ.ເກົາຫລີ ນັບແຕ່ວັນທີ 16 ກໍລະກົດ ເຮັດໃຫ້ເກີດດິນເຈື່ອນ ແລະ ນໍ້າຖ້ວມໃນຫລາຍພື້ນທີ່ທົ່ວປະເທດ. ຫລ້າສຸດມີລາຍງານຜູ້ເສຍຊີວິດເພີ່ມເປັນ 17 ຄົນ ແລະ ຍັງມີຜູ້ສູນຫາຍອີກ 11 ຄົນ ໂດຍມີປະຊາຊົນ 13,000 ກວ່າຄົນຕ້ອງອົບພະຍົບອອກຈາກພື້ນທີ່ສ່ຽງໄພ. …










